ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 11:30:57    
ວິທີໃຊ້​ນ້ຳ​ນົມ​ປົວ​ພະ​ຍາດ

cri Author: shuo

ແພດສາດ​ຈີນ​ເຫັນ​ວ່າ ນ້ຳນົມເປັນ​ອາຫານ​ທາດ​ເຢັນ ມີ​ສັບພະ​ຄຸນບຳລຸງ​ຕ່ອມ​ນ້ຳລາຍ ​ແກ້​ຫິວ​ນ້ຳ ຊຸ່ມ​ລຳ​ໄສ້ ​ແກ້​ຮ້ອນ​ໃນ ພາ​ໃຫ້ຖ່າຍ​ສະດວກ​ແລະ​ບຳລຸງ​ປ້າງເປັນ​ຕົ້ນ.​​ເອົາ​ນ້ຳນົມ​ປະສົມ​ກັບ​ອາຫານ​ແນວອື່ນ; ຈະ​ກາຍ​ເປັນອາຫານ​ຊະນິດທີ່​ປົວ​ພະຍາດ​ຕ່າງໆ​ໄດ້

ກ່ອນ​ອື່ນ ພວກ​ເຮົາ​ຈະ​​ແນະນຳ​ວິທີ​ຕົ້ມປຽກ​ນ້ຳນົມ​,ກຽມ​ນົມ​ສົດ​ໄວ້2ຂີດ​ເຄິ່ງ ​ເຂົ້າ​ສານຈ້າວ 60 ກຼາມ ນ້ຳຕານຫ​ນ້ອຍ​ຫຼາຍ​ຕາມ​ມັກ ​ຕົ້ມ​ເຂົ້າປຽກ​ໃຫ້​ສຸກ​​ ຖ້າ​ນ້ຳ​ເຂົ້າ​ຫຼາຍ ​ໃຫ້​ຖອກ​ອອກ​ສ່ວນ​ຫນຶ່ງ ​ແລ້ວ​ໃສ່​ນ້ຳນົມ, ​ໃຊ້​ໄຟ​ອ່ອນ ຕົ້ມ​ໃຫ້​ເຂົ້າປຽກ​ເປື່ອຍ ​ແລ້ວ​ໃສ່​ນ້ຳຕານ​ໃຫ້​ພໍດີ​ຕາມ​ມັກ ​ແບ່ງ​ອອກ​ກິນ​ຄາບ​ເຊົ້າ​ແລະ​ຄາບ​ຄ່ຳ,​ໃນ​ເວລາ​ເຂົ້າປຽກ​ອຸ່ນໆ​ຫຼື​ຮ້ອນ​ຫນ້ອຍ​ຫນຶ່ງ. ​ເຂົ້າປຽກ​ນ້ຳນົມ ສາມາດ​ບຳລຸງ​ຮ່າງກາຍ ບຳລຸງ​ປ້າງ​ແລະ​ກະ​ເພາະ ​ເຮັດ​ໃຫ້​ອະ​ໄວ​ຍະ​ວະ​ທັງ ​5 ​ແຂງ​ແຮງ ​ເຫມາະ​ສຳລັບຜູ່​ທີ່​ຮ່າງກາຍ​ອ່ອນ​ໂຊ ຄົນ​ເຈັບ​ຫຼັງ​ຈາກ​ຫາຍ​ປ່ວຍ ຜູ່​ເຖົ້າ​ທີ່​ບໍ່​ແຂງ​ແຮງ​ແລະ​ຜູ່​ຂາດ​ທາດ​ບຳລຸງ​ເປັນຕົ້ນ

ນ້ຳນົມ​ຕົ້ມ​ໃສ່​ຫມາກທັນ​ຈີນ​ກໍ​ມີ​ທາດ​ບຳລຸງ​ຫຼາຍ​ຄື​ກັນ ກ່ອນ​ອື່ນ ​ເອົາ​ເຂົ້າສານ​ຈ້າວ 100​ກຼາມ​ຕົ້ມ​ໃສ່​ຫມາກທັນ​ຈີນ 25 ກຼາມ​ໃຫ້​ເປັນ​ເຂົ້າປຽກ, ​ເມື່ອ​ເຂົ້າ​ເປື່ອຍ​ແລ້ວ,​ກໍ​ຖອກ​ນ້ຳນົມ​​ໃສ່​​ເຄິ່ງລິດ ຕົ້ມ​ໃຫ້​ຟົດ ກໍ​ໄດ້​ໂລດ ​ເຂົ້າປຽກ​ນ້ຳນົມ​ໃສ່​ຫມາກທັນ​ຈີນ​ສາມາດ​ບຳລຸງ​ເລືອດ​ລົມ ບຳລຸງ​ປ້າງ​ແລະ​ກະ​ເພາະ ​ເຫມາະສຳລັບ​ຜູ່​ຮ່າງກາຍ​ອ່ອນ​ໂຊ​ຍ້ອນ​ເຮັດ​ວຽກ​ເມື່ອຍ​ໂພດ​ແລະ​​ເລືອດ​ລົມ​ບໍ່​ດີ​ເປັນ​ຕົ້ນ

