ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 11:35:44    
ທ່ານ​ຮາ​ນີ​ເຢ​ສະ​ເໜີ​ບັນ​ຊີ​ລາຍ​ຊື່​ລັດ​ຖະ​ບານ​ຊຸດ​ໃໝ່​ແລະ​ໂຄງ​ການ​ການ​ເມືອງ

cri
ຕາມຂ່າວCRI,ວັນທີ19ມີນາ,ຢູ່ກາຊາ,ທ່ານອິສມາອິນຮານີເຢ ນາຍົກລັດຖະມົນຕີຜູ່
ໃໝ່,ຜູ່ນຳອົງການຮາມາສຂອງປາເລັສຕິນໄດ້ຍື່ນບັນຊີລາຍຊື່ລັດຖະບານຊຸດໃໝ່ແລະ
ໂຄງການການເມືອງໃຫ້ທ່ານອັບບາສ ປະທານອົງການອຳນາດແຫ່ງຊາດປາເລັສຕິນ
ຢ່າງເປັນທາງການ.

ຕາມໄດ້ຊາບ,ຄະນະລັດຖະບານຊຸດໃໝ່ປະກອບດ້ວຍລັດຖະມົນຕີ24​ທ່ານ.​ແຕ່​ທ່ານ​ຮາ​ນີ​ເຢບໍ່​ໄດ້​ເຜີຍ​ໃຫ້​ຮູ້​ລາຍ​ລະອຽດ​ກ່ຽວ​ກັບລັດຖະມົນຕີ.

ກ່ຽວ​ກັບ​ໂຄງການ​ການ​ເມືອງ,ສື່​ມວນ​ຊົນ​ທ້ອງ​ຖິ່ນ​ເຜີຍ​ໃຫ້​ຮູ້​ວ່າ,​ໂຄງ​ການ​ດັ່ງ​ກ່າວ​ຕົ້ນ​ຕໍ​ຈະ​ລວມທັງການຍຶດໝັ້ນ​​ເອົາ​ການ​ຕໍ່ຕ້ານ​​ເປັນ​ຊ່ອງ​ທາງ​ເພື່ອ​ສິ້ນ​ສຸດ​ການ​ຍຶດ​ຄອງ,​ຊຳ​ລະ​ສັນ​ຍາ​ທີ່​ເຊັນ​ກັບ​ອິສຣາ​ແອນ​ໃນ​ເມື່ອ​ກ່ອນ​ດ້ວຍ​ຫຼັກ​ໝັ້ນ​ທີ່​ຮັບ​ຜິດ​ຊອບ​ໃນ​ລະ​ດັບ​ສູງ​ແລະ​ເນື້ອ​ໃນ​ອື່ນໆ.

ພາຍຫຼັງ​​ໄດ້​ຮັບ​ບັນຊີ​ລາຍ​ຊືລັດຖະບານ​ຊຸດ​ໃໝ່​ແລະ​ໂຄງການ​ການ​ເມືອງ​ແລ້ວ,ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕິນກ່າວ​ວ່າ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຈະ​ສຳ​ເລັດ​ບາດ​ກ້າວ​ປາຍ​ຂອງ​ການປະກອບຄະນະ​ລັດຖະບານ​ຕາມ​ລະບຽບ​ກົດໝາຍ,​ແຕ່​ທ່ານ​ປະຕິ​ເສດ​ບໍ່​ສະ​ແດງ​ທ່າ​ທີ​ອັນ​ແຈ່ມ​ແຈ້ງ​ກ່ຽວ​ກັບ​ຈະ​​ເຫັນ​ດີ​ນຳ​ແຜນ​ການ​ປະ​ກອບ​ຄະ​ນະ​ລັດ​ຖະ​ບານ​ຂອງ​ອົງ​ການ​ຮາ​ມາສຫຼື​ບໍ່.