ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 11:26:02    
ກຳ​ມະ​ການ​ສະ​ພາ​ເປີກ​ສາ​ການ​ເມືອງ​ໃນ​ວົງ​ການ​ພຸດ​ທະ​ສາ​ສະ​ໜາ​ຈີນ​ລົມ​ເລື່ອງ​ການ​ແລກ​ປ່ຽນ​ກັບ​ຕ່າງ​ປະ​ເທດ​ຂອງ​ພຸດ​ທະ​ສາ​ສະ​ໜາ​ຈີນ(ສຽງ)

cri

 

ຫຼາຍ​ມື້​ມາ​ນີ້,ກອງ​ປະຊຸມ​ສະ​ໄໝ​ສາມັນ​ປະຈຳ​ປີ​ຂອງ​ສະພາ​ເປີກ​ສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ພວມ​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ.ພາລະ​ບົດບາດ​ຕົ້ນຕໍ​ຂອງ​ສະພາ​ເປິກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ແມ່ນ​ການເປີກ​ສາ​ການ​ເມືອງ​ແລະ​ຕິດຕາມ​ກວດກາປະຊາທິປະ​ໄຕ,ບຸກຄົນບັນດາພັກ​ຝ່າຍ,ໝູ່ຄະນະ​​ແລະບັນດາ​ຊົນ​ເຜົ່າ​ແລະ​ວົງ​ການຕ່າງໆທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມສະພາ​ເປິກສາ​ການ​ເມືອງໄດ້​ເປິກສາຫາລືກ່ຽວ​ກັບທິດ​ທາງນະ​ໂຍບາຍ​ໃຫຍ່​ແລະບັນຫາ​ສຳຄັນ​ໃນດ້ານ​ການ​ເມືອງ,​ເສດຖະກິດ,ວັດທະນະທຳ​ແລະ​ຊີວິດ​ສັງ​ຄົມຂອງ​ຈີນ.​ໃນ​ບັນດາ​ວົງ​ການ​ທີ່​ປະກອບ​ເປັນສະພາ​ເປິກສາ​ການ​ເມືອງ​ແຫ່ງ​ຊາດນັ້ນ,ທຳ​ມະ​ດາ​ແລ້ວ,​ແມ່ນ​ຂາດ​ກຳມະການ​ວົງ​ການ​ສາສະໜາ​ຈີນ​ບໍ​ໄດ້​.​ໃນ​​​ໄລຍະ​ໄຂ​ກອງ​ປະຊຸມ,ກຳມະການ​ຫຼາຍ​ທ່ານທີ່ມາ​ຈາກວົງ​ການ​ພຸດທະສາສະໜາ​​ໄດ້ໃຫ້​ສຳພາດ​ຕໍ່​ນັກ​ຂ່າວcri​ກ່ຽວ​ກັບ​ບັນຫາ​​ການ​ແລກປ່ຽນ​ກັບ​ຕ່າງປະ​ເທດ​ຂອງ​ພຸດທະສາສະໜາຈີນ.ພວກ​ເພິ່ນເຫັນ​ວ່າ,ລັກສະນະປຸ້ມລຸມ​ຕຸ້ມ​ຕ່ອມຂອງ​ສາສະໜາ​ພຸດ​​ໄດ້ຊຸກຍູ້​ການ​​ແລກ​ປ່ຽນວັດທະນະທຳພຸດທະສາສະໜາ​ ​ລະຫວ່າງ​ບັນດາ​ປະ​ເທດ,ຊຸກຍູ້​​ໃຫ້​ບັນດາ​ປະ​ເທດ​ໄປມາຫາສູ່​ກັນ​​ດ້ວຍໄມຕີ​ຈິດ,​ແລະຊຸກ​ຍູ້​ໃຫ້​ສັງຄົມ​ກົມ​ກຽວກັນ​.​ໃນ​ລາຍການ​"ຈີນ​ປະຈຸ​ບັນ​"ພາກ​ນີ້,​ເຊີນ​ຟັງ​ບົດ​ລາຍ​ງານ​ຂ່າວ​ເລື່ອງ:ກຳມະການ​ສະພາ​ເປິກສາການ​ເມືອງວົງ​ການພຸດທະ​ສາສະໜາ​ກ່າວ​ເຖິງ​ການ​​ແລກ​ປ່ຽນ​ກັບ​ຕ່າງປະ​ເທດ​ຂອງ​ສາສະໜາ​ພຸດ​ຈີນ.

