ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-17 20:49:20    
ຈີນ​ຈະ​​ເຜີຍ​ແຜ່​ຂໍ້​ມູນ​ຊັບພະ​ຍາ​ກອນ​ໜ່ວຍ​ໂລກ​ທີ່​ວັດ​ແທກ​ດ້ວຍ​ດາວ​ທຽມ​ທີ່​ຈີນ​ປາ​ກິສ​ຖານ​ຮ່ວມ​ກັນ​ຄົ້ນ​ຄວ້າ​ຜະ​ລິດ​ນັ້ນ​ໄປ​ສູ່​ຕ່າງ​ປະ​ເທດ​ຕື່ມ​ອີກ

cri Author: lm

ຕາມ​ຂ່າວCRI: ວັນ​ທີ 17 ມີນາ ຢູ່​ທີ່​ປັກ​ກິ່ງ​, ທ່ານ​ໂກ​ຈ້ຽນນິງ ຫົວໜ້າ​ສູນ​ປະຍຸກ​ດາວ​ທຽມ​ວັດ​ແທກ​ຊັບພະຍາກອນ​ຈີນ​​ເຜີຍ​ໃຫ້​ຮູ້​ວ່າ,  ປີ​ນີ້ ຈີນ​​ໄດ້​ຕົກລົງ​ໃນ​ເບື້ອງ​ຕົ້ນ​ຈະ​ທົດ​ລອງ​ການ​ຮັບ​ສັນຍາ​ນແລະ​ແຈກ​ຢາຍ​ຂໍ້​ມູນຊັບພະຍາກອນ​ໜ່ວຍ​ໂລກ​ທີ່​ວັດ​ແທກ​ດ້ວຍ​ດາວ​ທຽມ​ທີ່​ຈີນ​ປາ​ກິ​ສຖານ​ຮ່ວມ​ກັນ​ຄົ້ນຄວ້າ​ຜະລິດ​ນັ້ນຢູ່​ອົສຕຼາລີ​ເປັນຕົ້ນ.

ດາວ​ທຽມ​ວັດ​ແທກຊັບພະຍາກອນ​ໜ່ວຍ​ໂລກຫຼາຍໜ່ວຍ​ແມ່ນ​ຈີນ​ກັບ​ປາ​ກິສ​ຖານ​ຮ່ວມ​ກັນ​ລົງ​ທຶນ​ແລະ​ຄົ້ນຄວ້າ​ຜະລິດ. ທ່ານ​ໂກ​ຈ້ຽນນິງ​ແນະນຳ​ວ່າ, ​ຈີນ​ປາ​ກິສ​ຖານ​​ໄດ້​ຍິງ​ສົ່ງ​ດາວ​ທຽ​ມວັດ​ແທກຊັບພະຍາກອນ​ໜ່ວຍ​ໂລກຫຼາຍ​ໜ່ວຍ​ແລ້ວ, ຄຸນ​ນະພາ​ບຂໍ້​ມູນ​ທີ່ດາວ​ທຽມ​ເຫຼົ່ານີ້​ວັດ​ແທກ​ໄດ້​ນັ້ນດີ​ຂຶ້ນຫຼາຍ, ລະດັບ​ບໍລິການ​ການ​ແຈກ​ຢາຍຂໍ້​ມູນ​ກໍ່​ຍົກ​ສູງ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ. ປັດຈຸບັນ, ຈີນ​ໄດ້​ສະໜອງ​ຂໍ້​ມູນ​ຊັບພະຍາກອນຈາກ​ດາວ​ທຽມ​ໃຫ້​ແກ່​ມາ​ເລ​ເຊຍ ຫວຽດ​ນາມ​ແລະ​ອີຣານ​ເປັນຕົ້ນ​; ​ໄດ້​ສະໜອງ​ພາບ​ຂອງເຂດ​​ກ່ຽວຂ້ອງ​​ໃຫ້​ມົງ​ໂກ​ລີ​ຢ່າງ​ຕໍ່​ເນື່ອງ; ປີ​ນີ້ ຝ່າຍ​ຈີນ​ຍັງ​ຈະຕັ້ງໜ້າ​ຊຸກ​ຍູ້​ການ​ຮັບ​ສັນຍານ​ຂໍ້​ມູນ​ຊັບພະຍາກອນ​ຈາກດາວ​ທຽມ​ຢູ່​ອົສຕຼາ​ລີ ກາ​ນາ​ດາ​ແລະ​ນອກ​ແວອີກ.