ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 11:08:36    
ປັດ​ຊະ​ຍາ​ເຄື່ອງ​ອິ້ວ​ອ້ອຍ

cri Author: min


ຈີນ​ມີ​ຄວາມ​ເວົ້າ​ບູຮານ​ຄວາມ​ໜຶ່ງ​ວ່າ, ​ໂຊກ​ກັບ​ເຄາະ​ຕ່າງ​ເອື່ອຍ​ອີງ​ກັນ, ​ແລະ​ມັກ​ແຝງ​ຊ້ອນ​ຢູ່​ນຳ​ກັນ. ​ໃນ​ປື້​ມໜັງສື​ບູຮານ​ເລື່ອງ 《ຮວຍ​ນານ​ຈື》 ຂອງ​ຈີນ​ໄດ້​ບັນທຶກ​ນິທານ​ເລື່ອງ​ໜຶ່ງ, ວ່າ​ສະ​ໄໝ​ແຕ່​ກີ້​ແຕ່​ກ່ອນ, ມີ​ພໍ່​ເຖົ້າ​ຜູ້​ໜຶ່ງ​ອາ​ໄສ​ຢູ່​ເຂດ​ຊາຍ​ແດນ​ຂອງ​ຈີນ. ມີ​ມື້ໜຶ່ງ, ມ້າ​ຂອງ​ເພິ່ນ​ຫາຍ​ຕົວ​ໄປ, ພວກ​ຊາວບ້ານ​ພາກັນ​ເສຍ​ດາຍ​ນຳ​ເພິ່ນ, ​ແຕ່​ພໍ່​ເຖົ້າ​ພັດ​ເວົ້າ​ວ່າ: ຕໍ່​ໄປ, ຍັງ​ບໍ່​ຮູ້​ວ່າ​ມັນ​ຈະ​ແມ່ນ​ໂຊກ​ຫຼື​ແມ່ນ​ເຄາະ​ເທື່ອ. ຫຼັງ​ຈາກ​ນັ້ນ​ບໍ່ເທົ່າ​ໃດ​ມື້, ມ້າ​ໂຕ​ນັ້ນ​ບໍ່​ພຽງ​ໄດ້​ກັບ​ຄືນມາ, ຍັງ​ພາ​ມ້າ​ມາ​ນຳ​ໂຕ​ໜຶ່ງ. ຊາວ​ບ້ານ​ພາກັນ​ດີໃຈ​ນຳ, ເລີຍ​ສະແດງ​ຄວາມ​ຊົມເຊີຍ​ນຳເພິ່ນ. ແຕ່​ພໍ່​ເຖົ້າ​ພັດ​ເວົ້າ​ແບບ​ຈືດໆ​ຈາງໆ​ວ່າ: ​ໃຜ​ຊິ​ຮູ້​ວ່າ​ມັນ​ແມ່ນ​ໂຊກ​ຫຼື​ແມ່ນ​ເຄາະ! ພາຍຫຼັງ​ມາ, ມີ​ເທື່ອ​ໜຶ່ງ, ລູກ​ຊາຍ​ຂອງ​ເພິ່ນ​ຂີ່​ມ້າ​ໂຕ​ທີ່​ໄດ້​ມາ​ໃໝ່​, ​ແລ້ວ​ຕົກ​ຈາກ​ຫຼັງ​ມ້າ, ຈົນ​ຂາ​ຫັກ. ຄົນ​ທັງຫຼາຍ​ພາກັນ​ມາ​ຢາມ​ລູກ​ເພິ່ນ, ​ແລະ​ປອບ​ໃຈ​ເພິ່ນ. ​ແຕ່​ວ່າ​ພໍ່​ເຖົ້າ​ກໍ​ເວົ້າ​ຄວາມ​ເກົ່າ​ອີກ. ຕໍ່​ມາ, ບ້ານ​ເມືອງ​ເກີດ​ເສິກ​ສົງຄາມ, ຊາວ​ໜຸ່ມ​ໃນ​ບ້ານ​ຈຶ່ງ​ພາກັນ​ຕອບ​ສະໜອງ​ຄຳຮ​ຽກຮ້ອງ​​ເຂົ້າ​ເປັນ​ທະຫານ, ບໍ່​ດົນ​ກໍ່​ສະລະ​ຊີ​ຍ​ໄປ​ໃນ​ສະໜາ​ມຣົບທັງ​ໝົດ, ລູກ​ຊາຍ​ຂອງ​ພໍ່​ເຖົ້າ​ບໍ່​ໄດ້​ໄປ​ແນວ​ໜ້າ​ຍ້ອນ​ຂາ​ຫັກ, ຈຶ່ງ​ປອດ​ໄພ.