ສາສະໜາ​ພຸດ​ບໍ່ພ​ຽງ​ແຕ່​ມີ​ສາສະ​ນິກະ​ຊົນ​ຫຼວງ​ຫຼາຍ​ພາຍ​ມາກ​ຢູ່​ປະ​ເທດ​ອາຊີ​ຄື​ຍີ່ປຸ່ນ,ສ.​ເກົາ​ຫຼີ,ລາວ,​ໄທ,ມຽນມາ,ຫວຽດນາມ,ກຳ​ປູ​ເຈຍ​ເປັນ​ຕົ້ນ,ຄຽງ​ຄູ​ກັບ​ການ​ເຜີຍ​ແຜ່​ແລະ​ແລກປ່ຽນ​ຂອງ​ສາສະໜາ​ພຸດ,​ໃນຫຼາຍປີ​ມາ​ນີ້,​​ສາສະໜາ​ພຸດ​ກໍ່​ໄດ້​ຮັບ​ຄວາມ​ນິຍົມ​ຫຼາຍ​ຂຶ້ນຢູ່​ປະ​ເທດເອີ​ລົບອາ​ເມ​ລິ​ກາ,​ແລະ​ພວມ​ໃຫ້​ຜົນ​ສະທ້ອນ​ຕໍ່​ທັດສະນະ​ຄະຕິ​ຊີວິດ​ຂອງ​ຄົນ​ຝ່າຍ​ຕາ​ເວັນ​ຕົກ​ຢ່າງ​ບໍ່​ຮູ້​ສື​ກຕົວ.

 ທ່ານ​ຕ່າວ​ຊູ້​ເຢັນ ກຳມະການສະພາ​ເປິກສາ​ການ​ເມືອງ​ແຫ່ງຊາດ​ແລະຮອງ​ຫົວໜ້າ​ພຸດ​ທະສະ​ມາ​ຄົມ​ແຫ່ງ​ຊາດ​ຈີນ​​ໄດ້​ເລົ່າ​ເລື່ອງ​​ເກົ່າ​ເລື່ອງ​ໜຶ່ງ​ໃຫ້ນັກ​ຂ່າວຟັງ​ວ່າ:

"ກ່ອນ​ຟື້ນ​ຟູສາຍສຳພັນ​ການ​ທູດ​ລະຫວ່າງ​ຈີນ​ກັບ​ຍີ່ປຸ່ນ​,ທ່ານ​ຈ້າວ​ຜູ​ຊູ່ ອະດີດປະທານ​ສະມາຄົມຈີນ​​ໄດ້ໄປ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສາກົນ​ເທື່ອ​ໜຶ່ງຢູ່​ຍີ່ປຸ່ນ.​ໃນ​​ເວລາ​ຂຽນ​ໃນ​ແຈ້ງ​ເຂົ້າ​ເມືອງ,ຍ້ອນ​ວ່າ​ທ່ານ​ຂຽນ​​ໃສ່​ໃນ​ຊ່ອງ​ສາສະໜາ​ວ່າ:ສາ​ສະໜາ​ພຸດ​,​ເລີຍ​ໄດ້​ຮັບ​ການຕ້ອນຮັບ​ພິ​ເສດ​ຈາກຝ່າຍ​ຍີ່ປຸ່ນ​ໂດຍ​ທັນທີ.ຫຼັງຈາກ​ນັ້ນ,ທ່ານ​ນາຍົກລັດຖະມົນຕີ​ໂຈ່​ວ​ເອີນ​ລາຍ​ໄດ້ຮູ້​ເລື່ອງ​ນີ້,​​ເລີຍ​ຢາກທ່ານປະທານຈ້າວ​ເອົາ​ພະພຸດທະ​ຮູບ​ຄຳ​ອົງນ້ອຍ​ອົງໜຶ່ງ​ມອບ​ໃຫ້​ນາຍົກລັດຖະມົນຕີຍີ່ປຸ່ນ.​ເມື່ອນາຍົກລັດຖະມົນຕີຍີ່ປຸ່ນ​ໄດ້​ຮັບ​ພະ​ພຸດທະ​ຮູບ​ກໍ​ຮູ້ສຶກ​ດີ​​ໃຈ​ຫຼາຍ,ດ້ວຍ​ເຫດ​ນີ້,ຜູ້ນຳ​ສອງ​ປະ​ເທດ​ແລະ​ວົງ​ການ​ສາສະໜາ​ພຸດ​ຂອງສອງ​ປະ​ເທດ​​ໄດ້​ສ້າງ​ມິ​ດຕະ​ພາບ​ອັນ​ເລິກ​ເຊິ່ງຕໍ່​ກັນ.ພາຍຫຼັງ​ມາ,ຄະນະ​ຜູ້​ແທນ​ພຸດທະສາສະໜາສອງ​ປະ​ເທດ​​ໄດ້​ໄ​ປມາຢ້ຽມຢາມ​ກັນ​ຢ່າງ​ເນື່ອງນິດ,ຊຸກຍູ້​ການ​​ໄປມາຫາສູ່​ກັນລະຫວ່າງສອງ​ປະ​ເທດ."

