ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-19 20:08:38    
ທະ​ຫານ​ອາ​ເມ​ລິ​ກາ​ຍິງ​ສາ​ມັນ​ຊົນ​7​ຄົນ​ຕາຍ​ຢູ່​ເມືອງ​ນ້ອຍ​ຂອງ​ອີ​ຣັກ

cri
ຕາມ​ຂ່າວ​ສານ​ຊີນ​ຮວາ,​ຕອນ​ຂ້ອນ​ແຈ້ງ​ວັນ​ທີ19​ມີ​ນາ,​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີຣັກ​ໄດ້​ຫຼອນ​ໂຈມ​ຕີ​ເມືອງ​ດູ​ລຸຍ​ຢາ​ແຂວງຊາ​ລາ​ຮາ​ດີ​ນທາງພາກ​ກາງ​ແລະ​​ພາກເໜືອ​ຂອງ​ອີຣັກ​ຢ່າງ​ກະ​ທັນຫັນ,​ໄດ້​ຍິງ​ສາມັນ​ຊົນ​7ຄົນ​ຕາຍ​ໃນ​ເວລາ​ຊອກ​ຈັບ​ຜູ້​ປະກອບ​ອາວຸດ​ຕ້ານ​ອາ​ເມ​ລິ​ກາ.

ທ່ານ​ມູຮາ​ມເມັດ ຈູ​ໂບຣີ ຫົວໜ້າ​ພະ​ແນກ​ຕຳ​ຫຼວດ​ດູ​ລຸຍ​ຢາ​ເຜີຍ​ໃຫ້​ຮູ້​ວ່າ,​ກອງ​ທະ​ຫານອາ​ເມ​ລິ​ກາ​ແລະ​ອີຣັກ​ໄດ້ກໍ່​ການ​ເຄື່ອນ​ໄຫວ​ກວາດ​ລ້າງ​ພວກ​ປະກອບ​ອາວຸດ​​ໃຕ້​ການ​ປະສານ​ສົມ​ທົບ​ຂອງ​ລົດ​ຫຸ້ມ​ເກາະ​ແລະ​ຍົນ​ເຮ​ລິ​ກົບ​ຢູ່​ດູ​ລຸຍ​ຢາ​ໃນ​ຕອນ​ຂ້ອນ​ແຈ້ງປະ​ມານ4​ໂມງ,​ມີ​ພົນ​ລະ​ເມືອງ​ທ້ອງ​ຖິ່ນ​7ຄົນ​ຖືກ​ຍິງ​ຕາຍ,​ໃນ​ນັ້ນ​ມີ3ຄົນ​ຢູ່ຄອບ​ຄົວ​ດຽວ.​ນອກ​ນັ້ນ,​ທະຫານ​ອາ​ເມ​ລິ​ກາ​ຍັງ​ໄດ້​ຍິງ3ຄົນ​ບາດ​ເຈັບ​ແລະ​ຈັບ​ຕົວ8ຄົນ.

ຕາມ​ໄດ້​ຊາບ,​ການ​ຫຼອນ​ໂຈມ​ຕີ​ດ້ວຍ​ກຳລັງ​ອາວຸດ​ໄດ້​ສືບ​ເນື່ອງ​ຫຼາຍ​ຊົ່ວ​ໂມງ,​ພົນ​ລະ​ເມືອງ​ທ້ອງ​ຖິ່ນ​ອອກ​ນອກ​ບໍ່​ໄດ້,​ຈຳ​ເປັນ​ຕ້ອງ​ຮັບ​ເອົາ​ການ​ຊອກຈັບ​ຂອງ​ທະ​ຫານ​ອາ​ເມ​ລິ​ກາຢູ່​ໃນ​ເຮືອນ.ປັດຈຸບັນ,​ເມືອງ​ດູ​ລຸຍ​ຢາ​ຍັງ​​ໄດ້ຖືກ​ກອງທະ​ຫາ​ນອາ​ເມ​ລິ​ກາ​ປິດ​ລ້ອມ​ຢູ່.