ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-21 11:01:39    
ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ຈີນ​ທວງ​ໃຫ້​ສືບ​ຕໍ່​ປ້ອງ​ກັນ​ແລະ​ຄວບ​ຄຸມ​ພະ​ຍາດ​ໄຂ້​ຫວັດ​ນົກ​ປະ​ເພດ​ຮ້າຍ​ແຮງ​ລະ​ຫວ່າງ​ຄົນ

cri
ຕາມ​ຂ່າວ​ສານ​ຊີນຮວາ,​ໂດຍ​ແນ​ໃສ່​ສະພາບ​ທີ່​ຜູ້​ເປັນພະ​ຍາດ​ໄຂ້​ຫວັດ​ນົກ​ໃນ​ທົ່ວ​ໂລກ​ໄດ້​ເພີ່ມ​ຂຶ້ນ,​ໃນ​ກອງ​ປະຊຸມ​ວຽກ​ງານ​ປ້ອງ​ກັນ​ແລະ​ຄວບ​ຄຸມໄຂ້​ຫວັດ​ນົກ​ປະ​ເພດ​ຮ້າຍ​ແຮງ​ລະ​ຫວ່າງ​ຄົນ,ກະຊວງ​ສາທາ​ລະນະ​ສຸກ​ຈີນ​ໄດ້ທວງ​ໃຫ້​ລະບົບ​ສາທາ​ລະນະ​ສຸກ​ທົ່ວ​ປະ​ເທດ​ສືບ​ຕໍ່​ປ້ອງ​ກັນ​ແລະ​ຄວບ​ຄຸມ​ໄຂ້​ຫວັດ​ນົກ​ປະ​ເພດ​ຮ້າຍ​ແຮງ​ລະຫວ່າງ​ຄົນ.

ຕາມສະ​ຖິຕິ​ຂອງ​ອົງ​ການ​ອະນາ​ໄມ​ໂລກ​ທີ່​ນັບ​ມາ​ຮອດ​ວັນ​ທີ13​ມີນາ​ສະ​ແດງ​ໃຫ້​ເຫັນ​ວ່າ,​ໄຂ້​ຫວັດ​ນົກ​ໄດ້​ພາ​ໃຫ້​177ຄົນ​ຕິດພະ​ຍາດ,​ໃນ​ນັ້ນມີ​98ຄົນ​ໄດ້​ເສຍ​ຊີວິດ​ຍ້ອນ.​ໂດຍ​ແນ​ໃສ່​ສະ​ພາບ​ດັ່ງ​ກ່າວ,​ກະຊວງ​ສາທາ​ລະນະ​ສຸກ​ກ່າວ​ວ່າ,​ພາກ ສ່ວນສາ​ທາລະ​ນະສຸກ​ທຸກ​ຂັ້ນ​ຕ້ອງ​ເຮັດ​ວຽກ​ຕິດ​ຕາມ​ພະຍາດ​ໄຂ​ຫວັດ​ນົກ ອົບຮົມ​ບຸກຄະ​ລາ​ກອນ​ແລະ​ກວດ​ກາ​ຫ້ອງ​ທົດ​ລອງ​ໃຫ້​ດີ​ຕື່ມ​ອີກ,​ບູ​ລະ​ນະ​ລະບອບ​ປ້ອງ​ກັນ​ແລະ​ຄວບ​ຄຸມພະ​ຍາດ​ຕິດ​ແປດ​ຂອງ​ອົງການ​ປິ່ນປົວ.