ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-18 18:53:23    
ເຈົ້າ​ຊີ​ວິດ​ເນ​ປານ​ຊົງ​ຕ້ອນ​ຮັບ​ການ​ເຂົ້າ​ພົບ​ຂອງ​ທ່ານ​ຖາງ​ເຈ່ຍ​ຊວນ

cri

ຕາມ​ຂ່າວcri:ວັນ​ທີ17 ມີນາ,ຢູ່​ກັດ​ມັງ​ດູ,ສົມ​ເດັດ​ຈາ​ເນັນ​ດຼາ ​ເຈົ້າ​ຊີວິດເນ​ປານ​ຊົງ​ໄດ້​ຕ້ອນຮັບ​ການ​ເຂົ້າ​ພົບຂອງທ່ານ​ຖາງ​ເຈ່ຍ​ຊວນ ທີ່​ເປິກສາ​ແຫ່ງລັດຈີນ.ສອງ​ຝ່າຍ​​ໄດ້ແລກປ່ຽນ​ຄວາມ​ເຫັນ​ຢ່າງ​ເ​ລິກ​ເຊິ່ງກ່ຽວ​ກັບການ​ເຮັດ​ໃຫ້​​ໄມຕີ​ຈິດ​ອັນ​ເປັນ​ມູນ​ເຊື້ອແລະ​ການ​ຮ່ວມ​ມື​ທີ່ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດລະຫວ່າງ​​ຈີນ​ກັບ​ເນ​ປານລົງ​ສູ່​ລວງ​ເລິກຕື່ມ​ອີກ.ມື້​ດຽວ​ກັນ,ທ່ານ​ຖາງ​ເຈ່ຍ​ຊວນ​ຍັງ​​ໄດ້ກ່າວ​ປາຖະກະຖາ​ຢູ່​ກັດ​ມັງ​ດູ,​ເພື່ອບັນ​ລະ​ຍາຍ​ນະ​ໂຍບາຍຂອງ​ລັດຖະບານ​ຈີນ​ຕໍ່​ເນ​ປານຢ່າງຮອບດ້ານ.

ໃນ​​ເວລາ​ຕ້ອນຮັບ​ການ​ເຂົ້າ​ພົບ​ຂອງທ່ານຖາງ​ເຈ່ຍ​ຊວນ,ສົມ​ເດັດ​ຈາ​ເນັນ​ດຼາຊົງ​ໄດ້ຕີ​ລາຄາ​ຢ່າງ​ຕັ້ງໜ້າ​ຕໍ່​ຈີນ​ທີ່​ໄດ້​ປະຕິບັດນະ​ໂຍບາຍ​​ໄມຕີ​ຈິ​ດຕໍ່​ເນ​ປານ​,ຂອບ​ພະ​ໄທ​ຕໍ່ຝ່າຍ​ຈີນ​ທີ່ສະໜັບສະ​ໜູນ​​ໂດຍ​ຕະຫຼອດ​ຕໍ່ເນ​​ປານ​ທີ່​ພະຍາຍາມ​ຮັກສາ​ອະທິປະ​ໄຕ​,​ຄວາມ​ເປັນເອກະລາດ​ແລະຜືນ​ແຜ່ນດິນອັນ​ຄົບ​ຖ້ວນ​ແຫ່ງ​ຊາດ​.ສົມ​ເດັດ​ຍັງ​ຕັດວ່າ​,​ເນ​​ປານຍຶດໝັ້ນ​ນະ​ໂຍບາຍ​ຈີດ​ດຽວ.

ທ່ານຖາງ​ເຈ່ຍຊວນ​ຊີ້​ອອກ​ວ່າ,ລັດຖະບານ​ຈີນ​ເດັດດ່ຽວ​ປະຕິບັດ​ຕາມ​ນະ​ໂຍບາຍ​ທີ່​ມີ​ໄມຕີ​ຈິດ​ຕໍ່​ເນ​ປານ​,ຍິນ​ດີ​ພ້ອມ​ກັນ​ກັບ​ຝ່າຍ​ເນ​ປານ​ອອກ​ແຮງ​ເຮັດ​ໃຫ້​ການ​ຮ່ວມ​ມື​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນປະ​ໂຫຍ​ດ​ໃນ​ຂົງ​ເຂດຕ່າງໆລະຫວ່າງສອງປະ​ເທດລົງ​ສູ່​ລວງ​ເລິກ,​ແລະ​ສະ​ແຫວງ​ຫາ​ການ​ພັດ​ທະ​ນາ​ນຳ​ກັນ.​