ການ​​ແລກປ່ຽນ​ລະຫວ່າງ​ວົງ​ການພຸດທະ​ສາສະໜາ​ຈີນ​ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ທີ່​ທ່ານຈ້າວ​ຜູ​ຊູ່​ລິ​ເລີ່​ມ​ດຳ​ເນີນ​ນັ້ນ​ໄດ້ເຮັດ​ໃຫ້​ສາສະໜາ​ພຸດ​ຂອງ​ປະ​ເທດ​ຈີນ​ໃໝ່​ເດີນອອກປະ​ເທດຕົນ,​​ໄດ້ເສີມ​ຂະ​ຫຍາ​ຍບົດບາດ​ສຳຄັນ​​ໃນ​ດ້ານ​ສ້າງ​ການ​ພົວພັນ​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ກັບປະ​ເທດ​ໃກ້​ຄຽງ.​ເຖິງວ່າການ​ເຄື່ອນ​ໄຫວ​ແລກປ່ຽນ​ດ້ານ​ພຸດທະສາສະໜາ​ລະຫວ່າງ​ຈີນ​ກັບປະ​ເທດອາຊີ​​ໃຕ້​ແລະອາຊີ​ອາຄະ​ເນ,​ເລີ່​ມຕົ້ນ​ຊ້າ​​ແດ່,ແຕ່​​ໄດ້ພັດທະນາ​ຢ່າງ​ວ່ອງ​ໄວ​ໃນ20ປີ​ມາ​ນີ້.ທ່ານ​​ຕ່າວ​ຊູ​ເຢີ​ນຮອງ​ປະ​ທານ​ພຸດ​ທະສະ​ມາ​ຄົມ​ຈີນແນະນຳ​ວ່າ​,​ໃນ​ຊຸມປີ80ສະຕະວັດ20,ພຸດ​ທະສະ​ມາ​ຄົມຈີນ​​ໄດ້ຊ່ອຍ​ສ້າງ​ວັດ​ຈີນ​ແຫ່ງໜຶ່ງ​ຢູ່​ເນ​ປານ,​ແລະ​ໄດ້​ແຕ່ງ​ພະ​ມະຫາ​ອາ​ຈານ​​ໄປປະຈຳ​ຢູ່​ເນ​ປານ;ປະຈຸ​ບັນ,ຍັງ​ມີ​ພະສົງ20ກວ່າອົງຮຽນ​ຢູ່ມະ​ຫາ​ວິທະຍາ​ໄລພຸດທະ​ສາສະໜາຂອງ​ສີ​ລັງກາ.

