ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 10:39:57    
ເຂດ​ກວາງ​ຊີ​ຂອງ​ຈີນ​ເລັ່ງ​ລັດ​ການ​ກໍ່​ສ້າງ​ວົງ​ເສດ​ຖະ​ກິດ​ອ່າວ​ພາກ​ເຫນືອ,​ເພື່ອ​ເຊື່ອມ​ຕໍ່​ກັບ​ເຂດ​ການ​ຄ້າ​ເສ​ລີ​ອາ​ຊຽນ

cri Author: sayvanny

ເຂດ​ກວາງຊີ​ຈີນ​ຕັ້ງຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ເມື່ອ​ໄດ້​ຜ່ານ​ການ​ກ້າວ​ກະ​ໂດດ​ຄັ້ງປະຫວັດສາດ​ທີ່​ຈາກ​ການ​ກິນ​ອີ່​ນນຸ່ງ​ອຸ່ນ​ໄປ​ສູ່​ການ​ພໍ​ຢູ່​ພໍ​ກິນ​ຍັງ​ມີ​ສ່ວນ​ເຫລືອ​ໃນ​ໄລຍະ​ປະຕິບັດ​ແຜນ​ພັດທະນາ​ຫ້າ​ປີ​ຄັ້ງທີ 10, ​ເຂດ​ກວາງຊີ​ໄດ້​ເຂົ້າສູ່​ໄລຍະ​ພັດທະນາ​ດີ​ທີ່​ສຸດ​ໃນ​ປະຫວັດສາດ. ​ໃນ​ແຜນ​ພັດທະ ນາ​ຫ້າ​ປີ​ຄັ້ງທີ 11 ຂອງ​ເຂດ​ກວາງຊີ​ໄດ້​ກຳນົດ​ຢ່າງ​ຈະ​ແຈ້ງວ່າ, ​ເປົ້າຫມາຍ​ພັດທະນາ​ອຸດສາຫະກຳ​ຂອງ​ກວາງຊີ​​ເຊິ່ງລວມ ທັງມູນ​ຄ່າ​ເພີ່ມ​ຂອງ​ອຸດສາ ຫະກຳ​ສະ​ເລ່ຍຈະ​ເພີ່ມ​ຂຶ້ນ 13% ຕໍ່​ປີ;​ເມື່ອ​ຮອດ​ປີ 2020, ​ເຮັດ​ໃຫ້​ອັດຕາ​ສ່ວນ​ຂອງ​ມູນ​ຄ່າ​ເພີ່ມ​ອຸດສາຫະກຳ​ກວມ 45% ;ມີ​ວິ​ສາ​ຫະກິດ​ທີ່​ມີ​ທ່າ​ແຮງ​ແລະ​ເຂດ​ອຸດສາຫະກຳ​ຂະຫນາດ​ໃຫຍ່​ງວດ​ຫນຶ່ງ, ພະຍາຍາມ​ສ້າງ​​ເຂດ ກວາງຊີ​ເປັນ​ສູນ​ອຸດສາຫະກຳ​ປຸງ​ແຕ່ງ​ຂອງ​ເຂດ​ການ​ຄ້າ​ເສ​ລີ​ຈີນ​ອາ​ຊຽນ​ໃນ​ປີ 2020.​

