ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-18 18:16:58    
ນ້ຳຕົກຕາດທີ່ມີຊື່ສຽງ 6 ແຫ່ງໃນໂລກ

cri

ຢູ່ເວເນຊູເອລາ,ມີນ້ຳຕົກຕາດໃຫຍ່ອານເຮີທີ່ສູງກວ່າໝູ່ໃນໂລກ, ນ້ຳຕົກຕາດ
ໃຫຍ່ອານເຮີຄືກັນກັບເຂັມໝຸດທີ່ຍາວແລບດວງນຶ່ງໄຫຼລົງມາຈາກຈອມພູໂອຢາງເທີ
ພູອີທີ່ໃຫຍ່ພິລຶກຈົນດັງເປັນສຽງຮື້ມໆ,ລະດັບນ້ຳໂຕນຕາດຈາກບ່ອນສູງສຸດລົງມາ
ຮອດບ່ອນຕ່ຳສຸດມີ 979 ແມັດ, ເຖິງແມ່ນວ່ານ້ຳໂຕນຕາດແຫ່ງນີ້ສູງແລະໄກກັນ
ປານນີ້ກໍ່ຕາມ,ແຕ່ຫັຼຸງຈາກທ່ານຮີມີອານເຮີນັກບິນໄດ້ຂັບຍົນໄປເຫັນຢູ່ກາງປ່າແຖບ
ຮ້ອນມື່ອປີ 1936 ແລ້ວ ຈ່ິງໄດ້ເອົາຊ່ືຂອງທ່ານເອງເປັນຊື່ຕາດດ່ັງກ່າວ.ໃນລະດູ
ຝົນ,ນ້ຳຕົກຕາດດັ່ງກ່າວມັກກຸ້ມກົ້ວໄປດ້ວຍເມກໝອກຈົນຫຼຽວບ່ໍເຫັນ.ເພາະສະນັ້ນ
ຄົນ
ທັງຫຼາຍ ຈ່ິງບ່ໍເຄີຍເຫັນຕາດດ່ັງກ່າວ, ຖ້າບ່ໍຢາກຍ່າງໄປທ່ຽວຢ່າງແສນລຳບາກ
ຍາກເຂັນແລ້ວ, ວິທີດີທ່ີສຸດໃນການໄປຊົມຕາດທີ່ມີຊ່ືສຽງໃນໂລກດ່ັງກ່າວ ກໍມີແຕ່
ຕ້ອງຂ່ີຍົນເຮລີກົບບິນເຈີດໄປເຈີດມາສັງເກດເບ່ິງຢູ່ເທິງເວຫາທ່ໍນັ້ນ.

 

ຢູ່ອິສລັງ, ມີນ້ຳຕົກຕາດກູນຟຸສແມ່ນສວຍງາມກວ່າໝູ່ໃນໂລກ,ຕາດດ່ັງກ່າວ
ສູງພຽງ 32 ແມັດທ່ໍນັ້ນ,ຖ້າທຽບກັບຕາດທ່ີສູງໃຫຍ່ອ່ືນໆແລ້ວ,ກໍນັບວ່າເປັນນ້ອງ
ຫ້ຼາທ່ໍນັ້ນ,ຕາດດ່ັງກ່າວແບ່ງເປັນສອງຂັ້ນ, ຍ້ອນວ່າຂັ້ນລຸ່ມກັບຂັ້ນເທິງຂອງມັນຫຸຼດ
ລ່ືນ
ກັນບ່ໍຫຼາຍປານໃດ, ແຕ່ພັດມີນ້ຳໂຕນລົງຕາມຂັ້ນໄດກວ້າງໃຫຍ່ທ່ີສຸດແລ້ວຈ່ິງ
ໄຫຼລົງໄປຮອດພື້ນກາຍເປັນເສັ້ນທາງທ່ີມີສີສັນຜິດປົກກະຕິທ່ີສຸດ.ໃນຍາມຄ້ອຍຄ່ຳ,
ເມ່ືອແສງແດດອ່ອນຕ້ໍລົງໃສ່ໜ້ານ້ຳຕາມຕາດຂັ້ນລຸ່ມ,ແລ້ວສະທ້ອນຄືນເຖິງນ້ຳຂັ້ນ
ເທິງແລ້ວ, ທິວທັດກໍຍ່ິງຈະງາມພິລຶກ, ຖ້າຢືນຢູ່ແຄມແມ່ນ້ຳຝ່ັງຕາເວັນອອກກໍຈະ
ເຫັນຂັ້ນທ່ີນ່ືງຂອງຕາດນັ້ນ,ຖ້າເປັນຄົນຂີ້ຄ້ານຍ່າງກໍບ່ໍເຫັນຫຍັງໝົດ, ເພາະວ່າ
ລົດຍົນຈຳເປັນຕ້ອງຈອດຢູ່ຫ່າງຈາກຕາດກູນຟຸສ 2 ກິໂລແມັດ, ຢູ່ແຄມແມ່ນ້ຳຝ່ັງ
ຕາເວັນຕົກ,ນັກທ່ອງທ່ຽວກໍຈະໄປຊົມຫໍພິພິດທະພັນໃນແຫ່ງນັ້ນໄດ້.