ວິທີ​ຕົ້ມ​ເຂົ້າປຽກ​ນ້ຳນົມ​ອີກ​ວິທີ​ຫນຶ່ງ ອາດ​ຈະ​ເຮັດ​ຍາກ​ແດ່ ຄື​ໃຫ້​​ເອົ່ເຂົ້າ​ຈ້າວ 60 ກຼາມ ຫມາກ​ມັນ​ຫໍ້ຈືນ 80 ກຼາມ ຫມາກ​ມັນ​ຫໍ້​ດິບ 45 ກຼາມ ນ້ຳຕານ 12 ກຼາມ; ນ້ຳນົມ 2 ຂີດ ລ້າງ​ເຂົ້າ​ແລ້ວ​ຫມ່າ​ໄວ້​ຊົ່ວ​ໂມງ​ຫນຶ່ງ ທາວ​ຂຶ້ນ​ສະ​ເດັດ​ນ້ຳ ​ແລ້ວ​ຖອກ​ໃສ່​ຈັກ​ບົດ​,ເອົາ​ຫມາກ​ມັນ​ຫໍ້​ໃສ່ ຖອກ​ນ້ຳນົມ​ໃສ່​ແລະ​ຕື່ມ​ນ້ຳ​ໃສ່​ຫນ້ອຍ​ຫນຶ່ງ ບົດ​ໃຫ້​ແຫຼກ​ຈົນ​ລະອຽດ ​ແລ້ວ​ໃຊ້​ເຄື່ອງ​ຕອງ ຕອງ​ເອົາ​ແຕ່​ນ້ຳ ​ແລ້ວຖອກ​ໃສ່​ຫມໍ້ ຕົ້ມ​ໃຫ້​ຟົດ ປົງ​ຫມໍ້​​ແລ້ວໃສ່​ນ້ຳຕານ ຄົນ​ໃຫ້​ນ້ຳຕານ​ລະລາຍ ​ແລ້ວ​ຕອງ​ອີກ​ເທື່ອ​ຫນຶ່ງ ​ເອົາ​ແຕ່​ນ້ຳ ຖອກ​ໃສ່​ຫມໍ້ ​ເອົາ​ຕັ້ງ​ເຕົາ ​ເມື່ອ​ຕົ້ມ​ຟົດ ກໍ​ມອດ​ໄຟ ກໍ​ແປ​ວ່າ​ເຮັດ​ສຳ​ເລັດ ຕົ້​ມກິນ​ແບບ​ນີ້ ສາມາດ​ບຳລຸງ​ປ້າງ​ແລະ​ຫມາກ​ໄຂ່ຫຼັງ ຊຸ່ມ​ປອດ ກິນ​ແກ້​ໄອ ​ແກ້​ເປັນ​ຫືດ,​ແກ້​ເຈັບ​ແອວ​ແລະ​ແກ້​ຮ້ອນ​ໃນ​ໃຫ້​ຖ່າຍ​ສະດວກ​ເປັນ​ຕົ້ນ ທັງ​ເປັນ​ອາຫານ​ບຳລຸງ​ສຳລັບ​ຜູ່​ທີ່​ອ່ອນ​ໂຊ​ຫຼັງ​ເຊົາ​ເຈັບ​ປ່ວຍ ຜູ່​ເປັນ​ໂຣກ​ປະສາດ​ອ່ອນ ຫຼອດລົມ​ອັກ​ເສບ ​ແລະ​ທັງເປັນ​ອາຫານ​ສຳລັບ​ຜູ່​ເຖົ້າ​ທີ່​ມັກ​ທ້ອງຜູກ ກິນ​ໃນ​ເວລາ​ທ້ອງ​ເປົ່າ​ຫຼື​ກິນ​ຕາງ​ອາຫານ​ເຊົ້າ​ອາຫານ​ຄ່ຳ​ກໍ​ໄດ້

ວິທີ​ປຸ່ງ​ແຕ່ງອາຫານ​ນ້ຳນົມ​ເພື່ອ​ປົວ​ພະຍາດ​ຍັງມີ​ຫຼາຍ​ຢ່າງ​ດັ່ງ​ລຸ່ມ​ນີ້:

ວິທີ​ງ່າຍ​ທີ່​ສຸດ​ຢ່າງ​ຫນຶ່ງ​ກໍ​ແມ່ນ​ໃນ​ເວລາ​ຕົ້ມ​ນ້ຳນົມ ​ໃສ່​ແປ້ງ​ສິງກະ​​ໂປ​ຫຼື​ແປ້ງ​ຮາກ​ບົວ​ຈັກ​ບ່ວງສອງ​ບ່ວງ ​ເຮັດ​ໃຫ້​ນ້ຳນົມ​ຂຸ້ນ ນ້ຳນົມ​ນີ້​ເຫມາະ​ສຳລັບ​ຜູ່​ທີ່​ຮາກ​ເລື້ອຍໆ ປຸ້ນທ້ອງ​ແລະ​ຕ້ອງການ​ເພີ່ມ​ພະລັງງານ.