ນິທານ​ເລື່ອງ​ນີ້​ຊີ້​ບອກ​ໃຫ້​ພວກ​ເຮົາ​ຮູ້​ວ່າ, ບໍ່​ວ່າ​ເລື່ອງ​ໃດ​ກໍ່​ມີ​ສອງ​ດ້ານ​ກົງກັນຂ້າມ. ຖ້າ​ເຫັນ​ແຕ່​ດ້ານ​ບໍ່​ດີ, ຊີວິດ​ກໍ່​ຈະ​ບໍ່​ມີ​ຄວາມ​ມ່ວນ​ຊື່ນ​ຈັກ​ເມັດ, ກົງກັນຂ້າມ​ຖ້າ​ເບິ່ງ​ດ້ານ​ດີ​ໃຫ້ຫຼາຍ​ແດ່, ຊີວິດ​ກໍ່​ຈະ​ເຕັມ​ໄປ​ດ້ວຍ​ຄວາ​ມຫວັງ.

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ມີ​ຄົນ​ເວົ້າ​ວ່າ, ຄວາມ​ຮູ້​ບຸນຄຸນ​ແລະ​ຄວາມ​ເຊື່ອ​ໝັ້ນ​ກໍ່​ຄື​ກັບ​ກ້າມ​ເນື້ອ, ​ເຈົ້າ​ໃຊ້​ມັນຫຼາຍ​ເທົ່າ​ໃດ, ມັນ​ກໍ່​ແຮ່ງ​ແຂງ​ແຮງ​ມີ​ກຳລັງ, ​ແລະ​ເຈົ້າ​ກໍ​ແຮ່ງ​ມີ​ຄວາມ​ສາມາດ​ສ້າງ​ຄວາມສຸກ​ໃຫ້​ແກ່​ຕົນ​ເອງ, ຍ້ອນ​ມີ​ຄວາມ​ຮູ້​ບຸນຄຸນ​ຈຶ່ງ​ເຫັນ​ປັດ​ໄຈ​ທີ່​ດີ​ຂອງ​ສິ່ງ​ຂອງ​ແລະ​ເລື່ອງ​ລາວ​ທຸກ​ຢ່າງ, ນີ້​ແມ່ນ​ທ່າ​ທີ​ສະຫຼາດ​ທີ່​ສຸດ, ​ເພາະ​ບໍ່​ວ່າ​ເລື່ອງ​ໃດ​ກໍ່​ມີ​ດ້ານ​ດີ​ຂອງ​ມັນ. ທຸກໆ​ຄົນ​ແລະ​ທຸກໆ​ເຫດການ​ກໍ່​ຄື​ກັບ​ແກ້ວ​ມະນີ, ມີ​ຫຼາຍດ້ານ​ຫຼາຍຫຼ່ຽມ, ມັນ​ເປັນ​ແນວ​ໃດ, ​ແມ່ນ​ສຸດ​ແລ້ວ​ແຕ່​ທ່ານ​ຈະ​ເບິ່ງ​ມັນ​ຈາມ​ມຸມ​ໃດ. ຖ້າ​ຢາກ​ມີ​ຄວາມສຸກ, ດີ​ທີ່​ສຸດ​ແມ່ນ​ພະຍາຍາມ​ໃຫ້​ຄຶດ​ເຫັນ​ດ້ານ​ດີ​ຂອງ​ທຸກ​ສິ່ງ​ທຸກ​ຢ່າງ. ​ໂລກ​ໜ່ວຍ​ດຽວ​ກັນ, ​ແຕ່​ໃນ​ສາຍຕາ​ຂອງ​ຄົນ​ຕ່າງ​ກັນ​ພັດ​ເປັນ​ຮູບ​ຕ່າງ​ກັນ, ນີ້​ກໍ່​ແມ່ນ​ຍ້ອນ​ວ່າ​ແຕ່ລະ​ຄົນ​ສັງ​ເກດ​ເບິ່ງ​ໂລກ​ຈາກ​ມຸມ​ທີ່​ບໍ່​ຄື​ກັນ, ດັ່ງ​ນັ້ນ, ຈຶ່ງ​ມີ​ຄົນ​ເວົ້າ​ວ່າ: ​ເລື່ອງ​ໃດ​ເລື່ອງ​ໜຶ່ງ​ແມ່ນ​ຫຍັງ​ມັນ​ບໍ່​ສຳຄັນ, ສຳຄັນ​ຢູ່​ບ່ອນ​ວ່າ, ​ເຈົ້າ​ຄຶດ​ວ່າ​ມັນ​ແມ່ນ​ຫຍັງ. ສະ​ນັ້ນ, ​ເມື່ອ​ມີ​ເລື່ອງ​ທີ່​ບໍ່​ດີ​ເກີດ​ຂຶ້ນ, ດີ​ທີ່​ສຸດ​ແມ່ນ​ຊອກ​ຫາ​ວິທີ​ໃດ​ໜຶ່ງ, ມາ​ພິນິດ​ພິຈາ​ລະນາ​ມັນ​ຄືນ​​ໃໝ່, ຈົນ​ກວ່າ​ເຈົ້າ​ສາມາດ​ເບິ່ງ​ເຫັນ​ດ້ານ​ດີ​ຂອງ​ມັນ. ພະ​ຍາຍາມ​ໃຊ້​ຄວາມ​ສະຫຼາດ​ຂອງ​ເຈົ້າ, ຖອດ​ຖອນ​ເອົາ​ສິ່ງ​ທີ່​ດີ​ໃນ​ເລື່ອງ​ລາວ​ອັນ​ສັບສົນ.

