ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 15:01:12    
ທ່ານ​ເຈຍ​ຊິງ​ລິນ​ເດີນ​ທາງ​ໄປ​ຮອດ​ຮ່າ​ໂນຍ ​ເລີ່ມ​ຢ້ຽມ​ຢາມ​ສັນ​ທະ​ວະ​ໄມ​ຕີ​ຕໍ່​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ

cri Author: sayvanny
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ຕອນ​ບ່າຍ​ວັນ​ທີ 20 ມີນາ ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເດີນທາງ​ໄປ​ຮອດ​ນະຄອນຫລວງ​ຮ່າ​ໂນ​ຍ,​ເລີ່​ມຢ້ຽມຢາມ​ສັນທະ​ວະ​ໄມຕີ​ຕໍ່​ຫວຽດນາມ​ຢ່າງ​ເປັນ​ທາງ​ການ.

ພາຍ​ຫລັງ​ເດີນທາງ​ໄປ​ຮອດ​ສະຫນາມ​ບິນ​ຮ່າ​ໂນ​ຍ,ທ່ານ​ເຈຍ​ຊິງ​ລິນ​ໄດ້​ກ່າວ​ຄຳ​ປາ​ໃສ​ທາງ​ລາຍ​ລັກ​ອັກສອນ​ວ່າ, ​ໃນ​ຫລາຍ​ປີ​ມາ​ນີ້, ​ໃຕ້​ການ​ຊີ້​ນຳ​ຂອງ​ທິດ​ທາງ​ຫມັ້ນ​ຄົງ​ຍາວ​ນານ,ອວ່າຍ​ຫນ້າ​ໄປ​ສູ່​ອະນາຄົດ, ​ມີ​​ໄມຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ຮ່ວມ​ມື​ຮອບ​ດ້ານ, ການ​ພົວພັນ​ຈີນ​ຫວຽດນາມ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ໃຫມ່​ເລື້ອຍໆ.ຜູ່​ນຳ​ສອງ​ປະ​ເທດ​ໄດ້​ຕິດ​ຕໍ່​ພົວ​ພັນ​ກັນ​ຢ່າງ​ເນື່ອງນິດ, ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​​ໄດ້​ຮັບ​ຜົນ​ຢ່າງຈະ​ແຈ້ງ,ບັນ ຫາ​ເສັ້ນ​ຊາຍ​ແດນ​​ໄດ້​ຮັບ​ການ​ແກ້​ໄຂ​ເປັນ​ກ້າວໆ,ການ​ແລກປ່ຽນ​ແລະ​ການ​ຮ່ວມ​ມື​​ຢ່າງ​ມີໄມຕີ​ຈິດ​ໃນ​ທຸກ​ຂົງ​ເຂດ​ໄດ້​ກ້າວ​ໄປ​ສູ່​ລວງ​ເລິກ​ແລະ​ລວງ​ກວ້າງ​ໃຫມ່​ເລື້ອຍໆ.

ທ່ານ​ເຈຍ​ຊິງ​ລິນ​ເວົ້າວ່າ, ​ໃນ​ໄລຍະ​ປະ​ຫວັດ​ສາດ​​ໃຫມ່​ນີ້, ການ​ປັບປຸງ​ແລະ​ເພີ່ມ​ທະວີ​ການ​ພົວພັນ​ມີ​ໄມ​ຕິ​ຈິດ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ການ​ຮ່ວມ​ມື​ຮອບ​ດ້ານ,ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍ​ດກົກ​ຮາກ​ຂອງ​ສອງ​ປະ​ເທດ​ແລະ​ປະ​ຊາ​ຊົນ​ສອງ​ຊາດ, ມີ​ຜົນ​ດີ​ຕໍ່​ສັນ​ຕິ​ພາບ ສະ​ຖຽນ​ລະ​ພາບ​ແລະ​ການ​ພັດທະນາ​ຂອງ​ພາກ​ພື້ນ​ກໍ່​ຄື​ຂອງ​ໂລກ.