 

ຕາດໃຫຍ່ນີອາກາລາຂອງອາເມລິກາ-ການາດາ ແມ່ນມີຊ່ືສຽງດົ່ງດັງກວ່າໝູ່
ໃນໂລກ,ຄົນໄປຊົມຕາດດ່ັງກ່າວກໍມີຫຼາຍກວ່າໝູ່ໝົດໃນໂລກ.ນ້ຳທ່ີໂຕນລົງມາຈາກ
ຜາຊັນຊິກລິກໄຫຼລົງຈາກປານສຽງຟ້າຫ່ັຼນທັບ,ທັງມີນ້ຳຟົ້ງຂຶ້ນຈົນນັບບ່ໍຖ້ວນຍ້ອນ
ນ້ຳຕນຕາດຕົກລົງມາຮອດພື້ນ,ສະນັ້ນຈ່ິງມີນັກທ່ອງທ່ຽວບາງຄົນຕ້ອງນຸ່ງເສື້ອກັນ
ຝົນຊົມນ້ຳໂຕນຕາດ,ນັກທ່ຽວບາງຄົນຍັງກ້າຂ່ີເຮືອໄປຊົມນ້ຳໂຕນຕາດ,ເພ່ືອເບ່ິງ
ມັນ
ຢ່າງເຕັມອົກເຕັມໃຈ.

 

ຕາດທ່ີເສຍຄ່າແພງກວ່າໝູ່ໃນໂລກແມ່ນຕາດວິກໂຕເລຍຢູ່ອາຟິຼກກາ.ເມ່ືອຂ່ີ
ຍົນແຕ່ໄກໆກໍຫຼຽວເຫັນເມກໝອກທ່ີອຸບັດຂຶ້ນຍ້ອນນ້ຳພົ່ນຂຶ້ນສູ່ທ້ອງຟ້າຢ່າງໄວວາ,
ແມ່ນ້ຳຊຳບີທ່ີກວ້າງ 1,5 ກິໂລແມັດທ່ີຢູ່ລະຫວ່າງຊິມບາເວກັບຊຳບີໄຫຼຊັດລົງມາ
ຈາກບ່ອນສູງ,ພາສາທ້ອງຖ່ິນທ່ີເອີ້ນຕາດດ່ັງກ່າວເປັນຄວັນໝອກ,ຈ່ັງແມ່ນມັນສົມ
ຊ່ືແທ້ໆ,ປະລິມານນ້ຳໂຕນຕາດທ່ີໄຫຼລົງຈາກຜາຊັນແມ່ນ 550 ລ້ານລິດຕ່ໍວິນາທີ,
ພາບ
ປະທັບໃຈຄົນຫຼາຍກວ່າໝູ່ໃນການທ່ຽວຊົມຕາດດ່ັງກ່າວແມ່ນຍ່າງໄປທ່ຽວຊົມ,
ແຕ່ວ່າ, ຄ່າຕອບແທນຂອງການທ່ຽວຊົມດ່ັງກ່າວກໍບ່ໍແມ່ນຂອງຄ່ອຍ, ສະນັ້ນ ນັກ
ທ່ອງທ່ຽວທັງຫຼາຍຈ່ິງຄວນກຽມເງິນໄວ້ຈ່າຍແຕ່ 100 ຫາ 200 ໂດລາສະຫະລັດ.

