ຕາມຂ່າວສານຊິນຮວາ: ວັນທີ 16 ມີນາ ຢູ່ເມືອງຈາຢາປູຣາ ເທດສະບານແຂວງປາປູອາ ພາກຕາເວັນອອກຂອງອິນໂດເນເຊຍ ໄດ້ເກີດການປະທະກັນນອງເລືອດລະຫວ່າງຕຳຫຼວດກັບມວນຊົນທີ່ສະແດງກຳລັງ, ຕຳຫຼວດ 3 ຄົນຖືກຕີຕາຍ, 19 ຄົນບາດເຈັບ.
ທ່ານຄາໂທໂນ ໂຄສົກຕຳຫຼວດປາປູອາໄດ້ໃຫ້ສຳພາດຕໍ່ສື່ມວນຊົນທາງໂທລະສັບວ່າ, ການປະທະກັນທີ່ເກີດຂຶ້ນໃນມື້ດຽວກັນ ແມ່ນຍ້ອນຝ່າຍຕຳຫຼວດໃຊ້ໝາກແຕກຄວັນແສບຕາໂດຍມີເຈດຕະນາຢາກຂັບໄລ່ຜູ່ສະແດງກຳລັງ.
ທ່ານກ່າວວ່າ, ໃນ 3 ມື້ຕິດໆກັນມານີ້, ຢູ່ເມືອງດັ່ງກ່າວມີນັກສຶກສາແລະມວນຊົນຫຼາຍຮ້ອຍຄົນສະແດງກຳລັງຢູ່ບ່ອນມໍ່ມະຫາວິທະຍາໄລແຫ່ງໜຶ່ງ, ທວງໃຫ້ລັດຖະບານປິດບໍລິສັດທ່າເຮືອເສລີເຊິ່ງແມ່ນບໍລິສັດອາເມລິກາທີ່ທຸລະກິດຂຸດຄົ້ນແຮ່ຄຳແລະທອງແດງ, ຍ້ອນການທຸລະກິດຂຸດຄົ້ນຂອງບໍລິສັດດັ່ງກ່າວໄດ້ເຊື່ອມພິດສິ່ງແວດລ້ອມ ແລະບໍ່ໄດ້ນຳເອົາຜົນປະໂຫຍດ ມາໃຫ້ແກ່ຊີວິດການເປັນຢູ່ຂອງຄົນທັງຫຼາຍ.
|