ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-17 19:01:19    
ງານ​ເອັກສ໌​ໂປ​ຈີນ​-​ອາ​ຊຽນ​ຈະ​ຂຶ້ນ​ທະ​ບຽນ​ກາ​ໝາຍ​ສິນ​ຄ້າ​ສາ​ກົນ​ໃນ​ປີ​ນີ້

cri Author: shuo
ຕາມ​ຂ່າວສານ​ຊິນ​ຮວາ:ຫວ່າງ​ມໍ່​ໆ​ນີ້,​ກອງເລຂາ​ງານ​ເອັກສ໌​ໂປ​ຈີນ-ອາຊ​ຽນກ່າວ​ວ່າ,ປີນ​ນີ້​ງານ​ເອັກສ໌​ໂປ​ຈີນ-​ອາ​ຊຽນ​ຈະ​ຂຶ້ນ​ທະ​ບຽນ​ກາ​ໝາຍ​ສິນຄ້າ​ສາກົນ​,ວິ​ສາ​ຫະ​ກິດ​ແລະ​ພໍ່​ຄ້າ​ທີ່​ໃຊ້​ຊື່​ແລະ​ກາ​ໝາຍ​ຂອງ​ງານ​ເອັກສ໌​ໂປ​ຈີນ-ອາຊ​ຽນ​ຈະ​ຖືກ​ກ່າວ​ຟ້ອງ​ໃຕ້​ກໍ​ລະ​ນີ​ທີ່​ບໍ່​ໄດ້​ຮັບ​ອະ​ນຸ​ມັດ​.

ຄຽງ​ຄູ່ກັບ​ຜົນ​ສະທ້ອນ​ຂອງງານ​ເອັກສ໌​ໂປ​ຈີນ-ອາຊ​ຽນນັບ​ມື້​ນັບ​ຂະຫຍາຍ​ກວ້າງ​ອອກ,​ພາກ​ສ່ວນ​ລັດ​ຖະ​ບານ ວິ​ສາ​ຫະ​ກິດ ອົງ​ການ​ຈັດຕັ້ງ​ສັງຄົມ​ແລະ​​ເອກະ​ຊົນ​ຈຳ​ນວນ​ໜຶ່ງ​ໄດ້​ນຳ​ໃຊ້​ຊື່ ກາ​ໝາຍແລະ​ເຄື່ອງ​ນຳ​ໂຊກ​ຂອງ​ງານ​ເອັກສ໌​ໂປ​ຈີນ​-​ອາ​ຊຽນ​ຢ່າງ​ຫຼວງ​ຫຼາຍ​​ເລື່ອຍໆ​​ໂດຍ​ບໍ່​ໄດ້​ຮັບ​ການ​ມອບ​ສິດເພື່ອ​ສະ​ແຫວ​ງຫາ​ຜົນ​ປະ​ໂຫຍດ,​ອົງ​ການ​ຈັດ​ຕັ້ງ​ຈຳ​ນວນ​ໜຶ່ງ​ຍັງ​ໄດ້​ພິມ​ຈຳ​ໜ່າຍ​ວາ​ລະ​ສານ​​ໃນ​ນາມ​ງານ​ເອັກ​ສ໌​ໂປ​ຈີນ-​ອາ​ຊຽນ.

ກອງ​ເລຂາ​ງານ​ເອັກສ໌​ໂປ​ຈີນ-ອາຊ​ຽນກ່າວ​ວ່າ,ປີນີ້​ຈະ​ຈັດການ​ເຄື່ອນ​ໄຫວ​ປົກ​ປັກ​ຮັກ​ສາ​ສິດ​ຂະ​ໜາດ​ໃຫຍ່,​ໂຈມ​ຕີ​ການ​ກະທຳ​​ໃດໆ​ທີ່​ລ່ວງ​ລ້ຳ​ສິດ,​ປົກ​ປັກ​ຮັກ​ສາ​ຊື່​ສຽງ​ຂອງ​ງານ​ເອັກສ໌​ໂປ​ຈີນ​-​ອາ​ຊຽນ.​