 

ຕາດໃຫຍ່ອີກວາໂຊຢູ່ເບຼຊິນແມ່ນໃຫຍ່ກວ່າໝູ່ໃນໂລກ, ແມ່ນ້ຳອີກວາໂຊຢູ່ລີ
ໂອດີຊາເນໂລໄຫຼຕາມສະບາຍ, ແຕ່ພໍໄຫຼໄປຮອດທິດປະເທດອັກຊັງຕີນ ມັນຈ່ິງ
ຫວິດຄອນໄປຢ່າງກະທັນຫັນ, ເພາະວ່າໄຫຼມາຮອດນີ້ ຄອນນ້ຳເລີຍກາຍເປັນຂັ້ນ
ໄດຮູບເຄ່ິງວົງກົມນ້ອຍໃຫຍ່ຕ່ຳສູຕ່າງກັນເຖິງ 247 ຂັ້ນ, ເຮັດໃຫ້ແມ່ນ້ຳໄຫຼຈາກ
ບ່ອນສູງ ໂຕນລົງສູ່ບ່ອນຕ່ຳ ເປັ່ງສຽງດັງຮື້ມໆປານຟ້າຮ້ອງ, ປະກອບເປັນຈຸ້ມນ້ຳ
ໂຕນຕາດອີກວາໂຊທ່ີຂຶ້ນຊ່ືລືຊາ.ມີບາງຂັ້ນແມ່ນສູງຕັ້ງ 100 ແມັດ, ຕາມຈຸ້ມຕາດ
ທ່ີເປັ່ງສຽງດັງປານຟ້າຮ້ອງນັ້ນ, ມີທາງເສັ້ນນ່ືງຍາວ 950 ແມັດ, ຖ້າຍ່າງໄປຕາມ
ທາງເສັ້ນນີ້, ຊົມທິວທັດທຳມະຊາດອັນໜ້າອັດສະຈັນ  ກໍຈະເຫັນແຕ່ແນວແປກໆ.
ມີ
ຕອນນ່ືງແມ່ນຂ້າມໄປຫາ"ດ່ານປະຕູຜີ"ເຊ່ິງແມ່ນນ່ືງໃນຈຳນວນຕາດໃຫຍ່ກວ່າໝູ່,
ທຳ
ມະດາແລ້ວ,ວິທີດີກວ່າໝູ່ໃນການຊົມຕາດອີກວາໂຊແມ່ນຂ່ີຍົນເຮລີກົບໄປຊົມຈະ
ດີກວ່າ.

 

ຕາດຄິຼມເລີຢູ່ໂອຕຼິສແມ່ນສູງກວ່າໝູ່ຢູ່ເອີລົບ,ຕາດນີ້ຕັ້ງຢູ່ໃນເຂດອະນຸລັກທຳ
ມະຊາດແຫ່ງຊາດໂອຕິຼສ,ເຊ່ິງແບ່ງອອກເປັນ 3 ຂັ້ນໄຫຼລົງສູ່ຮ່ອມພູຸດັງແຮງທ່ີສຸດ,
ຕາດ
ດ່ັງກ່າວສູງ 400 ກວ່າແມັດ, ລັດຖະບານໂອຕິຼສ ຍັງໄດ້ໃຊ້ນ້ຳໂຕນຕາດດ່ັງ
ກ່າວ
ສ້າງເປັນເຂ່ືອນໄຟຟ້ານ້ຳຕົກແຫ່ງນ່ືງ,ເມ່ືອປີ 1961,ຕາດດ່ັງກ່າວໄດ້ຈັດເປັນ
ເປົ້າໝາຍອະນຸລັກທຳມະຊາດ,ເມ່ືອປີ 1966, ໄດ້ຮັບລາງວັນຜົນສຳເລັດດ້ານອະນຸ
ລັກ
ທຳມະຊາດຂອງເອີລົບ.ຢູ່ເທິງຮ່ອມພູ,ມີນ້ຳໝອກປົກຄຸມໝົດປີ,ຜູ່ທ່ີກ້າປີນຮ່ອມ
ພູຂຽວຂຶ້ນໄປຕາມເປີ້ນເມືອຮອດຍອດຕາດ,ຈະຕ້ອງນຸ່ງເສື້ອກັນປຽກ,ຈ່ິງຫີຼກນ້ຳຟົ້ງ
ມາ
ໃສ່ຈາກທຸກທິດຈົນປຽກອອບຍອບປານໄກ່ຕົກ້ຳ.

