|
 |
(GMT+08:00)
2006-03-19 16:54:56
|
 |
ສື່ມວນຊົນພົ້ນທະເລແລະຊາວຈີນຕ່າງດ້າວສືບຕໍ່ຕີລາຄາກອງປະຊຸມສອງສະພາບຢ່າງຕັ້ງໜ້າ
cri
ຕາມຂ່າວCRI,ຫວ່າງມໍ່ໆນີ້,ສື່ມວນຊົນພົ້ນທະເລແລະອົງການຈັດຕັ້ງຊາວຈີນຕ່າງດ້າວສືບຕໍ່ເອົາໃຈໃສ່ນຳກອງປະຊຸມສອງສະພາຂອງຈີນທີ່ຫາກໍ່ປິດປະຊຸມ,ໄດ້ຕີລາຄາຢ່າງຕັ້ງໜ້າຕໍ່ແຜນຫ້າປີຄັ້ງທີ11ທີ່ຜ່ານຮັບຮອງໃນກອງປະຊຸມສະພາປະຊາຊົນແຫ່ງຊາດຈີນຄັ້ງທີ4ສະໄໝທີ10.
ຫວ່າງມໍ່ໆນີ້,ໜັງສືພິມສາທາລະນະລັດຂອງອີຕາລີໄດ້ພິມບົດຄວາມຂຽນ ວ່າ,ລັດຖະບານຈີນບໍ່ແມ່ນສະແຫວງຫາການພັດທະນາເສດຖະກິດຢ່າງຫຼັບຫູຫຼັບຕາ,ຫາກແມ່ນຄຳນຶງເຖິງການອະນຸລັກສິ່ງແວດລ້ອມ ປະຢັດພະລັງງານແລະປັດໄຈອື່ນໆແລະສ້າງສັງຄົມທີ່ກົມກຽວກັນ.
ໜັງສືພິມໂກວຈີ້ຢື້ປ້າວຂອງອິນໂດເນເຊຍສະບັບວັນທີ17ມີນາໄດ້ພິມບົດວິຈານກ່ຽວກັບກອງປະຊຸມສອງສະພາອັດລົງຢ່າງສຳເລັດຜົນໂດຍຊີ້ອອກວ່າ,ຂະບວນວິວັດແລະບົດຮຽນສ້າງສາປະເທດຂອງຈີນເປັນຕາໃຫ້ລັດຖະບານແລະຜູ້ປົກຄອງຂອງປະເທດພວມພັດທະນາທັງໝົດເຊິ່ງລວມທັງອິນໂດເນເຊຍນຳໄປຄົ້ນຄວ້າແລະຮໍ່າຮຽນ.ບົດວິຈານໄດ້ສະແດງຄວາມເຊື່ອໝັ້ນວ່າ,ລັດຖະບານຈີນສ້າງສາຊົນນະບົດໃໝ່ໃນໄລຍະແຜນຫ້າປີຄັ້ງທີ11,ຈະເຮັດໃຫ້ຊົນນະບົດໃນທົ່ວປະເທດຈີນມີໂສມໜ້າອັນໃໝ່ອ່ຽມ.
|
|
|