​ເຂດກວາງຊີ​ແມ່ນ​ເຂດ​ດ້ອຍ​ພັດທະນາຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ,​ແຕ່​ເຂດ​ນີ້​ມີ​ມີ​ທາງ​ອອກ​ສູ່ທະ​ເລ​ແລະ​ການ​ຄ້າ​ກັບ​ຕ່າງປະ​ເທດ​ເຊິ່ງ​ເປັນ​ທ່າ​ແຮງ​ຂອງ​ຕົນ.ປັດຈຸ​ບັນ, ກວາງຊີ​ໄດ້​ຖື​​ການ​ພັດທະນາເຂດ​ແຄມ​ທະ​ເລ​ເປັນ​ຈຸດ​ຫນັກ​ຂອງວຽກ​ງານ, ​ເປີດປະຕູ​ພັດທະນາເຂດ​ເສດຖະກິດ​ກວາງຊີ​ຢູ່​ອ່າວ​ພາກ​ເຫນືອ​ຢ່າງຮອບດ້ານ.​ເຂດ​ເສດຖະກິດ​ກວາງຊີ​ອ່າວ​ພາກ​ເຫນືອ​ແມ່ນ​ຫມາຍ​ເຖິງ​ເຂດ​ເສດຖະກິດ​ທີ່​ປະກອບ​ດ້ວຍ​ເມືອງ​ໄປ​ຫາຍ ​ເມືອງ​ຊິນ​ໂຈວ​ ​ເມືອງ​ທ່າຟາງ​ເຊິງ​ທີ່​ຢູ່​ເຂດແຄມ​ທະ​ເລ​ກວາງຊີ​ແລະ​ເຂດບໍລິຫານ​ທີ່​ຂຶ້ນ​ກັບ​ນະຄອນ​ນານ​ນິງ.​ເຊິ່ງຕັ້ງຢູ່​ເຂດ​ໃຈກາງ​ຂອງ​ວົງ​ເສດຖະກິດ​ອ້ອມ​ອ່າວ​ພາກ​ເຫນືອ,ຕໍ່​ພາຍ​ໃນ​ແມ່ນ​ຊ່ອງ​ທາງ​ອອກ​ສູ່ທະ​ເລ​ທີ່​ສະດວກ​ທີ່​ສຸດ​ຢູ່​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ທັງ​ເປັນຂົວ​ສະພານ​ແລະ​ທີ່​ຫມັ້ນສຳຄັນ​ທີ່​ຈີນ​ຮ່ວມ​ມື​ກັບ​ອາ​ຊຽນ.

ທ່ານ​ລູ້​ປິ່ງ ປະທານ​ອົງການ​ປົກຄອງ​ເຂດ​ກວາງຊີ​ເຜົ່າ​ຈວ້າງປົກຄອງ​ຕົນ​ເອງ​ເວົ້າວ່າ, ການ​ເລັ່ງລັດ​ການ​ເປີດ​ປະຕູ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ນີ້,ຈະ​ຊຸກ​ຍູ້​ການ​ເປີດ​ປະຕູ​ແລະ​ການ​ພັດທະນາ​ຂອງ​ທົ່ວ​​ເຂດກວາງຊີ​ຢ່າງ​ຫລວງຫລາຍ, ​ຈະ​ຊຸກ​ຍູ້​ການ​ເປີດ​ປະຕູ​ແລະ​ການພັດທະນາ​ຂອງ​ເຂດ​ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີ​ນຢ່າງ​ຫລວງຫລາຍ, ​ແລະ​ຈະ​ຊຸກ​ຍູ້​ວົງ​ເສດຖະກິດ​ຢູ່ພາກ​ໃຕ້ ພາກ​ຕາ​ເວັນ​ອອກສຽງ​ໃຕ້​ຂອງ​ຈີນ​ກັບ​ອາ​ຊຽນ​ເຊື່ອມ​ຕໍ່​ກັນ​ຢ່າງຮອບດ້ານ,ກໍ່​ຈະ​ຊຸກ​ຍູ້​ການ​ກໍ່ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນຢ່າງ​ຫລວງຫລາຍ,ທັງ​ຊຸກ​ຍູ້​ວົງ​ເສດຖະກິດອ້ອມ​ອ່າວ​ພາກ​ເຫນືອ​ໂປ​ໂລ​ຂຶ້ນ,ກາຍ​ເປັນ​ວົງ​ເສດຖະກິດ​ໃຫຍ່​ທີ​ສີ່​ທີ່​​ເລັ່ງລັດ​ພັດທະນາເສດຖະກິດ​ຈີນ​ ​ເຊິ່ງຖັດຈາກ​ເຂດ​ສາມຫລ່ຽມປາກ​ແມ່ນ້ຳຈູ​ຈ່ຽງ ​ເຂດ​ສາມ​ຫລ່ຽມປາກ​ແມ່ນ້ຳຢາງ​ເຊ​ແລະ​ວົງ​ເສດຖະກິດ​ອ້ອມ​ທະ​ເລ​​ໂປ​ຫາຍ.