ສາ​ສະໜາ​ພຸດ​ມີ​ນິກາຍ​ມະ​ຫານ​ແລະ​ຫິນະ​ຍານ,ຍີ່ປຸ່ນ​ແລະ​ສ.​ເກົາຫຼີ​ຖື​ນິກາຍມະຫາຍານ,ສ່ວນ​ປະ​ເທດສ່ວນ​ຫຼາຍ​ຢູ່ອາຊີ​ໃຕ້​ແລະອາຊີ​ອາຄະ​ເນ​ຖື​ນິກາຍຫິນະ​ຍານ,​ແຕ່​ວົງ​ການ​ພຸດທະສາສະໜາຈີນ​​ໄດ້ຮັກສາ​ການ​ໄປມາຫາສູ່​ກັນ​ຢ່າງ​ດີງາມ​​ກັບ​ວົງ​ການ​ພຸດທະສາສະໜາ​​ຂອງປະ​ເທດ​ເຫຼົາ​ນີ້.ຈີນ​ເຮັດ​ໄດ້​ແນວ​ນີ້ບໍ່ພຽງ​ແຕ່​ຍ້ອນວ່າ​ຈີນ​ມີຫຼາຍສາສະໜາ​​ແລະ​ຍັງ​ຍ້ອນ​ວ່າ​ຈີນ​ໄດ້​ປະຕິບັດນະ​ໂຍບາຍ​ເສ​ລີ​ພາບ​ໃນ​ການເຊື່ອ​ຖື​ສາສະໜາ.ພະ​ມະຫາ​ອາຈານ​​ເຊິ້ງຮຸ່ຍ ກຳມະການ​ປະຈຳ​ສະພາ​ເປິ​ກສາ​ການ​ເມືອງ​ແຫ່ງຊາດ,ຮອງ​ປະທານພຸດ​ທະສະ​ມາ​ຄົມ​ຈີນ​​ເວົ້າ​ວ່າ,ພຸດທະ​ສາສະໜາ​ຮ້ານ,ພຸດທະສາສະໜາ​ຕິເບ​ດ​ແລະ​ພຸດທະສາສະໜາ​ຫິນະ​ຍານ​​ໄດ້​ຊົງ​ຕົວຢ່າງ​ສະ​ເໝີ​ພາບ​ກັນຢູ່​ຈີນ.ນະ​ໂຍບາຍ​ເສລີ​ພາບ​ໃນ​ການເຊື່ອ​ຖື​ສາສະໜາ​ຂອງ​ຈີນ​ບໍ່ພ​ຽງ​ແຕ່​​ໄດ້ຮັບປະກັນ​​ໃຫ້ເສ​ລີພາບ​ໃນ​ການເຊື່ອ​ຖື​ສາສະໜາ​ບໍ່ຖືກ​ລ່ວງ​ລ້ຳທໍ່​ນັ້ນ,ຫາກຍັງ​​ໄດ້ສະໜອງ​ພື້ນຖານ​ໃຫ້ສາສະໜາ​ນິກາຍ​ຕ່າງໆ​ຂອງ​ຈີນ​ພັດທະນາຢ່າງ​ສະ​ເໝີ​ພາບ​ກັນ.ນີ້​ກໍ່​ມີ​ຜົນ​ດີ​ຕໍ່​ການ​ແລກ​ປ່ຽນ​ລະຫວ່າງ​ພຸດທະສາສະໜາ​ຂອງຈີນ​ກັບຂອງ​ບັນດາປະ​ເທດ.

ມະຫາ​ອາຈານ​ໃຫຍ່​​ເຊິ້ງຮຸ່ຍ​ເວົ້າ​ວ່າ:

"​ເຖິງ​ວ່າ​ເຊື່ອ​ຖື​ພຸດທະສາສະໜາມະຫາຍານ​ກັບ​ຫິນະ​ຍານ​ມີ​ຄວາມແຕກ​ຕ່າງ​ກັນ​ທາງ​ນິກາຍ,​ແຕ່ສາສະໜາ​ພຸດສົ່ງ​ເສີມ​ຄວາມ​ເມດ​ຕາ​,ຄວາມ​ສະ​ເໝີ​ພາບ,ຄວາມ​ມີ​ສະຕິ​ປັນ​ຍາ,ສ່ວນຫົວ​ຂໍ້​ຂອງ​ໂລກ​ປະຈຸ​ບັນ​ແມ່ນ​ສັນຕິພາບ​ແລະການ​ພັດທະນາ,ສະ​ນັ້ນ,ຄວາມ​ເມດ​ຕາ​ກະລຸນາ​ແລະຄວາມສະ​​ເໝີ​ພາບ​ຂອງ​ສາສະໜາ​ພຸດກໍແມ່ນ​ພື້ນ​ຖານຂອງ​ສັນຕິພາບ.ຄວາມ​ເມດ​ຕາ​ກະລຸນາ​ແລະ​ຄວາມສະ​​ເໝີ​ພາບ​ທີ່​ສາສະໜາ​ພຸດສົ່ງ​ເສີມນັ້ນ​ມີ​ບົດບາດ​ໃຫຍ່ຫຼວງ​ຕໍ່​ຄວາມສະຫງົບສຸກ​ຂອງ​ປະ​ເທດ​ຊາດ,ແລະ​ຕໍ່​ການ​​ໄປມາຫາສູ່ກັນ​ລະຫວ່າງ​ປະ​ເທດ​ກັບປະ​ເທດ.

