ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-21 11:10:47    
ທ່ານ​ປູ​ຕິນ​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ​ຢ້ຽມ​ຢາມ​ຈີນ

cri
ຕາມ​ຂ່າວສານ​ຊີນຮວາ,​ໂດຍ​ຕອບ​ຄຳ​ເຊີນ​ຂອງ​ທ່ານ​ຫູ​ຈີນ​ທາວ ປະທານ​ປະ​ເທດ​ຈີນ,​ຕອນ​ເຊົ້າ​ວັນ​ທີ21ມີນາ,​ທ່ານ​ປູ​ຕີນ ປະທາ​ນາທິ​ບໍດີ​ສະຫະ​ພັນ​ຣັດ​ເຊຍ​ໄດ້​ເດີນ​ທາງ​ມາ​ຮອດ​ປັກ​ກິ່ງ,​ເລີ່ມ​ຢ້ຽມ​ຢາມ​ຈີນ​ທາງ​ລັດ​ຖະກິດ​ທີ່​ເປັນ​ເວລາ​ສອງ​ມື້.

ໃນ​ໄລ​ຍະ​ຢ້ຽມ​ຢາມ,ທ່ານ​ຫູ​ຈີນ​ທາວ​ຈະ​ເຈລະ​ຈາ​ກັບ​ທ່ານ​ປູ​ຕີນ,​ປະມຸກ​ລັດ​ທັງ​ສອງ​ປະ​ເທດ​ຈະ​ຊອກ​ຄົ້ນຮອບ​ດ້ານ​ກ່ຽວ​ກັບ​ບັນຫາ​ລົງ​ເລິກ​ການ​ພົວພັນ​ໝູ່ຄູ່​ປະສານ​ງານ​ຍຸດ​ທະ​ສາດ​ລະ​ຫວ່າງ​ຈີນຣັດ​ເຊຍ,​ແລະຈະ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ກວ້າງ​ຂວາງ​ແລະ​ເລິກ​ເຊິ່ງ​ກ່ຽວ​ກັບ​ບັນ​ຫາ​ສຳຄັນ​ຂອງ​ໂລກ​ກໍ່​ຄື​ພາກ​ພື້ນ​ທີ່​ສອງ​ຝ່າຍສົນ​ໃຈ​ນຳ​ກັນ.ທ່ານ​ອູ​ບາງ​ໂກວ ປະທານ​ຄະນະ​ປະຈຳ​ສະພາ​ປະ​ຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ທ່ານ​​ເວິ່ນ​ເຈ່ຍ​ປາວ ນາຍົກ​ລັດຖະມົນ​ຕີ​ຈີນ​ຈະ​ແຍກ​ອອກ​ພົບ​ປະ​ທ່ານ​ປູ​ຕີນ.​ສອງ​ຝ່າຍ​ຈີນຣັດ​ເຊຍຍັງ​ຈະ​ອອກ​ຖະ​ແຫຼ​ງການ​ຮ່ວມ,​ແລະ​ຈະເຊັນ​ເອກະ ສານ​ຢ່າງ​ເປັນ​ລະ​ບົບ​ກ່ຽວ​ກັບ​ການ​ພົວພັນ​ລະຫວ່າງ​ສອງ​ຝ່າຍ.

ນອກ​ນີ້,​ການ​ມາ​ຢ້ຽມ​ຢາມ​ຂອງ​ທ່ານ​ປູ​ຕິນ​ເທື່ອ​ນີ້​ພໍ​ດີ​ຢູ່​ໃນເວ​ລາຈັດ​ການ​ເຄື່ອນ​ໄຫວ​"ປີ​ຣັດ​ເຊຍ"​ເຊິ່ງ​ນອນ​ຢູ່​ປີ​ປະ​ເທດ​ທີ່​ຈີນຣັດ​ເຊຍ​ຈັດຂຶ້ນ,​ປະມຸກ​ລັດ​ທັງ​ສອງ​ປະ​ເທດ​ຈະ​ພ້ອມ​ກັນ​ເຂົ້າ​ຮ່ວມ​ພິທີ​ໄຂ​"ປີຣັດ​ເຊຍ"​ທີ່​ຈັດ​ຂຶ້ນ​ຢູ່ຈີນ​ແລະ​ພິທີ​ໄຂ​ກອງ​ປະຊຸມ​ເວທີ​ປາ​ໄສຜູ່​ນຳ​ວົງ​ການ​ເສດ​ຖະກິດ​ອຸດສາ​ຫະ​ກຳ​ການ​ຄ້າ​ຈີນ​ຣັດ​ເຊຍ.