ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-19 18:40:26    
ກິດ​ຈະ​ການ​ຕາ​ໜ່າງ​ໄຟ​ຟ້າ​ສາຍ​ທຳ​ອິດ​ທີ່​ຈີນ​ສົ່ງ​ໄຟ​ຟ້າ​ໃຫ້​ຫວຽດ​ນາມ​ນັ້ນ​ຈະ​ສົ່ງ​ໄຟ​ຟ້າ​ໄດ້​ໃນ​ເດືອນ​ຕຸ​ລາ

cri
ຕາມ​ຂ່າວສານ​ຊີນຮວາ,​ກະ​ວ່າ​ກິດຈະ​ການ​ຕາ​ໜ່າງ​ສົ່ງ​ໄຟຟ້າ​ຂະໜາດ​220​ກິ​ໂລ​ໂວນ​ສາຍ​ທຳ​ອິດ​ທີ່​ຈີນ​ສົ່ງ​ໄຟຟ້າ​ໃຫ້ຫວຽດ​ນາມ​ນັ້ນ​ຈະ​ສົ່ງ​ໄຟ​ຟ້າ​ໄດ້​ໃນ​ເດືອນ ຕຸລາ​ປີ2006.

ຕາມ​ໄດ້​ຊາບ,​ກິດຈະ​ການ​ດັ່ງກ່າວ​ຈະສົ່ງ​ໄຟຟ້າ​ຂອງ​ແຂວງ​ຢຸນ​ນານ​ຈີນ​ໃຫ້ຫວຽດ​ນາມ.​ຫຼັງ​ຈາກ​ສ້າງ​ສຳ​ເລັດ​ແລ້ວ,​ຕາມ​ແຜນ​ເບື້ອງ​ຕົ້ນ​ຈະ​ສົ່ງ​ໄຟຟ້າ​ໃຫ້ຫວຽດ​ນາມ1​ຕື້100​ລ້ານ​ຮອດ1​ຕື້300​ລ້ານ​ກິ​ໂລ​ວັດ​ໂມງ​ຕໍ່​ປີ.

ແຂວງ​ຢຸນນານ​ມີ​ຊັບ​ພະຍາ​ກອນ​ໄຟຟ້າ​ນ້ຳ​ຕົກ​ອັນ​ອຸດົມ​ສົມບູນ,​ຝ່າຍ​ຫວຽດ​ນາມ​ຕ້ອງ​ການ​ໄຟ​ຟ້າ​ຢ່າງ​ຫຼວງ​ຫຼາຍ.​ແຕ່​ເດືອນ​ກັນຍາ​ປີ2004​ເປັນ​ຕົ້ນ​ມາ,​ຕາ​ໜ່າງ​ໄຟຟ້າ​ຢຸນ​ນານ​ໄດ້​ສ້າງສາຍ​ໄຟ​ຟ້າ110ກິ​ໂລ​ໂວນ​ສອງ​ສາຍ,​ເພື່ອ​ສົ່ງ​ໄຟຟ້າ​ຈາກ​ເມືອງ​ເຫີ​ໂຂວ​ແລະ​ເມືອງ​ເວິນ​ສ່າ​ນ​ແຂວງ​ຢຸນນານ​ໃຫ້​ບັນດາ​ແຂວງ​ຂອງ​ຫວຽດນາມ.