ອີກ​ວິທີ​ຫນຶ່ງ​ແມ່ນ​ໃຫ້​ຕົ້ມ​ໄຂ່​ໄກ່​ຈົນ​ສຸກ​ຄັກໆ ປອກ​ເປືອກ​ແກະ​ໄຂ່​ຂາວ​ອອກ ​ໃຊ້​ບ່ວງ​ເຕັກ​ໄຂ່​ເຫຼືອງ​ໃຫ້​ມຸ່ນ ​ແລ້ວ​ໃສ່​ນ້ຳນົມ​ຄົນ​ໃຫ້​ເຂົ້າ​ກິນ​ດີໆ ນ້ຳນົມ​ໄຂ່​ເຫຼືອງ​​ເຫມາະ​ສຳລັບ​ຜູ່​ເລືອດ​ຈາງ​ປະ​ເພດ​ຂາດ​ທາດ​ເຫຼັກ​ແລະ​ເດັກອ່ອນ​ 4 ຫາ 5 ​ເດືອນ​ທີ່​ຕ້ອງການ​ບຳລຸງ​ທາດ​ການ​ຊີ​ອົມ

ການ​ເຮັດ​ນ້ຳນົມ​ທີ່​ແຍກ​ໄຂມັນ​ອອກກໍ​ງ່າຍ​ທີ່​ສຸດ ຄື​ໃຫ້​ຕົ້ມ​ນ້ຳນົມ​ຈົນ​​ຟົດ​ແລ້ວ​ປິດ​ໄຟປະ​ໄວ້​ຫຼາຍ​ຊົ່ວ​ໂມງ ບັດ​ນັ້ນ​ໃຫ້​ຕັກ​ເອົາຫນ້າ​ນ້ຳນົມ​ທີ່​ແຂ້ນ​ເປັນ​ຊັ້ນ​ນັ້ນ​ອອກ ​ເຮັດ​ແບບ​ນີ້​ສາມາດ​ແຍກ​ໄຂມັນ​ອອກ​ໄດ້ 80% ​ເຫມາະ​ສຳລັບ​ເດັກ​​ແດງ​ແລະ​ເດັກ​ອ່ອນ​ທີ່​​ເປັນ​ພະຍາດ​ລຳ​ໄສ້​ເຊັ່ນ:ລົງ​ທ້ອງ ທ້ອງບິດ​ແລະ​ລຳ​ໄສ້​ອັກ​ເສບ​ເປັນ​ຕົ້ນ

ນອກ​ນີ້ ຊາ​ນົມ​ກໍ່​ແມ່ນ​ອາຫານ​ປົວ​ພະຍາດ​ທີ່​ດີ​ສົມຄວນ ກິ່ນ​ຫອມ​ຂອງ​ຊາ​ແລະ​ກິ່ນ​ນ້ຳນົມ​ປົນ​ໃສ່​ກັນ ທາດ​ບຳລຸງ​ຕ່າງ​ຕາບ​ຈູນກັນ ​ແກ້​ກິ່ນ​ຄາວ​ຂອງນ້ຳນົມ​ແລະ​ລົດ​ຂົມ​ຂອງ​ຊາ ກິນ​ແລ້ວ​ຮູ້ສຶກ​ແຊບ,​ລົດ​ຫອມ,ຕິດ​ສົບ​ຕິດ​ປາກ​ດົນ​ນານ. ຊາ​ນົມ​ແກ້​ເມືອກ​ມັນ ຊ່ອຍ​ຍ່ອຍ​ອາຫານ​ ​ເຮັດ​ໃຫ້​ຊື່ນ​ໃຈ ຖ່າຍ​ສະດວກ ​ແກ້​ພິດ ຫາຍ​ເມື່ອຍ ຍັງ​ເຫມາະ​ສຳລັບ​ຄົນ​ເຈັບກະ​ເພາະ​ລຳ​ໄສ້​ອັກ​ເສບ​ກະທັນຫັນ​ຫຼື​ຊຳ​ເຮື້ອ ຫົວ​ລຳ​ໄສ້​ອ່ອນ​ເປັນ​ແຜ​ເປັນ​ຕົ້ນ ສຳລັບ​ຜູ່​ທີ່​ເບື່ອ​ອັນ​ໂກນ​ແລະ​ຢາ​ມືນ ຍັງ​ມີ​ບົດບາດ​ແກ້​ພິດ​ນຳ​ອີກ