ຈີນຕໍ່ວ່າຕໍ່ຂານຢ່າງເຄັ່ງຂຶມຕໍ່ອາເມລິກາກ່ຽວກັບຖ້ອຍຄວາມຜິດພາດທີ່ພົວພັນກັບຈີນໃນບົດລາຍງານຍຸດທະສາດຄວາມປອດໄພແຫ່ງຊາດອາເມລິກາ
cri
ຕາມຂ່າວສານຊີນຮວາ,ວັນທີ20ມີນາ,ທ່ານຊີນກ່າງ ໂຄສົກກະຊວງການຕ່າງປະເທດຈີນກ່າວວ່າ,ຈີນສະແດງຄວາມບໍ່ພໍໃຈຢ່າງຮຸນແຮງຕໍ່ຖ້ອຍຄວາມຜິດພາດທີ່ພົວພັນກັບຈີນໃນບົດລາຍງານຍຸດທະສາດຄວາມປອດໄພແຫ່ງຊາດອາເມລິກາ,ແລະໄດ້ຕໍ່ວ່າຕໍ່ຂານຢ່າງເຄັ່ງຂຶມຕໍ່ອາເມລິກາ.
ໃນເວລາຕອບຄຳຖາມທີ່ກ່ຽວຂ້ອງຂອງນັກຂ່າວ,ທ່ານຊີນກ່າງເວົ້າວ່າ,ບົດລາຍງານສະບັບດັ່ງກ່າວຂອງອາເມລິກາບໍ່ເອົາຫົວຊານຳຄວາມຈິງອັນພື້ນຖານ,ຕິຕຽນຢ່າງໄຮ້ເຫດຜົນຕໍ່ນະໂຍບາຍພາຍໃນແລະຕ່າງປະເທດແລະທິດທາງພັດທະນາຂອງຈີນ,ແຊກແຊງວຽກງານພາຍໃນຂອງຈີນ.
ທ່ານຊີນກ່າງເວົ້າວ່າ,ຝ່າຍຈີນທວງໃຫ້ອາເມລິກາປະຕິບັດຕໍ່ນະໂຍບາຍພາຍໃນແລະຕ່າງປະເທດແລະການພັດທະນາໂດຍສັນຕິຂອງຈີນຢ່າງພາວະວິໄສແລະທ່ຽງທຳ,ຢຸດຕິປະກາດຖ້ອຍຄວາມທີ່ບໍ່ມີຜົນດີຕໍ່ການພັດທະນາຢ່າງປອດໄສຂອງການພົວພັນຈີນອາເມລິກາ,ບໍ່ມີຜົນດີຕໍ່ການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈຊຶ່ງກັນແລະກັນແລະບໍ່ມີຜົນດີຕໍ່ການຊຸກຍູ້ສັນຕິພາບ ສະຖຽນລະພາບແລະການພັດທະນາຂອງພາກພື້ນ,ໃຊ້ການກະທຳຕົວຈິງເພື່ອປະຕິບັດຄວາມເຫັນທີ່ເປັນເອກະສັນຂອງປະມຸກລັດສອງປະເທດກ່ຽວກັບການຊຸກຍູ້ການພົວພັນຮ່ວມມືທີ່ມີລັກສະນະສ້າງສັນໃນສະຕະວັດ21ຢ່າງຮອບ ດ້ານ,ປົກປັກຮັກສາການພັດທະນາຢ່າງປອດໃສຂອງການພົວພັນຈີນອາເມລິກາແລະຜົນປະໂຫຍດກົກຮາກຮ່ວມຂອງສອງປະເທດ.
|
|