ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 09:21:01    
ປະເພນີແຕ່ງດອງຂອງບັນດາເຜົ່າຈີນ(1)

cri

ຢູ່ຈີນມີຄຳສຸພາສິດວ່າຜູ່ຊາຍໃຫຍ່ແລ້ວຕ້ອງເອົາເມຍ,ຜູ່ຍິງໃຫຍ່ແລ້ວຕ້ອງເອົາຜົວ.
ຈີນມີ 56 ຊົນເຜົ່າ,ແຕ່ລະຊົນເຜົ່າກໍຕ່າງມີປະເພນີແຕ່ງດອງຂອງໃຜລາວ.

 

ຕັ້ງແຕ່ບູຮານນະການມາຮອດປະຈຸບັນ, ການແຕ່ງດອງ ບ່ໍພຽງແຕ່ເປັນເລື້ອງໃຫຍ່
ເລື້ອງໂຕໃນຊີວິດຂອງບ່າວສາວທ່ໍນັ້ນ,ຫາກຍັງແມ່ນການເຄ່ືອນໄຫວສຳຄັນທາງສັງຄົມທ່ີ
ປ່ຽມລົ້ນໄປດ້ວຍຄວາມເບີກບານມ່ວນຊ່ືນ ແລະສິລິມຸງຄຸນອີກດ້ວຍ. ແຕ່ໃດມາການແຕ່ງ
ດອງ
ກໍຝາກຝັງໄປດ້ວຍຄວາມຮັກອັນບໍລິສຸດຜຸດຜ່ອງຂອງປະຊາຊົນບັນດາເຜົ່າ,  ມັນໄດ້
ຝາກຝັງອຸດົມການຂອງສັງຄົມ ປະຊາຊົນບັນດາເຜົ່າ, ແລະສະແດງຄວາມມຸ່ງມາດປາຖະ
ໜາ
ຕ່ໍຊີວິດອັນຜາສຸກແລເສລີຂອງປະຊາຊົນບັນດາເຜົ່າ.

 

ພິທີແຕ່ງດອງຂອງເຜົ່າມົງໂກນຂອງຈີນ ແມ່ນມ່ວນແທ້, ໃນເວລາເຈົ້າບ່າວຜູ່ແຂງ
ແຮງລ້ຳສັນ,ຢາກພາເອົາເຈົ້າສາວຜູ່ສວຍງາມໄປນັ້ນ,ຕ້ອງຕອບຄຳຖາມຕ່າງໆຂອງເອື້ຶອຍ
ໃພ້ເຈົ້າສາວດ້ວຍຮູບການຂັບລຳ, ຈົນຝ່າຍເຈົ້າສາວພໍໃຈ ຈ່ິງປ່ອຍໃຫ້ເຈົ້າບ່າວຢຽບເຂົ້າ
ເຮືອນເຈົ້າສາວໄດ້, ອັນນີ້ເພ່ິນເອີ້ນວ່າ ອັດປະຕູຕັນ.  ເມ່ືອເຈົ້າສາວໄປຮອດເຮືອນຂອງ
ເຈົ້າບ່າວແລ້ວ, ວຽກທຳອິດກໍແມ່ນຕ້ອງຕົ້ມຊານົມໃຫ້ຊາວບ້ານຊິເບ່ິງ,ຖ້າເຂົາເຈົ້າຫາກ
ຍ້ອງວ່າຊານົມນີ້ຫອມຫຼາຍ, ກໍແປວ່າເຂົາເຈົ້າຮັບເອົາແລະຍ້ອງຍໍເຈົ້າສາວ.

 

ຜູ່ສາວໄລ່ຕີຜູ່ບ່າວ ແມ່ນແບບວິທີນ່ືງຂອງບ່າວສາວເຜົ່າກາຊັກເພ່ືອສະແດງຄວາມ
ຮັກແລະໝັ້ນໝາຍກັນເປັນຄູ່ຊີວິດ. ຢູ່ຕາມທາງຜູ່ບ່າວ ຈະສະແດງຄວາມຮັກຕ່ໍຜູ່ສາວໄດ້
ໂດຍກົງ, ແຕ່ວ່າໃນເວລາກັບຄືນນັ້ນ ຖ້າຜູ່ສາວຫາກບ່ໍມັກຜູ່ຊາຍຄົນນັ້ນເຂົາກໍເອົາໄມ້ແສ້
ຂ້ຽນຕີຜູ່ຊາຍໄດ້ຕາມໃຈ.

