ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-21 10:39:44    
ທ່ານ​ເຈຍ​ຊິ້ງ​ລິນ​ເຈ​ລະ​ຈາ​ກັບ​ທ່ານ​ຟານ​ຢຽນ

cri

ຕາມ​ຂ່າວCRI,ວັນ​ທີ20​ມີນາ,ຢູ່​ທີ່​ຮ່າ​ໂນ້ຍ,ທ່ານ​ເຈຍ​ຊິ້ງລິນ ກຳມະການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະ​ທານ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ເຈ​ລະ​ຈາ​ກັບທ່ານ​ຟານ​ຢຽນ ກຳມະການ​ກົມ​ການ​ເມືອງ​ສູນ​ກາງ​ເລຂາ​ປະຈຳການ​ກອງ​ເລ​ຂາ​ສູນ​ກາງ​ພັກ​ກອມມູນິດ​ຫວຽດນາມ.ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກປ່ຽນ​ຄວາມ​ເຫັນ​ກ່ຽວ​ກັບ​ສາຍ​ພົວພັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ​ຈີນ​ຫວຽດນາມ​ແລະ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ.

ທ່ານ​ເຈຍ​ຊິ້ງລິນ​ໄດ້​ຕັ້ງໜ້າ​ຕີ​ລາຄາ​ການ​ພົວພັນ​ລະ​ຫວ່າງສອງ​ພັກ​ສອງ​ລັດ​ຈີນ​ຫວຽດ​ນາມ.​ທ່ານ​ກ່າວ​ວ່າ,​ໃຕ້​ການ​ຊີ້​ນຳ​ຂອງ​ທິດ​ທາງ​ທີ່"ໝັ້ນ​ຄົງ​ຍາວ​ນານ,ອວ່າຍໜ້າ​ໄປ​ສູ່​ອະ​ນາ​ຄົດ,​ມີ​ໄມ​ຕີ​ຈິດ​ຖານ​ບ້ານ​ໃກ້​ເຮືອນຄ​ຽງ,ຮ່ວມ​ມື​ຮອບດ້ານ",​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ​ຈີນ​ຫວຽດນາມ​ໄດ້​ມີ​ການ​ພັດທະນາ​ຢ່າງ​ໃຫຍ່​ຫຼວງ.​ປັດ​ຈຸ​ບັນ,​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ໝາກ​ຜົນ​ອັນ​ເດັ່ນ​ຊັດ,​ບັນ​ຫາ​ເສັ້ນ​ຊາຍ​ແດນ​ທີ່​ຕົກ​ຄ້າງ​ມາ​ແຕ່​ປະຫວັດສາດ​ໄດ້​ຮັບ​ການ​ແກ້​ໄຂ​ເປັນ​ກ້າວໆ,​ການ​ຮ່ວມ​ມື​ແລະ​ການ​ແລກ​ປ່ຽນ​ກັນ​ໃນ​ຂົງ​ເຂດ​ອື່ນໆລະຫວ່າງ​ສອງ​ຝ່າຍກໍ​ໄດ້​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ.

ທ່ານ​ຟານ​ຢຽນ​ກ່າວ​ວ່າ,​ ​ຫຼາຍ​ປີ​ມາ​ນີ້,ສາຍ​ພົວພັນ​ຫວຽດນາມ​ຈີນ​ແລະ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ໄດ້​ພັດທະນາ​ເປັນ​ຢ່າງ​ດີ.ຝ່າຍ​ຫວຽດ​ນາມ​ຮູ້​ສຶກ​ເພິ່ງ​ພໍ​ໃຈ​ຕໍ່​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ອັນ​ດີງາມ​ຂອງສາຍ​ພົວພັນ​ລະຫວ່າງ​ສອງ​ພັກ​ສອງ​ລັດ.

ທ່ານ​ເຈຍ​ຊິ້ງລິນ​ກ່າວ​ວ່າ,ພັກ​ກອມ​ມູນິດ​ຈີນ​ແລະ​ລັດຖະບານ​ຈີນ​ຖື​ການ​ຂະ​ຫຍາຍ​ສາຍ​ພົວ​ພັນ​ຈີນ​ຫວຽດນາມ​ໄວ້​ຢູ່​ໃນ​ຖານະ​ພົ້ນ​ເດັ່ນ​ໃນ​ວຽກ​ງານ​ການ​ຕ່າງປະ​ເທດກັບປະ​ເທດ​ອ້ອມ​ຂ້າງ​ຢ່າ​ງສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.ທ່ານ​ສະ​ເໜີ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ປັບປຸງ​ແລະ​ເພີ່ມ​ທະວີ​ການ​ແລກ​ປ່ຽນ​ແລະ​ການຮ່ວມ​ມື​ກັນ​ໃນ​ຂົງ​ເຂດ​ຕ່າງໆ​ເຊັ່ນ​ການ​ເມືອງ,​ເສດ​ຖະ​ກິດ​ການ​ຄ້າ,​ການ​ສຳ​ຫຼວດ​ຢັ່ງ​ແທກຂຸດ​ຄົ້ນ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສ,​ການ​ປະ​ມົງ​ເປັນ​ຕົ້ນ,​ຊຸກ​ຍູ້​ໃຫ້​ສາຍ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ສອງ​ລັດ​ສືບ​ຕໍ່​ຂະ​ຫຍາຍ​ລົງ​ສູ່​ລວງ​ເລິກ.​ທ່ານ​ຟານ​ຢຽນ​ກ່າວ​ວ່າ​ທ່ານ​ເຫັນ​ດີ​ເຫັນ​ພ້ອມ​ນຳ​ຂໍ້​ສະ​ເໜີ​ຂອງ​ທ່ານ​ເຈ​ຍ​ຊິ້ງ​ລິນ.

ເມື່ອ​ກ່າວ​ເຖິງ​ບັນຫາ​ໄຕ້​ຫວັນ,ທ່ານ​ຟານ​ຢຽນ​ກ່າວ​ລື້​ມວ່າ,ພັກ​ແລະ​ລັດຖະບານ​ຫວຽດ​ນາມ​ຈະ​ສືບ​ຕໍ່​ຍຶດໝັ້ນ​ຫຼັກການ​ຈີນ​ດຽວ,​ເດັດ​ດ່ຽວ​ຄັດຄ້ານ​ການ​ເຄື່ອນ​ໄຫວ​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອ​ກະ​ລາດ,​ຫວັງ​ໃຫ້​ພາລະກິດ​ອັນ​ຍິ່ງ​ໃຫຍ່​ໂຮມ​ເຂົ້າ​ເປັນ​ເອ​ກະ​ພາບ​ກັນ​ຂອງ​ຈີນ​ບັນ​ລຸ​ຜົນ​ເປັນ​ຈິງ​​ໂດຍ​ໄວ.