ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-21 15:47:06    
ກອງ​ປະ​ຊຸມ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຊົນ​ລະ​ປະ​ທານ​ພາກ​ພື້ນ​ອາ​ຊີ​ປາ​ຊິ​ຟິກ​ໄຂ​ຂຶ້ນ​ຢູ່​ແມັກ​ຊິກ​ໂກ

cri Author: min
ຕາມ​ຂ່າວCRI: ຕອນ​ບ່າຍ​ວັນ​ທີ 20 ມີນາ, ກອງ​ປະຊຸມ​ລັດຖະ​ມົນຕີ​ກະຊວງ​ຊົນ​ລະ​ປະ​ທານ​ພາກ​ພື້ນ​ອາຊີ​ປາຊິ​ຟິກ​ທີ່​ຈະ​ດຳ​ເນີນ​2 ມື້​ນັ້ນ​ໄດ້​ໄຂ​ຂຶ້ນ​ຢູ່​ເມືອງ​ແມັກ​ຊິກໂກ​ນະຄອນ​ຫຼວງ​ແມັກຊິກ, ເຈົ້າ​ໜ້າ​ທີ່​ຂັ້ນ​ລັດຖະ​ມົນຕີ​ຈາກ​ປະ​ເທດ​ພາກ​ພື້ນ​ອາຊີ​ປາຊິ​ຟິກ 10 ກວ່າ​ປະ​ເທດ, ຄື ຈີນ​, ຍີ່​ປຸ່ນ, ສ.​ເກົາຫຼີ​ເປັນ​ຕົ້ນ​ແລະ​ຜູ້​ແທນ​ອົງການ​ສາກົນ​ຕ່າງໆ, ຄື: ອົງການ​ຢູ່ເນັດສະໂກ​ສະຫະ​ປະຊາ​ຊາດ, ທະ​ນາ​ຄານ​ພັດ​ທະ​ນາ​ອາຊີ​ເປັນ​ຕົ້ນ​ໄດ້​ເຂົ້າ​ຮ່ວມ​ພິທີ​ໄຂ​.

ຜູ້​​ແທນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໄດ້​ຫາລື​ກັນ​ກ່ຽວ​ກັບ​ບັນຫາ​ອະນຸລັກ​ຊັບພະ​ຍາກອນ​ແຫຼ່ງ​ນ້ຳ​, ປ້ອງ​ກັນ​ໄພ​ນ້ຳ​ຖ້ວມ​ແລະ​ການ​ຄຸ້ມ​ຄອງ​ຊັບພະ​ຍາກອນ​ແຫຼ່ງ​ນ້ຳ​ຢ່າງເປັນ​ເອກະ​ພາບ​ກັນ​ຢູ່​ພາກ​ພື້ນ​ອາຊີ​ປາ​ຊິ​ຟິກ​ເປັນຕົ້ນ. ຜູ້​ແທນ​ທັງ​ຫຼາຍ​ຍັງ​ໄດ້​ກ້າວເຖິງມີ​ຄວາມ​ເຫັນ​ເອກະສັນ​ກັນ​ກ່ຽວ​ກັບ​ເລີ່​ມປະຕິ​ບັດ​ແຜນ​ການ​ເວທີ​ປາ​ໄສ​ນ້ຳ​ອາຊີ​ປາຊິ​ຟິກ. ທ່ານ​ວ່າງ​ຊູ້​ເຊີງ ລັດຖະ​ມົນຕີ​ກະຊວງ​ຊົນລະ​ປະທານ​ຈີນ​ໄດ້​ກ່າວ​ສະແດງ​ໃນ​ພິທີ​ໄຂ​ວ່າ, ປະ​ເທດ​ອາຊີ​ປາ​ຊິ​ຟິກ​ຄວນ​ຄົ້ນຄວ້າ​ກັນ​ກ່ຽວກັບ​ການ​ຮ່ວມ​ມື​​ຕື່ມ​ອີກ​ໃນ​ຂົງເຂດ​ຊັບພະ​ຍາກອນ​ແຫຼ່ງ​​ນ້ຳ​​ແນວ​ໃດ​.