ເພື່ອ​ທຳ​ການກະກຽມຈັດເວທີ​ປາ​ໄສ​ພຸດທະສາສະໜາ​ໂລກ​ຄັ້ງ​ປະຖົມມະ​ເລີກ​ ​ຢູ່​ຈີນ​ໃນ​ເດືອນ​ເມສາ​ປີ​ນີ້,​​ເລີ່​ມແຕ່​ທ້າຍ​ປີ2004​ເປັນ​ຕົ້ນ​ມາ,ມະຫາ​ອາ​ຈານ​ເຊິ້ງຮຸ່ຍກໍ່​​ໄດ້ນຳ​ພາຄະນະ​ຜູ້​ແທນພຸດທະສາສະໜາຈີນ​ໄປຢ້ຽມຢາມບັນດາ​ປະ​ເທດອ້ອມ​ຂ້າງ​,ຄື​ສິງກະ​ໂປ,ມຽນມາ,ຫວຽດນາມ,ລາວ,ກຳປູ​ເຈຍແລະປະເທດອື່ນໆເປັນ​ລຳດັບ,​ໄດ້ແລກປ່ຽນ​ກັບ​ສະມາ​ຄົມ​ສາສະໜາ​ຂອງ​ປະ​ເທດເຫຼົ່ານັ້ນ,​ແລະ​ກ່າວ​ປາຖະກະຖາ​ໃນ​ສະ​ຖາ​ບັນ​ສາພຸດທະ​ສາສະໜາ.ນັບ​ຮອດ​ປະຈຸ​ບັນ,​ໄດ້​ມີ30ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ສະ​ແດງ​ວ່າ​ຫວັງ​​​ໄປ​​ເຂົ້າ​ຮ່ວນ​​ເວທີ​ປາ​ໄສພຸດທະ​ສາສະໜາ​ໂລກທີ່ຈັດຂຶ້ນຢູ່ຈີນ.

ນອກຈາກໄປ​​ເຊິ່ງກັນ​ແລະ​ກັນ,ຈັດ​ກອງ​ປະຊຸມ​ສາກົນ​ແຕ່ງ​ພຸດ​ທະ​ບັນດິດແລະຄະນະ​ຜູ້​ແທນ​ຢ້ຽນຢາມ​ກັນ​ແລ້ວ,​ການອັນ​ເຊີ​ນ​ແລະວາງສະ​ແດງ​ສິ່ງ​ສັກສິດຂອງ​ວົງ​ການ​ພຸດທະສາສະ​ສາສະໜາກໍ່​ແມ່ນ​ແບບ​ວິທີ​ໜຶ່ງ​ທີ່​ວົງ​ການ​ພຸດທະສາສະ​ສາສະໜາຈີນແລກປ່ຽນ​ກັບ​ຕ່າງປະ​ເທດ.ສາລີລິກກະທາດ​ພະ​ທັນ​ຕາຂອງພະສະກາ​ຍະ​ມູນີທີ່​​ປະ​ດິດສະຖານ​ຢູ່ຈີນກໍ​ແມ່ນ​ສິ່ງ​ສັກສິດ​​ລ້ຳ​ເລີດ​ກວ່າ​ທຸກ​ສິ່ງ​ທຸດຢ່າງ​ຂອງ​ພຸດທະ​ສາສະໜາ,​ເຄີຍ​ແຫ່​ໄປປະດິດສະຖານ​ຢູ່ມຽນມາ,ສີ​ລັງກາ,​ໄທ​ແລະ​ໄຕ້​ຫວັນ​ຈີນ​ເພື່ອ​ໃຫ້​ຍາດ​ໂຍມ​ໄດ້ນະມັດສະການບູຊາ,ສາລີລິກກະທາດພະ​ອົງ​ຄຸ​ລີກໍ່​ເຄີຍ​ແຫ່​ໄປ​ຮົງ​ກົງ​ແລະສ.​ເກົາຫຼີ​ເພື່ອ​ໃຫ້​ຍາດ​ໂຍມນະມັດສະການ​,​ອັນໄດ້​ຮັບ​ການ​ຂາບ​ໄຫວ້ບູຊາ​ດ້ວຍ​ຄວາມ​ເຫຼື້ອມ​ໃສ​ສັດທາຂອງ​ພຸດທະສາສະ​ນິກກະ​ຊົນ​​ໃນ​ແຫ່ງ​ດັ່ງກ່າວ.ການ​ແລກປ່ຽນ​ຊະນິດ​ນີ້,​ເສີມ​ຂະຫຍາຍ​ບົດບາດ​ອັນ​ຕັ້ງໜ້າ​ເພື່ອ​ເພີ່ມ​ທະວີ​ຄວາມ​ເຂົ້າ​ໃຈລະຫວ່າງ​ປະຊາຊົນ,ຊຸກຍູ້​​ໄມຕີ​ຈິດມິດຕະພາບ​ລະຫວ່າງ​ບັນດາປະ​ເທດ.