ທ່ານ​ອາດ​ຈະ​ເຄີຍ​ເຫັນຫຼື​ເຄີຍ​ໃຊ້​ເຄື່ອງ​ອິ້ວ​ອ້ອຍ, ​ເມື່ອ​ທ່ານ​ເອົາ​ລຳ​ອ້ອຍ​ປ່ອນ​ເຂົ້າ​ເຄື່ອງ​ຈັກ, ​ເຄື່ອງ​ຈັກ​ກໍ​ຈະ​ໜີ​ບລຳ​ອ້ອຍ​ຈົນ​ແປ, ນ້ຳອ້ອຍ​ຫວານໆ​ທີ່​ມີ​ທາດ​ບຳລຸງ​ກໍ​ຈະ​ໄຫຼ​ອອກ​ມາ​ລິດໆ, ສ່ວນ​ກາກ​ອ້ອຍ​ກໍ່​ຈະ​ຖືກ​ອິ້ວ​ອອກ​ທາງ​ຂ້າງ. ພວກ​ເຮົາ​ຄວນ​ຄື​ຕົນ​ເອງ​ເປັນ​ຄື​ຈັກ​ອິ້ວ. ​ເອົາ​ປະສົບ​ການ​ຂອງ​ຕົນ​ເອງ​ປ້ອງ​ເຂົ້າ​ໃນ​ຈັກ​ອິ້ວ​ແຫ່ງ​ຈິດ​ສຳນຶກ​ຂອງ​ພວກ​ເຮົາ, ສັງ​ເກດ​ເບິ່ງ​ຂະ​ບວນການ​ທັງ​ໝົດ​ດ້ວຍ​ທ່າ​ທີ​ທີ່​ຫວັງ​ດີ​ຕໍ່​ທຸກຢ່າງ, ​ແລ້ວ​ເປີດ​ສະ​ວິກຈັກ​ອິ້ວ​ແຫ່ງ​ດວງ​ໃຈ, ລະບາຍ​ຄວາມ​ຂົມ​ຂື່ນ, ຄວາມ​ໂສກ​ເສົ້າ​ແລະ​ຄວາມ​ລຳ​ຄານ​ໃຈ​ອອກ​ຖິ້ມ. ​ແລ້ວ​ພະຍາຍາມ​ໄປ​ຊອກ​ຫາ​ຄວາມ​ເປັນ​ໂຊກ​ທີ່​ໂຕ​ເອງ​ເບິ່ງ​ເຫັນ​ໃນ​ເວລາ​ຕົກ​ຢູ່​ໃນ​ອາລົມ​ໂສກ​ເສົ້າ​ເຂັນ​ໃຈ. ທະ​ແນມ​ແຕ່​ເຮົາ​ເອງ​ຍິນ​ດີ, ​ເຮົາ​ກໍ່​ຍ່ອມ​ຈະ​ເບິ່ງ​ເຫັນ​ດ້ານ​ດີ​ຂອງ​ທຸກ​ສິ່ງ​ທຸກ​ຢ່າງ.

