ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 09:25:51    
ປະເພນີແຕ່ງດອງຂອງບັນດາເຜົ່າຈີນ(2)

cri
ຊົນເຜົ່າມົ້ງ ກ່ິງງ່າສາຂາໃດກໍມີແບບວິທີພິເສດເພ່ືອສະແດງຄວາມຮັກຂອງຕົນ,ມີບາງ
ເຜົ່າບ່ໍຂຽນຈົດໝາຍຫາກັນ, ແລະບ່ໍຕ້ອງເວົ້າຄວາມຈົບຄວາມງາມຫຍັງ,ເພາະເຂົາເຈົ້າ
ແມ່ນໃຊ້ແຕ່ວິທີເປົ່າໃບໄມ້ຮ້ອງເພງດີດກະຈັບປ່ີແລະເປົ່າຂຸ່ຍເພ່ືອສະແດງຄວາມຮັກຕ່ໍ
ກັນ.

ສ່ວນເຈົ້າສາວເຜົ່າມົ້ງແຂວງຢຸນນານ ໃນເວລາເອົາຜົວນັ້ນ ຕ້ອງກັ້ງຄັນຮ່ົມ.ເມ່ືອເຈົ້າ
ສາວເຂົ້າເຮືອນແລ້ວ ເຈົ້າບ່າວຕ້ອງຍາດເອົາຄັນຮ່ົມຂອງເຈົ້າສາວ ແລ້ວຈ່ຶງຈັດພິທີ
ແຕ່ງດອງກັນໄດ້.

ຢູ່ແຂວງໄຫຫຼຳຂອງຈີນ ໃນເວລາຍາດພ່ີນ້ອງຢອກເຈົ້າສາວນັ້ນ ຜູ່ໃດກໍຕ້ອງຢິກເຈົ້າ
ສາວ, ຢິກແຮງທ່ໍໃດກໍສະແດງວ່າຍ່ິງຮັກທ່ໍນັ້ນ.

ແບບວິທີທ່ີອ້າຍບ່າວເຜົ່າຮານີຂໍຄວາມຮັກນຳຜູ່ສາວນັ້ນ ກໍພິເສດທ່ີສຸດ. ຜູ່ບ່າວຕ້ອງ
ຫາບນ້ຳໄປໃຫ້ເຮືອນຜູ່ສາວຫາບນ່ືງ, ຄັນຜູ່ສາວບ່ໍໄຂປະຕູໃຫ້ ຜູ່ບ່າວກໍຕ້ອງຖ້າດ້ວຍ
ຄວາມອົດທົນ.ຄັນຜູ່ສາວໄຂປະຕູ ກໍແປວ່າຜູ່ສາວຮັກອ້າຍບ່າວແລະຈະມີຫວັງຈະໄດ້
ແຕ່ງດອງກັນ. ປະເພນີພວກເຂົາເຈົ້າສ່ົງເຈົ້າສາວກໍແປກທ່ີສຸດ,ຄືທັງແກ່ທັງດຶງແລະທັງ
ຊຸກເຈົ້າສາວເມືອເຮືອນເຈົ້າບ່າວ. ເມ່ືອເຈົ້າສາວໄປຮອດເຮືອນເຈົ້າບ່າວແລ້ວ ວຽກທຳ
ອິດກໍແມ່ນສອງຜົວເມຍໃໝ່ຕ້ອງໄປເຮັດວຽກຢູ່ທ່ົງນາ, ພວກເຂົາເຈົ້າຖືການອອກແຮງ
ງານເປັນຄຸນສົມບັດອັນດີງາມກ່ວາໝູ່ໝົດ.

ຊາວເຜົ່າຕິເບດແຕ່ງດອງແມ່ນຄຶກຄື້ນທ່ີສຸດ,ເພ່ືອຕ້ອນຮັບຍາດມິດທັງຫຼາຍ ພວກເຂົາ
ເຈົ້າຈະຕ້ອງຫ້າງເຫົ້ຼາຊີງໂຄໄວ້ຫຼາຍສິບໄຫແລະເຮັດເຂົ້າໜົມແລະອາຫານອ່ືນໆໄວ້
ຫຼາຍໆແນວ,ຕາມປະເພນີຂອງເຜົ່າຕິເບດ,ແຕ່ງດອງກໍຕ້ອງເລືອກເອົາມື້ສັນວັນດີ.ແຂກ
ທັງຫຼາຍຈະຕ້ອງມອບຜ້າຮາຕາທ່ີຂາວສະອາດໃຫ້ເຈົ້າບ່າວແລະເຈົ້າສາວ.ອວຍພອນ
ໃຫ້ເຂົາເຈົ້າມີຄວາມສຸກ,ຫັວງສ່ິງໃດກໍໃຫ້ໄດດ່ັງປາຖະໜາ.ໃນງານດອງ,ເຈົ້າບ່າວເຈົ້າ
ສາວຕ້ອງເຊີນຜູ່ເຖົ້າຜູ່ແກ່ກິນເຫົ້ຼາ, ໃນພິທີແຕ່ງດອງ ຄົນທັງຫຼາຍທ່ີມາອວຍພອນກໍພາ
ກັນຮ້ອງເພງສະແດງຄວາມອວຍພອນ,ເຮັດໃຫ້ພິທີປ່ຽມລົ້ນໄປດ້ວຍບັນຍາກາດເບີກ
ບານມ່ວນຊ່ືນ.

