ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-17 17:43:13    
ປະ​ທານ​ອົງ​ການ​ກາ​ແດງ​ຟິ​ລິບ​ປິນ​ຂອບ​ໃຈ​ນຳ​ການ​ຊ່ອຍ​ເຫຼືອ​ຂອງ​ຈີນ

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ແລ້ວນ​ນີ້,ທ່ານ​ໂກ​ເດິ​ນ ປະທານອົງການກາ​ແດງ ສະ​ມາ​ຊິກ​ສະ​ພາ​ສູງ​ຟິ​ລິບ​ປິນ​ກ່າວ​ວ່າ,​ໃນ​​ເວ​ລາ​ຟິ​ລິບ​ປິນ​ປະ​ສົບ​ໄພ​ດິນ​ພູ​ເຈື່ອນ,​ລັດ​ຖະ​ບານ​ແລະ​ປະ​ຊາ​ຊົນ​ຈີນ​ໄດ້​ສະ​ໜອງ​ການ​ຊ່ອຍ​ເຫຼືອກູ້​ໄພ​ສຸກ​ເສີນ​ຕົກ​ເປັນ​ເງິນ​1ລ້ານ​ກວ່າ​ໂດ​ລາ​ດ້ວຍ​ຫຼາຍ​ຮູບ​ການ​ແລະ​ຊ່ອງ​ທາງໃຫ້​ເຂດ​ປະສົບ​ໄພ​ຢ່າງ​ເອື້ອ​ເຟື້ອ​ເຜື່ອ​ແຜ່,​ທັງ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ເຕັມ​ທີ່​ວ່າ ຈີນ​ເປັນ​ປະ​ເທດ​ໃກ້​ຄຽງ​ທີ່​ຍິ່ງ​​ໃຫຍ່​ແລະ​ລ້ຳ​ຄ່າ​ຂອງ​ຟິ​ລິບ​ປິນ.

ທ່ານ​ໂກ​ເດິ​ນ​ເວົ້າວ່າ,ຟິລິບ​ປິນຈີນ​ມີ​ການ​ໄປ​ມາ​ຫາ​ສູ່​ກັນ​ເປັນ​ເວ​ລາ​ດົນ​ນານ​ແລະ​ມີ​ມິດ​ຕະ​ພາບ​ມູນ​ເຊື້ອ​ອັນ​ເລິກ​ເຊິ່ງ,​ອົງ​ການ​ກາ​ແດງ​ສອງ​ປະ​ເທດ​ຄວນ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​​ສ້າງ​ຕັ້ງ​ລະ​ບົບ​ຄຸ້ມ​ຄອງ​ແລະ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​​ໂດຍ​ດ່ວນ​ເພື່ອ​ພ້ອມ​ກັນ​ປ້ອງ​ກັນ​ແລະ​ຮັບ​ມື​ກັບ​ໄພ​ທຳ​ມະ​ຊາດ​ທີ່​ອາດ​ຈະ​ເກີດ​ຂຶ້ນ.