ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-21 10:48:02    
ຮອງ​​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຈີນ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​ກ່ຽວ​ກັບ​ບັນ​ຫາ​ອາ​ວຸດ​​ເບົາ

cri Author: shuo
ຕາມ​ຂ່າວCRI:ວັນ​ທີ20​ມີນາ,ທ່ານ​ຈ່າງ​ອີ້​ຊ່ານ ຮອງ​​ເອກ​ອັກຄະ​ລັດ​ຖະທູດ​ຈີນ​ປະ​ຈຳ​ສະ​ຫະ​ປະ​ຊາ​ຊາດ​ໄດ້​ບັນ​ລະ​ຍາຍ​ຫຼັກ​ໝັ້ນ​ຂອງ​ຈີນ​​ໃນ​ການ​ໂຕ້​ວາ​ທີ​ເປີດ​ເຜີຍ​ຂອງ​ສະ​ພາ​ຄວາມ​ໝັ້ນ​ຄົງ​ທີ່​ກ່ຽວ​ກັບ​ບັນ​ຫາ​ອາ​ວຸດ​​ເບົາ​.

ທ່ານ​ຈ່າງ​ອີ້​ຊ່ານ​ເວົ້າວ່າ,ການ​ສະ​ສົມ​ອາວຸດ​​ເບົາ​ຫຼາຍ​ເກີນ​ໄປ​ແລະ​ການ​ຄ້າ​ອາ​ວຸດ​ເບົາ​ຢ່າງ​ຜິດ​ກົດ​ໝາຍ,​ໄດ້​ພາ​ໃຫ້​​ເສິກ​ສົງ​ຄາມ​ຢູ່​ບາງ​ປະ​ເທດ​ແລະ​ເຂດ​ແຄວ້ນ​ຊຸດ​ຮ້າຍ​ລົງ,​ອັນ​ໄດ້​ຊ່ອຍ​ເຫຼືອ​ການ​ເຄື່ອນ​ໄຫວ​ອາ​ຊະ​ຍາ​ກຳ​ຕ່າງໆ ​ເຊັ່ນ​ລັດ​ທິ​ກໍ່​ການ​ຮ້າຍ​ແລະ​ການ​ຄ້າ​ຢາ​ເສບ​ຕິດ​ເປັນ​ຕົ້ນ,​ໄດ້​ມີ​ຜົນ​ກະ​ທົບ​ທາງ​ລົບ​ໃນ​ດ້ານ​ຕ່າງໆ ​ເຊັ່ນ​ການ​ເມືອງ ​ເສດ​ຖະ​ກິດ​ແລະ​ສັງ​ຄົມ​ເປັນ​ຕົ້ນ.

ທ່ານ​ຈ່າງ​ອີ້​ຊ່ານ​ເວົ້າວ່າ,ທ້າຍ​ເດືອນ​ມິ​ຖຸ​ນາ​ປີ​ນີ້,​ສະ​ຫະ​ປະ​ຊາ​ຊາດ​ຈະ​ຈັດ​ກອງ​ປະ​ຊຸມ​ພິ​ຈາ​ລະ​ນາ​ໂຄງ​ການ​ດຳ​ເນີນ​ງານ​ອາ​ວຸດ​​ເບົາ.​ທ່ານ​ຫວັງ​ໃຫ້​ປະຊາ​ຄົມ​ໂລກ​ກະ​ຈ່າງ​ແຈ້ງ​ໜ້າ​ທີ່​ຮັບ​ຜິດ​ຊອບ​ສຳຄັນ​ກວ່າ​ໝູ່​ຂອງ​ບັນ​ດາ​ປະ​ເທດ​ໃນ​ການ​ໂຈມ​ຕີ​ການ​ຄ້າ​ອາວຸດ​​ເບົາ​ທີ່​ຜິດ​ກົດ ໝາຍ​ຕື່ມ​ອີກ,​ເພີ່ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ຊາດ,​ເສີມ​ຂະ​ຫຍາຍ​ບົດ​ບາດ​ຊີ້​ນຳ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ເຕັມ​ທີ່.​ທ່ານ​ຈ່າງ​ອີ້​ຊ່ານ​ຍັງ​ກ່າວ​ເນັ້ນ​ວ່າ,​ຕ້ອງ​ລົບ​ລ້າງ​ແຫຼ່ງ​ກຳ​ເນີດ​ແລະ​​​ແຜ່​ຜາຍ​ອາ​ວຸດ​​ເບົາ​ທີ່​ຜິດ​ກົດ​ໝາຍ​ຈາກ​ກົກ​ຮາກ.