ຕາບ​ໃດ​ເຮົາ​ໄດ້​ຮູ້ສຶກ​ເຖິງ​ສິ່ງ​ທີ່​ດີ​ໃນ​ປະສົບ​ການ​ທີ່​ຜ່ານ​ມາ, ສະພາບ​ທັງ​ໝົດ​ກໍ່​ຈະ​ຕ່າງ​ເກົ່າ, ​ເຮົາ​ຈະ​ບໍ່​ເບື່ອ​ໜ່າຍ​ອະດີດ​ຕະການ​ຂອງ​ຕົນ​ອີກ, ​ແລະ​ຈະ​ໃຊ້​ບາດກ້າວ​ຕໍ່​ໄປ​ເພື່ອ​ສະ​ແຫວ​ງຫາ​ຄວາມສຸກ​ຂອງ​ຕົນ. ​ເຮັດ​ໃຫ້​ເສດ​ກາກ​ອ້ອຍ​ກາຍ​ເປັນ​ທາດ​ບຳລຸງ​ຂອງ​ຊີວິດ, ຊີມ​ລົດ​ຊາດ​ອັນ​ຫອມ​ຫວານ​ຂອງ​ນ້ຳອ້ອຍ, ຫຼື​ເວົ້າ​ອີກ​ແບບ​ໜຶ່ງ​ກໍ​ແມ່ນ, ຂໍ​ແຕ່​ໄດ້​ສິ່ງ​ທີ່​ດີ, ສິ່ງ​ທີ່​ບໍ່​ດີ​ເຫຼົ່ານັ້ນ​ກໍ​ບໍ່​ເອົາ​ຫົວຊາ​ມັນ​ອີກ.

ທ່ານ​ຜູ້​ຟັງ​ທີ່​ຮັກ​ແພງ, ​ເມື່ອ​ທ່ານ​ໄດ້​ພົບ​ເລື່ອງ​ໃດ​ໜຶ່ງ​ທີ່​ບໍ່​ດີ, ຂໍ​ໃຫ້​ທ່ານ​ຈົ່ງ​ພະຍາຍາມ​ຄຶດ​ໄປ​ທາງ​ທີ່​ດີ, ຊອກ​ຫາ​ດ້ານ​ທີ່​ມີ​ຜົນ​ດີ​ຕໍ່​ທ່ານ​ເຮັດ, ​ແນວ​ນີ້, ​ໃນ​ຊີວິດ​ຂອງ​ທ່ານ​ກໍຈະ​ມີ​ເລື່ອງ​ບໍ່​ມ່ວນ​ໃຈ, ໜ້ອຍ​ລົງຫຼາຍ, ​ແລະ​ມີ​ຄວາມ​ຫວັງ​ຫຼາຍຂຶ້ນ!