ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 11:23:12    
ຈີນ​ຈະ​ສະ​ໜັບ​ສະ​ໜູນ​ຊາວ​ໜຸ່ມ​ຍິ່ງ​ຫຼາຍ​ໄປ​ຮຽນ​ຢູ່​ພົ້ນ​ທະ​ເລ

cri
ຕາມ​ຂ່າວ​ສານ​ຊີນຮວາ,​ວັນ​ທີ19​ມີນາ​ໃນ​ກອງ​ປະຊຸມ​ເວທີ​ປາ​ໄສ​ຊັ້ນ​ສູງ​ກ່ຽວ​ກັບ​ການ​ພັດ​ທະ​ນາ​ຂອງ​ຈີນ​ປີ2006,​ທ່ານ​ໂຈ່ວ​ຈີ້ ລັດຖະ​ມົນຕີ​ກະຊວງ​ສຶກສາ​ທິການ​ຂອງ​ຈີນກ່າວ​ວ່າ,​ຈີນ​ຈະ​ສືບ​ຕໍ່​ຍຶດ​ໝັ້ນ​ການ​ປະຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ດ້ານ​ການ​ສຶກສາ,​ແລະ​ສະໜັບ​ສະໜູນ​ຊາວ​ໜຸ່ມ​ຍິ່ງ​ຫຼາຍ​ໄປ​ຮຽນ​ຢູ່​ຕ່າງປະ​ເທດ.

ທ່ານ​ໂຈ່ວ​ຈີ້ເວົ້າ​ວ່າ,​ການ​ບຳ​ລຸງ​ສ້າງ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ແມ່ນ​ໜ້າ​ທີ່​ກົກ​ຮາກ​ຂອງ​ການ​ສ້າງ​ສາ​ການ​ສືກ​ສາ​ທັນ​ສະ​ໄໝ​ຂອງ​ຈີນ.​ຕໍ່​ໄປ​ພາຍ​ໜ້າ,​ຈີນ​ບໍ່​ພຽງ​ແຕ່​ຈະ​ເຮັດ​ໃຫ້​ນັກ​ຮຽນ​ນັກ​ສືກ​ສາທີ່​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ​ນັ້ນ​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ເກົ່າທໍ່​ນັ້ນ,​ສຳ​ຄັນ​ກວ່າ​ນັ້ນ​ຕ້ອງ​ຍົກ​ຄຸນ​ນະພາບ​ຂອງ​ການ​ຮຽນ​ຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ສູງ​ຂຶ້ນ,​ສະ​ສົມ​ຜູ້​ມີ​ຄວາມ​ຮູ້​ຄວາມ​ສາ​ມາດ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກຈີນ.

ສະຖິຕິ​ຂອງ​ກະ​ຊວງ​ສຶກສາ​ທິ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ,​ປັດຈຸ​ບັນ,​ນັກ​ຮຽນ​ນັກ​ສຶກສາ​ຈີນ​ທີ່​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ​ມີ​ເກືອບ6​ແສນ​2ໝື່ນ​ຄົນ.​ທ່ານ​ໂຈ່ວ​ຈີ້​ເວົ້າ​ວ່າ,​ການ​ສົ່ງ​ນັກ​ຮຽນ​ນັກ​ສຶກ​ສາ​ຫຼວງ​ຫຼາຍ​ໄປ​ຮຽນ​ຢູ່​ຕ່າງ​ປະ​ເທດ​ແມ່ນ​ນະ​ໂຍ​ບາຍ​ອັນ​ສຳຄັນ,​ພວກ​ເຂົາ​ເຈົ້າໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະນາ​ຂອງ​ຈີນ.