 

ຕາດຮວງໂກວຊູ້ເຊ່ິງເປັນຕາໃຫຍ່ກວ່າໝູ່ໃນປະເທດຈີນ, ຕັ້ງຢູ່ແມ່ນ້ຳປາຍ
ຂອງເມືອງຊົນເຜົ່າຜູ່ເຍ່ີຊົນເຜົ່າມົ້ງປົກຄອງຕົນເອງແຂວງກຸ້ຍໂຈວຂອງຈີນ,  ມີນ້ຳ
ໂຕນຕາດສູງ 74ແມັດກວ້າງ 81 ແມັດ,ຕາດຮວງໂກວຊູ້ແມ່ນຂັ້ນໃຫຍ່ກວ່າໝູ່
ໃນຕາດ 9 ຂັ້ນຂອງແມ່ນ້ຳປາຍ, ໃນລະດູຮ້ອນ,ມີປະລິມານນ້ຳແຕ່ 30 ຫາ 40
ແມັດກ້ອນຕ່ໍວິນາທີ,ຍາມນ້ຳນອງມີນ້ຳໄຫຼແຮງເຖິງ 2000 ກວ່າແມັດກ້ອນຕ່ໍວິນາ
ທີ.ຍາມ
ນ້ຳບົກແມ່ນຫຸຼດລົງແຕ່ 2 ຫາ 3 ແມັດກ້ອນຕ່ໍວິນາທີ. ນ້ຳໂຕຕາດຈາກ
ຜາຊັນສູງ 60 ຫາ 70 ແມັດລົງມາເປັ່ງສຽງດັງກ້ອງຢ່າງທະນົງອົງອາດປານຟ້າ
ຫ່ັຼນທັບ, ມີນ້ຳຟົ້ງອອກບ່ໍຢຸດບ່ໍເຊົາປານຫ່າຝົນ,ເມັດນ້ຳທ່ີພຸ່ງຂຶ້ນເປັນອາຍກໍສູງຕັ້ງ
50 ຫາ 60
ແມັດ,ຢູ່ແມ່ນ້ຳຍ່ານໃຕ້ຕາດເພ່ິນໄດ້ສ້າງເຂ່ືອນໄຟຟ້ານ້ຳຕົກຂຶ້ນແຫ່ງ
ນ່ືງ.

 

    ຕາດຢູ່ພູມີພາກສູງກວ່າໝູ່ໃນປະເທດຈີນຊ່ືວ່າ ຕາດໂປຊູ ຢູ່ສາຍພູຫິມະໄລ,
ຕາດ
ດ່ັງກ່າວຕັ້ງຢູ່ເບື້ອງໃຕ້ແທ່ນພຽງນີນີຊົງລາທ່ີສູງກວ່າລະດັບນ້ຳທະເລ 5000
ກວ່າ
ແມັດ. ໄຫຼໄປທາງໃຕ້ຮອດມ່ໍເມືອງນີລາມູ້, ຄືໄດ້ໄຫຼໄປຮອດສັນພູຕົ້ນຕໍຂອງ
ສາຍພູຫິມະໄລ,ລະດັບສູງຂອງພູອ້ອມຕາດສະເລ່ຍແລ້ວສູງກວ່າລະດັບນ້ຳທະເລ
6000
ແມັດ,ຈອມພູຈູມູ້ລາງມາຈອມພູຊີເຊຍປາງມາແລະຈອມພູໂຈໂອໂຢເປັນຕົ້ນ
ລ້ວນ
ແຕ່ສູງກວ່າລະດັບນ້ຳທະເລ 8000 ແມັດຂຶ້ນເມືອ.ແມ່ນ້ຳໂປຊູໄຫຼມາມ່ໍເມືອງ
ນີລາ
ມູ້ກໍເລີຍໂຕນລົງຕະລ່ິງຊັນທ່ີແປະກັບທາງຫຼວງຈີນ-ເນປານ,ເປັ່ງສຽງປານຟ້າ
ຫ່ັຼນທັບ, ອັນໄດ້ປະກອບເປັນນ້ຳໂຕນຕາດໄຫຼໂຈກໆ ຈົນເຮັດໃຫ້ຄົນອົກສ່ັນຂວັນ
ຫາຍຍ້ອນ.