ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 14:56:12    
ທ່ານ​ເຈຍ​ຊິງ​ລິນ​ເດີນ​ທາງ​ອອກ​ຈາກ​ປັກ​ກິ່ງ​ໄປ​ຢ້ຽມ​ຢາມ​ຫວຽດ​ນາມ ອິນ​ໂດ​ເນ​ເຊຍ​ແລະ​ມາ​ເລ​ເຊຍ

cri Author: sayvanny
ວິທ​ະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ວັນ​ທີ 20 ມີນາ ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຂີ່​ຍົນ​ພິ​ເສດ​ເດີນທາງ​ອອກ​ຈາກ​ປັກ​ກິ່ງ​ໄປ​ຢ້ຽມຢາມ​ສັນ​ຖະ​ວະ​ໄມຕີ​ຕໍ່​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ, ​ແຕ່​ວັນ​ທີ 20 ມີນາ​ຫາ​ວັນ​ທີ 2 ​ເມສາ, ທ່ານ​ຈະ​ຢ້ຽມ​ຢາມ​ສັນຖະວະ​ໄມຕີ​ຕໍ່​ສາມ​ປະ​ເທດ​ຫວຽດນາມ ອິນ​​ໂດ​ເນ​ເຊຍ​ແລະ​ມາ​ເລ​ເຊຍ​ຢ່າງ​ເປັນ​ທາງ​ການ.

ທ່ານ​ເຈຍ​ຊິງ​ລິນ​ແມ່ນ​ໄປ​ຢ້ຽມຢາມ​ສັນ​ຖະວະ​ໄມຕີ​ຕໍ່​ຫວຽດນາມ​ຢ່າງ​ເປັນ​ທາງ​ການ​ໂດຍ​ຕອບ​ສະຫນອງ​​ຄຳ​ເຊີນ​ຂອງ​​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ​ແລະ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.ທ່ານ​ໄປ​ຢ້ຽມ ຢາມ​ອິນ​​ໂດ​ເນ​ເຊ​ຍ​ແລະ​ມາ​ເລ​ເຊຍ​ແມ່ນ​ເພື່ອ​ຕອບ​ສະຫນອງ​ຄຳ​ເຊີນ​ຂອງ​ທ່ານ​ຮີ​ດາ​ຢັດ ປະທານ​ສະພາ​ປຶກສາ​ປະຊາຊົນ​ອິນ​ໂດ​ເນ​ເຊຍ​ແລະ​ທ່ານ​ຮາ​ມິດ ປະທານ​ສະພາ​ສູງ​ລັດຖະສະພາ​ມາ​ເລ​ເຊຍ.

​ໃນ​ໄລ​ຍະ​ຢ້ຽມຢາມ,​ທ່ານ​ເຈຍ​ຊິງ​ລິນ​ຈະລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກັບ​ຜູ່​ນຳ​ຂອງ​ສາມ​ປະ​ເທດ​ດັ່ງ​ກ່າວ​ກ່ຽວ​ກັບ​ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​ສອງ​ຕໍ່​ສອງ.