ສ່ວນເຜົ່າຕິເບດທ່ີດຳລົງຊີວິດຢູ່ແຂວງເຊສວນນັ້ນ ເມ່ືອຜູ່ບ່າວໄປສູ່ຂໍຜູ່ສາວ,ຕ້ອງເອົາ
ເຫົ້ຼາໄປນຳສອງແກ້ວ,ຄັນພ່ໍແມ່ຂອງຜູ່ສາວກິນເຫົ້ຼານີ້ແລ້ວ, ກໍໝາຍຄວາມວ່າເຫັນດີຮັບ
ເອົາເປັນລູກເຂີຍແລ້ວ, ສ່ວນພິທີແຕ່ງດອງກໍຍ່ິງຟົດຟື້ນ,ຄົນໝົດບ້ານກໍມາຮ່ວມນຳໝົດ
ທຸກຄົນ.  ເຈົ້າບ່າວເຈົ້າສາວກໍຮ້ອງເພງຍົກຈອກອວຍພອນໃຫ້ຜູ່ເຖົ້າຜູ່ແກ່ກ່ອນ, ແລ້ວ
ອວຍພອນຄົນທັງຫຼາຍຈົນພາກັນເມົາ,ພິທີແຕ່ງດອງຈ່ິງເລີກ.

ເຜົ່າຢ້າວຕັ້ງພູມລຳເນົາຢູ່ເຂດພູດອຍທ່ີສວຍງາມປານໄດ້ບັນລະຍາຍໄວ້ໃນເທບນິຍາຍ
ມ່ວນໆທ່ີເລ່ົາລືກັນ. ນາງສາວເຜົ່າຢ້າວມັກຖັກມັກແສ່ວສ່ິງ ທ່ີສະແດງຄວາມຮັກຄວາມ
ມັກອັນເລິກເຊ່ິງຂອງເຂົາເຈົ້າ.

ການຂັບຕ່ໍແຍແມ່ນແບບວິທີສຳຄັນທ່ີບ່າວສາວເຜ່ົາຢ້າວສະແດງຄວາມຮັກຕ່ໍກັນ.ໃນຖັນ
ແຖວສ່ົງເຈົ້າສາວໄປເຮືອນເຈົ້າບ່າວນັ້ນ ເອື້ອຍຫືຼນ້ອງສາວຂອງເຈົ້າສາວຕ້ອງກັ້ງຄັນ
ຮ່ົມໂຊມເຈົ້າສາວອອກຍ່າງ,ຝ່າຍເຈົ້າບ່າວຕ້ອງຕັ້ງຮ້ານລ້ຽງເຫົ້ຼາຢູ່ກາງທາງເພ່ືອຕ້ອນ
ຮັບຍາດພ່ີນ້ອງທ່ີໄປຮັບແລະສ່ົງເຈົ້າສາວ. ເມ່ືອຂະບວນສ່ົງເຈົ້າສາວເຂົ້າບ້ານແລ້ວ ພ່ໍ
ແມ່ແລະອ້າຍເອື້ອຍນ້ອງຂອງເຈົ້າບ່າວຕ້ອງຈູດໝາກກະໂພກ ຟ້ອນສິງໂຕຢູ່ໜ້າບ້ານ,
ຕ້ອນຮັບເຈົ້າສາວຢ່າງຄືກຄື້ນແລະອົບອຸ່ນ.ເຈົ້າບ່າວເຈົ້າສາວຍັງຕ້ອງປ້ອນເຫົ້ຼາໃຫ້ກັນ
ກິນ,ແລ້ວຈັດພິທີແຕ່ງດອງແລະຂັບຕ່ໍແຍ,ທັງຂັບທັງກິນ, ງັນຈົນຊອດແຈ້ງ.