ກຳມະການ​ສະພາ​ເປິ​ກສາ​ການ​ເມືອງ​ແຫ່ງ​ຊາດ​ຂອງ​ວົງ​ການ​ພຸດທະສາສະໜາ​ຍັງ​​ໄດ້ແນະນຳຕໍ່ນັກ​ຂ່າວcriກ່ຽວ​ກັບບາງ​ແບບ​ວິທີ​ໃຫມ່​​ຂອງ​ວົງ​ການ​ສາສະໜາ​ພຸດ​ຈີນ​ໃນ​ການແລ​ກປ່ຽນກັບ​ຕ່າງປະ​ເທດ​,​ເຊັ່ນ​ຄະນະ​ດົນຕີພະ​ດທະ​ສາສະໜາ​ຈີນ​​ຈະ​ທ່ຽວ​ສະ​ແດງ​ຢູ່ໄປ​ຕ່າງປະ​ເທດ,ກອງ​ປະຊຸມ​ໂຕະ​ມົນ​ພຸດທະສາສະໜາສອງ​ຝັ່ງ​ຊ່ອງ​ແຄບ​ໄຕ້​ຫວັນ​ແລະຮົງກົງ​ມາ​ກາວ,​ ແລະ​ແຕ່ງ​ພະ​ເຖລະ​ໄປ​ໃຫ້​ສິນ​ແລະ​ປະຕິບັດ​ທຳ​ສິງກະ​ໂປ​ແລະອິນ​ໂດ​ເນ​ເຊຍ​,ການຈັດການ​ເຄື່ອນ​ໄຫວ​ເຫຼົ່ານີ້ຢ່າງ​ສຳ​ເລັດ​ຜົນ​ໄດ້​ໄຂ​ຊ່ອງ​ທາງ​ໃຫມ່​ໃຫ້ການ​ເຜີ​ຍ​ແຜ່​ວັດທະນະທຳ​ພຸດທະສາສະໜາ​.ຄຽງ​ຄູ່​ກັບການ​ກ້າວໜ້າ​ຂອງ​ວິທະຍາສາດ​​ເຕັກນິກ,​ເວ​ບ​​​ໄຊ້​ຍັງ​ໃຊ້​ໃນ​ການ​​ແລກປ່ຽນ​ສາ​ສະໜາ​ພຸດ.ປະຈຸ​ບັນ,ຈີນ​ໄດ້​ມີ​​​ເວ​ບ​ໄຊອິນ​ເຕີ​ແນັດ​ກໍ​ໄດ້​ນຳ​ໃຊ້​ເຂົ້າສາສະໜາ​ພຸດ​ພາສາ​ຈີນ​ຫຼາຍ​ຮ້ອຍ​ເວ​ບ​ໄຊ​ແລ້ວ,​ທ່ານບໍ່​ຕ້ອງ​ໄປ​ໃສ​ກໍ​ສາມາດ​ຊອກ​ຮູ້​ຄວາມ​ຮູ້​ແລະ​ການ​ເຄື່ອນ​ໄຫວ​ກ່ຽວ​ກັບ​ສາສະໜາ​ພຸດ. ​