ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-19 18:51:28    
ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​​ຂະ​ໜາດ​ນ້ອຍ​1500​ຫຼັງ​ຂອງ​ຢຸນ​ນານ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ຂອງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ

cri Author: shuo
ຕາມ​ຂ່າວ​ສານ​ຊິນ​ຮວາ:​ຢູ່​ແຂວງ​ຢຸນ​ນານ​ຂອງ​ຈີນ​ທີ່​​ແປະກັບ​ອາຊີ​ອາຄະ​ເນ,ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ຂະ​ໜາດ​ນ້ອຍ​ນັບ​ມື້​ນັບ​ຫຼາຍ​ເລີ່​ມ​ເຂົ້າຮ່ວມ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ອະ​ນຸ​ພາກ​ພື້ນ​ແມ່ນ້ຳຂອງ.ນັກ​ຂ່າວ​ໄດ້​ຊາບ​ຈາກ​ພະ​ແນກ​ການ​ຄ້າ​ຂອງ​ແຂວງ​ຢຸນ​ນານ​ວ່າ,​ຕາມ​ສະ​ຖິ​ຕິ​​ບໍ່​ຄົບ​ຖ້ວນ,ຢູ່​ແຂວງ​ຢຸນ​ນານ​ມີ​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ຂະ​ໜາດ​ນ້ອຍ​1500​​ແຫ່ງ​​ໄດ້​ເຂົ້າ​ຮ່ວມ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ.

ຕາມ​ຮອງ​ປະທານ​ສະມາຄົມ​ການ​ຄ້າ​ແຂວງ​ຢຸນນານ​ແນະນຳ​ວ່າ,ປະຈຸ​ບັບນີ້,​ໄດ້​ມີ​ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະໜາດ​ນ້ອຍ​ຫຼາຍຫຼັງຂອງ​ແຂວງ​ຢຸນນານດຳ​ເນີນ​ການ​ຮ່ວມ​ມື​ພັດ​ທະ​ນາ​ກະ​ສິ​ກຳ​ທີ່​ມີ​ຂະໜາດຢູ່​ລາວ ມຽນມາ​ແລະ​ກຳປູ​ເຈຍ,ຍັງ​ມີ​ວິ​ສາ​ຫະກິດ​ສ່ວນ​ໜຶ່ງ​​ໄດ້​ຕັ້ງ​ສຳ​ນັກ​ງານ​ຢູ່​ໄທ​ແລະ​ຫວຽດນາມ​ເພື່ອດຳ​ເນີນ​ການ​ເຄື່ອນ​ໄຫວ​ເສດຖະກິດ​ການ​ຄ້າ, ອາດ​ເວົ້າ​ໄດ້​ວ່າ,​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ຂະ​ໜາດ​ນ້ອຍ​ສ່ວນ​ໜຶ່ງຂອງ​ຢຸນນານ​ໄດ້ ຊືມ​ເຂົ້າ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ກັບປະ​ເທດ​ອະນຸ​ພາກ​ພື້ນ​ຢ່າງ​ບັງ​ເກີດ​ຜົນ,​ແລະ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ເພື່ອ​ຊຸກ​ຍູ້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ຂອງ​ປະ​ເທດ​ອະ​ນຸ​ພາກ​ພື້ນ.

ທ່ານ​ຢິ່ນຢົງ​ລີ​ນ ​ເຈົ້າໜ້າ​ທີ່​ຂອງຫ້ອງການ​ການ​ພົວພັນ​ເສດຖະກິດ​ການ​ຄ້າ​ກັບ​ຕ່າງປະ​ເທດ​ຂອງ​ພະ​ແນ​ກ​ການ​ຄ້າ​​ແຂວງຢຸນນານ​ວິ​ເຄາະວ່າ,ປະຈຸ​ບັນ​ນີ້,ໃນ​ເວລາ​ເຂົ້າຮ່ວມ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ຂອງ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ,ວິ​ສາ​ຫະກິດ​ຂະໜາດ​ກາງ​ແລະ​ຂະ​ໜາດ​ນ້ອຍ​ຂອງ​ແຂວງ​ຢຸນ​ນານ​ຕົ້ນ​ຕໍ​​ຢູ່​ໃນຂົງ​ເຂດ​ການ​ຄ້າ,ທ່ານ​ເຫັນ​ວ່າ,ຄຽງ​ຄູ່​ກັບ​ການ​ຄ້າ​ການ​ລົງທຶນ​ຂອງ​ອະ​ນຸ​ພາກ​ພື້ນ​ແມ່​ນ້ຳ​ຂອງ​ສະ​ດວກ​ກວ່າ​ເກົ່າ​ຕື່ມ​ອີກ,​ວິ​ສາ​ຫະ​ກິດ​ຂະ​ໜາດ​ກາງ​ແລະ​ຂະ​ໜາດ​ນ້ອຍ​ຂອງ​ແຂວງ​ຢຸນ​ນານ​ຈະ​ສ້າງ​ຜົນ​ງານ​ຫຼາຍ​ໃນ​ການ​ພັດ​ທະ​ນາ​ຂະ ​ແໜງ​ການ​ຈໍ​ລະ​ຈອນ​ສິນ​ຄ້າ.