ຢູ່ພາກໃຕ້ແຂວງຢຸນນານ,ຕາມເລ່ົາລືກັນວ່າແມ່ນບ້ານເກີດຂອງນົກຍູງເຊ່ິງເປັນຖ່ິນຖານ
ອັນໜ້າອັດສະຈັນ.ໃນແຫ່ງນັ້ນ ມີຍິງຊາຍເຜົ່າລື້ທ່ີຮູບຮ່າງສວຍງາມຕັ້ງພູມລຳເນົາເປັນ
ບ້ານເກີດຂອງເຂົາເຈົ້າ.ຍິງຊາຍທ່ີຮັກກັນ ມັກນັດພົບກັນຢູ່ຂ້າງເຮືອນຍົກພື້ນ.ຄວາມຮັກ
ແມ່ນຄ່ອຍໆສຸກງອມຂື້ນໃນທ່າມກາງສຽງດົນຕີແລະວາດຟ້ອນທ່ີມີເອກກະລັກພິເສດ
ຂອງເຜົ່າເຂົາເຈົ້າ.

ສ່ວນຜູ່ສາວເຜົ່າປາຍແຂວງຢຸນນານແມ່ນຖືກັນວ່າ ຍາມທ່ີມີກຽດທ່ີສຸດ ສະຫ່ງາທ່ີສຸດ
ແລະງາມທ່ີສຸດໃນຊົ່ວຊີວິດນັ້ນ ກໍແມ່ນຍາມເປັນເຈົ້າສາວ. ໃນມື້ແຕ່ງດອງ, ອ້າຍຂອງ
ເຈົ້າສາວຈະຕ້ອງເຈ່ຍນ້ອງສາວອອກເຮືອນໄປມອບໃຫ້ເຈົ້າບ່າວທ່ີມາຕ້ອນເອົາ. ໃນ
ສ້ວມນອນຂອງເຈົ້າບ່າວເຈົ້າສາວນັ້ນ ຕ້ອງມີມີດຕັດ ໄມ້ບັນທັດ ແລະຊີງວາງໄວ້ ເຊ່ິງຫວັງໃຫ້ເຈົ້າສາວເປັນຜູ່ດຸໝ່ັນຂະຫຍັນພຽນ,ຊ່ອຍຜົວສ້າງຮ່ັງຄູນມີ.

ສ່ວນເຈົ້າສາວເຜົ່າກີໂນນັ້ນ ພໍໄປຮອດເຮືອນຜົວ ແມ່ຍ່າ ຈະຕ້ອງເອົາໄຂ່ໄກ່ໃຫ້ລູກ
ໄພ້ໜ່ວຍນ່ືງ ເຊ່ິງເປັນຄວາມປາຖະໜາດີທ່ີຫວັງໃຫ້ລູກໄພ້ໄດ້ຫຼານນ້ອຍໄວໆ.ເມ່ືອພ່ໍ
ປູ່ພົບລູກໄພ້ແລ້ວ ຕ້ອງຜູກຝ້າຍແດງໃສ່ແຂນລູກໄພ້ເຖິງສາມຮອບ ເຊ່ິງໝາຍຄວາມ
ວ່າ ຈະຜູກໝາກຫົວໃຈລູກໄພ້ໄວ້.

ສ່ວນຍິງຊາຍເຜົ່າອີສະແດງຄວາມມັກຮັກກັນນັ້ນ ແມ່ນເອົາດອກໄມ້ເປັນສ່ື,ຜູ່ບ່າວເອົາ
ດອກໄມ້ງາມເໜັບໃສ່ຜົມຜູ່ສາວທ່ີຕົນມັກ, ເພ່ືອສະແດງຄວາມຮັກແລະໝັ້ນໄວ້, ໃນເວ
ລາແຕ່ງດອງ ຈະຕ້ອງໃຫ້ເພ່ືອນຜູ່ດີທ່ີສຸດຂອງເຈົ້າສາວ ເປ້ເຈົ້າສາວອອກຈາກເຮືອນ.
ພ່ໍປູ່ແມ່ຍ່າຈະຕ້ອງເອົາຂອງຕ້ອນແລະຈູງມ້າມາຮັບລູກໄພ້ຜູຸ່ເປັນເຈົ້າສາວ. ຢູ່ກາງທາງ
ຕ້ອງຈັດພິທີບາຍເຈົ້າສາວ,ຜູ່ຕາງໜ້າຂອງເຈົ້າບ່າວຕ້ອງບຸຜ່າຝຸງຄົນເຂົ້າໄປບາຍຫູເຈົ້າ
ສາວ, ຖ້າບາຍຖືກແລ້ວ ຈ່ຶງເຈ່ຍເຈົ້າສາວຂຶ້ນຂ່ີຫັຼງມ້າ.