 

ພິທີແຕ່ງດອງຂອງເຜົ່າວີອູເອີເຂດຊີນຈ່ຽງຈີນແມ່ນຟົດຟື້ນມ່ວນຊ່ືນທ່ີສຸດ.ພວກເຂົາ
ເຈົ້າທັງດີດກະຈັບປ່ີທັງຟ້ອນລຳທຳເພງ ຢ່າງສະໜຸກສະໜານ. ເມ່ືອເຈົ້າສາວ ໄປຮອດ
ເຮືອນເຈົ້າບ່າວແລ້ວ, ກ່ອນອ່ືນຕ້ອງຍ່າງອ້ອມກອງໄຟຮອບນ່ືງ,ແລ້ວຈ່ິງຍ່າງເຂົ້າເຮືອນ.
ຕາມ
ເວົ້າວ່າເຮັດແນວນີ້ໝາຍເຖິງຕ່ໍໄປພາຍໜ້າເ ຮັດຫຍັງກໍຈະໄດ້ດ່ັງຄວາມປາຖະໜາ,
ໃນພິທີແຕ່ງດອງເຈົ້າບ່າວກັບເຈົ້າສາວຕ້ອງກິນຂະໜົມຈ້ຳເກືອທ່ີຜູ່ເຖົ້າຜູ່ແກ່ເອົາໃຫ້,ເຊ່ິງ
ມີຄວາ
ມໝາຍວ່າ ແຕ່ນີ້ຕ່ໍໄປ ສອງຜົວເມຍຈະຢູ່ສຸກກິນດິບນຳກັນຮັກແພງກັນຕະຫຼອດຊີ
ວິດ.

 

ສ່ວນຜູ່ສາວເຜົ່າເກົາຫີຼ, ເວລາຈະແຕ່ງດອງພ່ໍແມ່ກໍຈະຫ້າງເຄ່ືອງຫ້າງຂອງໄວ້ໃຫ້
ຢ່າງຫຼວງຫຼາຍ. ຢູ່ເທິງໂຕະຕ້ອນຮັບເຈົ້າບ່າວນັ້ນ, ຈະຕ້ອງວາງໄກ່ຜູ້ໂຕນ່ືງທ່ີຄາບໝາກ
ເຜັດແດງໜ່ວຍນ່ືງ, ໝາຍເຖິງການອວຍພອນໃຫ້ຄູ່ຜົວເມຍໃໝ່ຈົ່ງມີຊີວິດສົມບູນພູນສຸກ.
ເຈົ້າບ່າວ ຕ້ອງກີເຫົ້ຼາໝົດສາມຈອກທ່ີຜູ່ຕາງໜ້າຝ່າຍເຈົ້າສາວຫຍິ້ນໃຫ້, ແລ້ວຈິ່ງຮັບ
ເອົາເຈົ້າສາເມືອໄດ້. ຕາມຮີດຄອງທ່ີສືບກັນມາພ່ໍປູ່ແມ່ຍ່າແລະຍາດພ່ີນ້ອງ  ຕ້ອງຟ້ອນ
ຕ້ອນຮັບເຈົ້າສາວ,ຖ້າພ່ໍປູ່ແມ່ຍ່າຟ້ອນບ່ໍມ່ວນບ່ໍຊ່ືນ,ເຈົ້າສາວກໍຈະບ່ໍລົງລົດ,ບ່ໍເຂົ້າຢຽບປະ
ຕູ
ເຮືອນຂອງຜົວ.

 

