ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-21 15:45:34    
ງານ​ສຳ​ມະ​ນາ​ສາ​ກົນ​ກ່ຽວ​ກັບ​ພັກ​ການ​ເມືອງ​ກັບ​ສັງ​ຄົມ​ໃຫມ່​ກ່າວ​ເນັ້ນ​ຍຶດ​ຫມັ້ນ​ຫລັກ​ຫມັ້ນ​ຈີນ​ດຽວ

cri Author: sayvanny
ຕາມ​ຂ່າວ​ສານ​ຊີນ​ຮວາ: ງານສຳ​ມາ​ນາສາ​ກົນ​ກ່ຽວ​ກັບ​ພັກ​ການ​ເມືອງ​ກັບ​ສັງ​ຄົມ​ໃຫມ່​ຄັ້ງ​ທີ 10 ​ ​ໄດ້​ອັດ​ລົງ​ໃນ​ວັນ​ທີ 19 ມີນາຢູ່​ເມືອງ​​ແມັກ​ຊິກ​ໂກ.ກອງ​ປະຊຸມ​ໄດ້​ລົງ​ມະ​ຕິ, ກ່າວ​ຢ້ຳ​ຍຶດຫ​ມັ້ນຫ​ລັກກ​ານ​​ຈີນ​ດຽວ,​ເດັດ​ດ່ຽວ​ສະ​ຫນັບ​ສະ​ຫນູນ​ພັກ​ກອມ​ມູນິດ​ຈີນ​ແລະ​ປະ​ຊາ​ຊົນ​ຈີນ​ທີ່​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ບັນ​ລຸ​ການ​ທ້ອນໂຮມ​ປະ​ເທດ​ຊາດ​ເປັນ​ເອກະ​ພາບ​ກັນ.

ງານ​ສຳ​ມະ​ນາສາ​ກົນ​ກ່ຽວ​ກັບ​ພັກ​ການ​ເມືອງ​ກັບ​ສັງ​ຄົມ​ໃຫມ່​ທີ່​ພັກ​ອອກ​ແຮງ​ງານ​ແມັກ​ຊິກ​ເປັນ​​ເຈົ້າ​ພາບ​ໄດ້ຈັດ​ຂຶ້ນ​ປີ​ລະ​ເທື່ອ.ກອງ​ປະຊຸມ​ເທື່ອ​ນີ້​ດຳ​ເນີນ​ສາມ​ມື້.ຜູ່​ແທນ​ຂອງ​​ເກືອບ 60 ພັກ​ການ​ເມືອງ​​ແລະ​ອົງການ​ຈັດ​ຕັ້ງ​ປີກ​ຊ້າຍ​ທີ່​ມາ​ຈາກ​ທະ​ວີບ​ອາ​ເມ​ລິ​ກາ​ລາ​ຕິນ ອາຊີ​ແລະ​ເອີ​ລົບ​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ.

ທ່ານ​ເສິນ​ເຟິງ​ຊຽງ ຮອງ​ຫົວຫນ້າ​ຄະນະ​ພົວພັນ​ຕ່າງປະ​ເທດ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ດັ່ງ​ກ່າວ​ໃນຖານ​ຜູ່​ແທນ​ພັກ​ກອມ​ມູນິດ​ຈີນ,​ແລະ​ໄດ້​ກາວ​ຄຳ​ປາ​ໃສ​ທີ່​ພາດ​ຫົວ​ເລື່ອງ​ວ່າ: ພັດທະນະ​ທັດ​ວິທະຍາສາດ​ຂອງ​ພັກ​ກອມ​ມູນິດຈີນ.