ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-20 18:00:23    
ຈີນ​ລາວ​ມຽນມາ​ແລະ​ໄທ​ຮ່ວມ​ມື​ກັນ​ສ້າງຊ່ອງ​ທາງ​ຂົນ​ສົ່ງ​ທາງ​ນ້ຳ

cri
ຕາມ​ຂ່າວສານ​ຊິນ​ຮວາ​, ​ໃນ​ກອງ​ປະຊຸມ​ຄັ້ງ​ທີ5​ຂອງ​ຄະນະ​ກຳມາ​ທິການ​ປະສານ​ງານ​ການ​ເດີນ​ເຮືອ​ການ​ຄ້າ​ສີ່ປະ​ເທດ​ຈີນ​ລາວ​ມຽນມາ​ແລະ​ໄທ​ທີ່ຈັດ​ຂຶ້ນ​ຢູ່​​ແຂວງຈຳປາ​ສັກ ​ແຂວງສຳຄັນທາງ​ພາກ​ໃຕ້​ຂອງ​ລາວ​ໃນ​ຫວ່າງ​ມໍ່ໆ​ນີ້, ຜູ້​ແທນ​ລັດຖະບານ​ຂອງ​4ປະ​ເທດ​ໄດ້​ກ້າ​ວ​ເຖິງ​ຂັ້ນ​ມະຕິ​ເອກະສັນ​ຕື່ມ​ອີກ, ຕົກລົງ​ໃຊ້​ມາດ​ຕະການ​ສຳຄັນ, ​ເພື່ອ​ຊຸກ​ຍູ້​ໃຫ້​ກາງ​ເດີນ​ເຮືອ​ຢູ່ແມ່​ນ້ຳລ້າງ​ຊ້າງ-​ແມ່​ນ້ຳຂອງ​ກາຍ​ເປັນ​ຊ່ອງ​ທາງ​ຂົນ​ສົ່ງ​ທາງ​ນ້ຳ​ຢ່າງ​ແທ້​ຈິງ.

ມາດ​ຕະການ​ເຫຼົ່າ​ນີ້​ລວມທັງການ​ແຕ້ມແຜນ​ທີ່​​ເສັ້ນທາງເດີນ​ເຮືອຍ່ານ​ເໜືອ​ແມ່​ນ້ຳຂອງ, ປະຕິບັດ​​ຂໍ້​ກຳນົດ​ເກັບ​ຄ່າ​ເດີນ​ເຮືອ​ຢູ່​ຍ່ານ​ເໜືອູ​​ແມ່​ນ້ຳຂອງ​ທີ່​4ປະ​ເທດ​ຮ່ວມ​ກັນ​ວາງ​ອອກ​ນັ້ນ​ຢ່າງ​ເປັນ​ເອກະ​ພາບ​ກັນ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ການ​ເດີນ​ເຮືອ​ຢ່າງ​ປອດ​ໄພ​ລະຫວ່າງ4​ປະ​ເທດ​ຕື່ມ​ອີກ​ແລະ​​ເພີ່ມ​​ເຄື່ອງໝາຍ​ເດີນ​ເຮືອຢູ່​ທາງ​ເດີນ​ເຮືອ​ແມ່​ນ້ຳຂອງ​ເປັນ​ຕົ້ນ.

ຜູ້​ຊ່ຽວຊານທີ່​ຊົງ​ອິດ​ທິພົນ​ເຫັນ​ວ່າ, ​ທາງ​ຂົນ​ສົ່ງ​ທາງ​ເຮືອ​ແມ່​ນ້ຳລ້າງ​ຊ້າງ​ແມ່​ນ້ຳຂອງ​​ໄດ້​ຖືກ​ຈັດ​​ເຂົ້າ​​ໃນລະບົບ​ຄຸ້ມ​ຄອງ​ການ​ຂົນ​ສົ່ງ​ທາງ​ນ້ຳ​ສາກົນ​ທີ່​ປອດ​ໄພ, ​ເປັນ​ລະບຽບ​ແລະ​ເປັນ​​ແບບ​ສະບັບຢ່າງ​ເປັນ​ທາງ​ການ​ແລ້ວ, ນີ້​ເປັນ​ຂີດ​ໝາຍ​ສະ​ແດງ​ໃຫ້​ເຫັນ​ວ່າ​ການ​ຮ່ວມ​ມື​ລະຫວ່າງ4​ປະ​ເທດ​ຈີນ​ລາວ​ມຽນມາ​ແລະ​ໄທ​ໄດ້​ກ້າວ​ຂຶ້ນ​ລະດັບ​ໃໝ່​ແລ້ວ.