ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 11:09:44    
ມູນ​ຄ່າ​ການ​ຄ້າ​ຈີນ​ຣັດ​ເຊຍ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ

cri
ຕາມ​ໜັງສື​ພິມ​​ເຢິນມີນຢື້​ປ້າວ:ຂໍ້​ມູນ​ສະ​ຖິ​ຕິ​ຂອງ​ດ່ານ​ພາ​ສີ​ຈີນ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປີ​2005,​ມູນ​ຄ່າ​ການ​ຄ້າ​ຈີນ​ຣັດ​ເຊຍ​ໄດ້​ເພີ່ມ​ຂຶ້ນ​ຮອດ​29​ຕື້​100​ລ້ານ​ໂດ​ລາ,​ເພີ່ມ​ຂຶ້ນ​ເກືອບ40%​ເມື່ອ​ທຽບ​ໃສ່​ປີ​2004,​ໄດ້​ລື່ນ​ກາຍ​ຄວາມ​ໄວ​ເພີ່ມ​ຂຶ້ນ​ທີ່​ສະ​ເລ່ຍ​ແລ້ວ​20​ຫາ​25%​ຕໍ່​ປີ​ທີ່​ກຳ​ນົດ​ໃນ​ແຜນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ຣັດ​ເຊຍ​ໄລ​ຍະ​ກາງ​ໄລ​ຍະ​ຍາວ​.

ທ່ານ​ລິວ​ກູ​ຊ່າງ ​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະຈຳຣັດ​ເຊຍ​ກ່າວ​ວ່າ,​ໃນ​ຫຼາຍ​ປີ​ມາ​ນີ້,​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ຈີນ​ຣັດ​ເຊຍ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ​.ວິ​ທີ​ຮ່ວມ​ມື​ນັບ​ມື້​ນັບ​ຫຼາຍ​ຂຶ້ນ,​ແລະ​ຂົງ​ເຂດ​​ຮ່ວມ​ມື​​ໄດ້​ເປີດ​ກວ້າງ​ອອກ​ຕື່ມ​ອີກ.

ໂດຍ​ຕອບ​ສະ​ໜອງ​ຄຳ​ເຊີນ​ຂອງ​ທ່ານ​ຫູ​ຈິນທ່າວ ປະທານ​ປະ​ເທດ​ຈີນ,ທ່ານ​ປູ​ຕິນ ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ພັນ​ຣັດ​ເຊຍ​ຈະ​ມາ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະ​ກິດ​ແຕ່​ວັນ​ທີ​21​ຫາ​ວັນ​ທີ22​ມີນາ,​ແລະ​ເຂົ້າ​ຮ່ວມ​ພິ​ທີ​​ເປີດ​ສາກ​ຂອງ​"ປີ​ຣັດ​ເຊຍ"​ແລະ​​ພິ​ທີ​ເປີດ​ສາກ​ຂອງ​ເວ​ທີ​ປາ​ໄສ​ຊັ້ນ​ສູງ​ຂອງ​ວົງ​ການ​ເສດ​ຖະ​ກິດ​​ ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ​ຣັດ​ເຊຍ.​ນອກ​ນີ້,ສອງ​ຝ່າຍ​ຍັງ​ຈະ​ຈັດ​ໃຫ້​ມີ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ຕ່າງໆ ​ເຊັ່ນ​ສັບ​ປະ​ດາ​ການ​ຄ້າ​ຣັດ​ເຊຍ​ເປັນ​ຕົ້ນ.​ທັງ​ໝົດ​ເຫຼົ່າ ນີ້​ລ້ວນ​ແຕ່​ຈະ​ຂຸກ​ຍູ້​ໃຫ້​ການ​ພົວ​ພັນ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ສອງ​ປະ​ເທດ​ຂະ​ຫຍາຍ​ຕົວ​ຕື່ມ​ອີກ.