ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-16 21:29:31    
ຈີນ​ກ່າວ​ປະນາມ​ອິສຣາ​ແອນ​​ໂຈມ​ຕີ​ຄຸກ​​ເຈ​ຣີ​ໂຄ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 16 ມີນາ, ທ່ານ​ສິນ​ກ່າງ ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຝ່າຍ​ຈີນ​ກ່າວ​ປະນາມ​ອິສຣາ​ແອນ​ໂຈມ​ຕີ​ຄຸກ​​ເຈຣີ​ໂຄ. ຝ່າຍ​ຈີນ​ຮຽກຮ້ອ​ງ​ໃຫ້​ບັນດາ​ຝ່າຍ​ທີ່​ກ່ຽວ​ຂ້ອງ​ຢຸດຕິ​ການ​ເຄື່ອນ​ໄຫວ​ດ້ວຍ​ກຳລັງ​ຮຸນ​ແຮງ, ຮັກສາ​ຄວາມ​ອົດ​ກັ້ນ, ຫຼີກ​ເວັ້ນບໍ່​ໃຫ້​ຂໍ້​ຂັດ​ແຍ່ງ​ດຸ​ເດືອດ​ຂຶ້ນ, ​ຟື້ນ​ຟູສະຖານະ​ການ​ເປັນ​ປົກກະຕິ​ໂດຍ​ໄວ.

ຫວ່າງ​ມໍ່ໆ​ນີ້, ອິສຣາ​ແອນ​ໄດ້​ບຸກ​ເຂົ້າ​ເຂດ​ປາ​ເລັສຕິນຄວບ​ຄຸມ​ຢ່າງ​ກະທັນຫັນ, ​ໂຈມ​ຕີ​ຄຸກ​​ເຈຣີ​ໂຄ, ​ເປັນ​ເຫດ​ເຮັດ​ໃຫ້​​ຄົນ​ຕາຍ​ແລະ​ບາດ​ເຈັບ ​ແລະ​ມີ​ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ, ພາ​ໃຫ້​ສະຖານະ​ການ​ອັນເຄັ່ງ​ຕຶງ​​ເລື່ອນ​ຂັ້ນ.