ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-21 15:41:54    
ທ່ານ​ເຈຍ​ຊິງ​ລິນ​ເຈ​ລະ​ຈາ​ກັບ​ທ່ານ​ຟາມ​ເທ​ຢວດ

cri Author: sayvanny
ວິ​ທະ​ຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ຕອນ​ເຊົ້າວັນ​ທີ 21 ມີນາ ຢູ່​ຮ່າ​ໂນ​ຍ ທ່ານ​ເຈຍ​ຊິນ​ລິນ ປະ​ທານ​ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ກຳລັງ​ຢ້ຽມຢາມ​ຢູ່​ຫວຽດນາມ​ໄດ້​​​ເຈ​ລະ​ຈາ​ກັບ​ທ່ານ​ຟາ​ມ​ເທ​ຢວດ ປະທານ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ.

ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກ​ປ່ຽນ​ຄວາມ​ເຫັນ​ກັນໄດ້​ກ້າວ​ເຖິງ​ຂັ້ນ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ຢ່າງ​ກວ້າງ​ຂວາງ​ແລະ​ກ່ຽວ​ກັບ​ສາຍ​ພົວ​ພັນ​ຈີນ​ຫວຽດນາມ​ແລະ​ບັນຫາ​ທີ່​ສົນ​ໃຈ​ນຳ​ກັນ​.

ທ່ານ​ຟາ​ມ​ເທ​ຢວດ​ເວົ້າວ່າ, ​ຫລາຍ​ປີ​ມາ​ນີ້ ສາຍ​ພົວ​ພັນ​ຫວຽດ​ນາມ ​ຈີນ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ລະ​ຫວ່າງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ກັບ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ໄດ້​ຮັບ​ຄວາມ​ຄືບ​ຫນ້າ​ໃຫມ່.​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ​ຍິນ​ດີ​ເພີ່​ທະວີ​ການ​ແລກ​ປ່ຽນ​ກັບ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ​ຮ່ຳ​ຮຽນ​ເຊິ່ງກັນ​ແລະ​ກັນ, ຕ່າງ​ຖອດ​ຖອນ​ເອົາ​ບົດຮຽນ​ເຊິ່ງ​ກັນ​ແລະ​ກັນ.

ທ່ານ​ເຈຍ​ຊິງ​ລິນ​ເວົ້າວ່າ,ປະຊາຊົນ​ຈີນ​ຫວຽດນາມ​ມີ​ມິດຕະພາບມາ​ແຕ່​ໄລຍະຍາວ​ນານ.ສະພາ​ປຶກສາ​ການ​ເມືອງປະຊາຊົນ​ແຫ່ງ​ຊາດ​ຈີນ​ແລະ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ທີ່​ເຂົ້າ​ແທນ​ບໍ່​ໄດ້​ໃນ​ຊີວິດ​ການ​ເມືອງ​ຂອງ​ປະ​ເທດ​ໃຜລາວ.ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຍິນ​ດີ​ສ້າງ​ກົນ​ໄກ​ແລກປ່ຽນ​ເປັນ​ປະຈຳກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ​, ພ້ອມ​ກັນ​ຊຸ​ກຍູ້​ສາຍ​ພົວພັນ​ໄມຕີ​ຈິດຖານ​ບ້ານ​ໃກ້​ເຮືອນ​ຄຽງ​​ແລະ​ການ​ຮ່ວມ​ມືລະຫວ່າງ​ຈີນ​ຫວຽດນາມ​ຂະຫຍາຍຕົວ​ຢ່າງຮອບດ້ານ.