ຈີນຈະເອົາໃຈໃສ່ນຳການປະຢັດຊັບພະຍາກອນແລະອະນຸລັກສິ່ງແວດລ້ອມຫຼາຍກວ່າເກົ່າ
cri
ຕາມຂ່າວCRI,ວັນທີ19ມີນາ,ໃນເວທີປາໄສຊັ້ນສູງກ່ຽວກັບການພັດທະນາຂອງຈີນທີ່ໄຂຂຶ້ນຢູ່ປັກກິ່ງ,ທ່ານມາໄຂ ປະທານຄະນະກຳມະການພັດທະນາແລະປະຕິຮູບແຫ່ງລັດຈີນກ່າວວ່າ,ໃນ5ປີຂ້າງໜ້າ,ຈີນຈະສຸມໃສ່ການປົວແປງຮູບການເຕີບໂຕທາງເສດຖະກິດ,ຫັນປ່ຽນຈາກການອາໄສຈຳນວນຊັບພະຍາກອນເປັນຕົ້ນຕໍໄປສູ່ການອາໄສການຍົກປະສິດທິພາບນຳໃຊ້ຊັບພະຍາກອນໃຫ້ສູງຂຶ້ນ,ພ້ອມທັງເອົາໃສ່ນຳການອະນຸລັກສິ່ງແວດລ້ອມຊີວະພາບໃນການພັດທະນາ.
ທ່ານມາໄຂຍັງກ່າວວ່າ,ໃນ5ປີຂ້າງໜ້າ,ຈີນຈະສືບຕໍ່ຊຸກຍູ້ຂະບວນການຫັນເປັນຕົວເມືອງ,ພະຍາຍາມເຮັດໃຫ້ຄວາມຜິດໂຕນກັນດ້ານຊີວິດການເປັນຢູ່ແລະການບໍລິການສາທາລະນະລະຫວ່າງຕົວເມືອງກັບຊົນນະບົດ,ຫຼຸດໜ້ອຍລົງສືບຕໍ່ເຮັດໃຫ້ຄົນຍິ່ງຫຼາຍປະກອບອາຊີບ,ບູລະນະລະບົບປະກັນສັງຄົມ.
|
|