ພິທີແຕ່ງດອງຂອງເຜົ່າທູເຈຍແຂວງຫູນານຂອງຈີນ, ຍັງຮັກສາຮີດເກົ່າຄອງຫັຼງຢູ່.
ເວລາແຕ່ງດອງ,  ຝ່າຍຊາຍຈະຕ້ອງເຊີນຜູ່ຕາງໜ້າສອງຄົນເປັນເພ່ືອນເຈົ້າບ່າວມາຮັບ
ເຈົ້າສາວ, ເມ່ືອຜູ່ຕາງໜ້າຍ່າງເຂົ້າປະຕູ, ຄົນຢູ່ເທິງຫັຼງຄາເຮືອນກໍຈະຫົດນ້ຳໃສ່ເຂົາເຈົ້າ.
ເວລາຟ້ອນນັ້ນ, ຜູ່ຕາງໜ້າຕ້ອງຟ້ອນໄປນຳຮ້ອງເພງໄປນຳ ແລະຕອບບັນຫາຕ່າງໆທ່ີຜູ່
ຕາງໜ້າຝ່າຍຍິງຕັ້ງຂຶ້ນຖາມ. ຄັນຕອບບ່ໍຄັກກໍຈະຖືກຫົວຂວັນ, ແລະຍັງຈະເລ່ືອນເວລາ
ແຕ່ງດອງໄປອີກປີນ່ືງ,ຄັນຕອບໄດ້ດີ,  ກໍໃຫ້ຮັບເອົາເຈົ້າສາວເມືອ, ຊົນເຜົ່າທູເຈຍຊ່າງ
ຟ້ອນຊ່າງລຳ,ພິທີແມ່ນດຳເນີນໄປໃນທ່າມກາງຟ້ອນລຳທຳເພງ.

 

ເຜົ່າທູເຈຍໃນບາງແຫ່ງ, ໃນເວລາແຕ່ງດອງນິຍົມກັນໄຫ້ກ່ອນເອົາຜົວ, ຄົນທັງ
ຫຼາຍຖື
ວ່າການຂັບໄຫ້ເກ່ັງຫຼືບ່ໍນັ້ນເປັນສັນຍະລັກສະແດງໃຫ້ເຫັນຄວາມສະຫຼາດສະຫຼຽວ
ແລະຄຸນສົມບັດຂອງຜູ່ສາວ.ການໄຫ້ກ່ອນເອົາຜົວແມ່ນມີມາແຕ່ດັ້ງເດີມ,ຍ້ອນສະໄໝແຕ່
ກີ້ລູກສາວເອົາຜົວຕ້ອງແມ່ນພ່ໍແມ່ເປັນຜູ່ຫາໃຫ້, ຈ່ິງໄດ້ນຳເອົາຄວາມທຸກໃຈຈົນເຫືຼອພັນ
ລະນາມາໃຫ້ຜູ່ຍິງ,ແລະສືບກັນມາຈົນຮອດດຽວນີ້.ກ່ອນຈະແຕ່ງດອງສາມເດືອນຜູ່ສາວກໍ
ຕ້ອງຮ້ອງໄຫ້ໄວ້ກ່ອນແລ້ວ, ບາເຄ່ິງເດືອນຕ້ອງໄຫ້ເທ່ືອນ່ືງ, ຄັນຮອດມື້ແຕ່ງດອງເອື້ອຍ
ນ້ອງຜູ່ເປັນໝູ່ຂອງເຈົ້າສາວໃນບ້ານກໍຕ້ອງມາໄຫ້ນຳກັນ.

 

ຢູ່ເທິງພູທ່ີສູງກວ່າໜ້ານ້ຳທະເລ 2000 ແມັດ, ແມ່ນບ້ານເຜົ່າມົ້ງ ຊົນເຜົ່າທ່ີມີປະ
ຫວັດ
ເກົ່າແກ່ບູຮານຂອງຈີນ. ເຜົ່າມົ້ງມີຫຼາຍກ່ິງງ່າສາຂາ,ເຜົ່າມົ້ງຮ່ອມພູຂຽວທ່ີແຂວງ
ກຸ້ຍໂຈວ,ໃນທ່ົວໂລກກໍຍັງເຫືຼຶອແຕ່ສ່ີພັນກວ່າຄົນທ່ໍນັ້ນແລ້ວ, ຜູ່ສາວເຜົ່າມົ້ງຮ່ອມພູຂຽວຖື
ວ່າ, ເກົ້າຜົມໃຫຍ່ຊ່ຳໃດກໍຍ່ິງງາມຊ່ຳນັ້ນ.  ເພ່ືອກຽມແຕ່ງດອງ, ພວກຜູ່ສາວຈະຕ້ອງຕ່ຳ
ກະໂປ່ງກີບທ່ີມີ 60 ກ່ວາກີບ,ໜັກປະມານ60ກ່ວາກິໂລ. ສ່ວນຜູ່ສາວເຜົ່າມົ້ງດຳພັດຊ່າງ
ຫຍິບປັກຖັກແສ່ວ,ສີມືກໍເກ່ັງ,ສະຫັຼບສີກໍງາມແລະມັກເອ້ດ້ວຍເຄ່ືອງເງິນ.