ປັດຈຸ​ບັນ,​ເຂດ​ກວາງຊີ​ໄດ້​ມີ​​ໂຄງຄວາມ​ຄິດ​ເບື້ອງ​ຕົ້ນກ່ຽວ​ກັບ​ການ​ເປີດ​ປະຕູ​ແລະ​ພັດທະນາ​ເຂດ​ເສດຖະກິດ​ກວາງ​ຊີອ່າວ​ພາກ​ເຫນືອ.​ເຊິ່ງກໍ່​ຄື:ຖື​ການວາງ​ແຜນ​ເປັນ​ການ​ຊັກ​ນຳ,ຖື​ການ​ເປີດ​ປະຕູ​ແລະ​ການ​ປະດິດ​ສ້າງ​ເປັນ​ກຳລັງ​​ແມ່​ແຮງ,ຖື​ຝູງຕົວ​ເມືອງ​ເປັນບ່ອນ​ອີງ,ຖື​ການ​ກໍ່ສ້າງ​ທ່າ​ກຳ​ປັ່ນ​ແລະ​ອຸດສາ​ຫະກຳ​​ແຄມ​ທະ​ເລ​ເປັນ​ບ່ອນ​ບຸກທະລຸ,​ ເສດຖະກິດ​ເທິງ​ທະ​ເລກັບ​ເທິງ​ບົກ​ພ້ອມ​ກັນ​ພັດທະນາ, ​ພະຍາຍາມ​​ຫລາ​ຍປີ,ສ້າງ​ເຂດ​ດັ່ງກ່າວ​ເປັນ​ສູນ​ອຸດ​ສາ​ຫະ​ກຳ​ປຸງ​ແຕ່ງ ສູນ​ຈໍລະ​ຈອນ​ວັດ​ສະດຸ​ບໍລິການ ສູນ​ການ​ຄ້າ ສູນ​ຂໍ້​ມູນ​ຂ່າວສານແລະ​ສູນ​ແລກປ່ຽນ​ວັດທະນະທຳ​ຂອງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ,​ແລ້ວ​ສ້າງ​​ທັນ​ສະ​ໄຫມ​ແລະ​ພໍ​ຢູ່​ພໍ​ກິນ​ຍັງ​ມີ​ສ່ວນ​ເຫລືອ​ຮອບ​ດ້ານ​ກ່ອນ​ຫມູ່.

ທ່ານ​ລູ້ປິ່ງ​ເວົ້າວ່າ,ການ​ເລັ່ງລັດ​ສ້າງສາ​ທ່າ​ກຳ​ປັ່ນປະສົມ​ຂະຫນາດ​ໃຫຍ່,​ສ້າງແຫລ່ງ​ອຸດ​ສາ​ຫະ​ກຳ​ຫນັກ​​ແລະ​ອຸດສາຫະກຳ​ເຄມີ​ຢູ່ແຄມ​ທະ​ເລ,ບູລະນະ​ ​ພື້ນຖານ​ໂຄງ​ລ່າງ​ແຄມ​ທະ​ເລ,ພັດ​ທະ​ນາ​ເສດຖະກິດ​ທະ​ເລ, ​ເປັນ​ເຈົ້າການ​ຮ່ວມມື​ກັບ​ບັນດາ​ຝ່າຍ​ຢູ່​ພາກ​ພື້ນ​ອ້ອມ​ອ່າວ​ພາກ​ເຫນືອ​ຄື ​ແຂວງ​ກວາງ​ຕູ້​ງ​ແລະ​ແຂວງ​ໄຫ​ຫລຳ​ເປັນຕົ້ນ​ແລະ​ບັນດາ​ແຂວງ ​ເຂດ​ປົກຄອງ​ຕົນ​ເອງແລະ​ກຳ​ແພງ​ນະຄອນ​​ໃນ​ທົ່ວ​ປະ​ເທດ,ຕັ້ງຫນ້າ​ຮ່ວມ​ມື​ກັບ​ບັນດາ​ປະ​ເທດ​ອາ​ຊຽນຄື ຫວຽດນາມ​ເປັນຕົ້ນ, ຈະ​ແມ່ນ​ຫນ້າ​ທີ່​ຕົ້ນຕໍ​ຂອງ​ເຂດ​ກວາງຊີ​ໃນ​​ໄລຍະປະຈຸ​ບັນ​ກໍ່​ຄື​ໃນ​ຕໍ່​ໄປ​ພາຍ​ຫນ້າ.