ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-21 18:11:44    
ຜູ້ນຳ​ອົງ​ການ​ຮາ​ມັດສ໌​ເວົ້າ​ວ່າ ການ​ຕໍ່​ຕ້ານ​ອິສ​ຣາ​ແອນ​ແມ່ນ​ການ​ເລືອກ​​ເອົາ ​ແຕ່ບໍ່​ແມ່ນ​ເປົ້າ​ໝາຍ​ສຸດ​ທ້າຍ

cri Author: cai
ຕາມ​ຂ່າວCRI:ວັນ​ທີ 20 ມີນາ,ຢູ່​ຊາ​ນາ ນະຄອນຫຼວງ​ອີ​ເອ​​ເມນ,ທ່ານຮາ​ລີດ ມາ​ຊາ​ອານ ຜູ້ນຳ​ກົມ​ການ​ເມືອງ​ຂອງ​ອົງການ​ຮາ​ມັດສ໌ປາ​​ເລັສຕີນ​ທີ່​ໄປ​ຢ້ຽມຢາມ​ອີ​ເອ​ເມນ​ເວົ້າ​ວ່າ,ການ​ຕໍ່​ຕ້ານອິສຣາ​ແອນ​ຢ່າງ​ຊອບ​ກົດໝາຍນັ້ນ​ແມ່ນ​ການ​ເລືອກ​ເອົາ​ຂອງ​ອົງການ​ຮາ​ມັດສ໌,​ແຕ່​ຫາກ​ບໍ່​ແມ່ນ​ເປົ້າ​ໝາຍສຸດ​ທ້າຍ.

ທ່ານ​ຍັງ​ເວົ້າ​ວ່າ,​ໃນ​ບັນຫາ​ຄອງ​ອຳນາດ,ອົງການ​ຮາ​ມັດສ໌​​ໄດ້​ຫວັງ​ຢາກ​ຮ່ວມ​ມື​ກັບ​ພັກ​ຝ່າຍ​ການ​ເມືອງ​ອື່ນໆ​ໂດຍ​ຕະຫຼອດ,​ແຕ່​ອາ​ເມ​ລິ​ກາ​ໄດ້​ໃຊ້​ກຳລັງ​ໜີບ​ຕໍ່ຝ່າຍ​ຕ່າງໆ​ຂອງປາ​ເລັສ​ຕີນ,ບັງຄັບ​ບໍ່ໃຫ້​ພວກ​ເຂົາ​ເຈົ້າເຂົ້າ​ຮ່ວມຄະນະ​ລັດຖະບານ​ຊຸດ​ໃໝ່​ທີ່​ນຳ​ໂດຍ​ອົງການ​ຮາ​ມັດສ໌.

ມື້​ດຽວ​ກັນ,​ໃນ​ເວລາ​ທ່ານ​ຊາເລ ປະ​ທານາ​ທິບໍດີ​ອີ​ເອ​ເມນ​ພົບ​ປະ​ຄະນະ​ຜູ້​ແທນ​ອົງການ​ຮາ​ມັດສ໌​ນັ້ນ,ທ່ານ​ໄດ້ຮຽກຮ້ອງ​ໃຫ້​ອົງການ​ຮາ​ມັດສ໌​ຮັບ​ເອົາ​ຂໍ້​ລິ​ເລີ່ມຂອງອາ​ລາບກ່ຽວ​ກັບ​ສັນຕິພາບ​ຕາ​ເວັນ​ອອກ​ກາງ,ຮັບ​ຮອງ​ອິສຣາ​ແອນ.

ນອກ​ນີ້,ຂ່າວ​ແຈ້ງວ່າ,ກອງ​ປະຊຸມ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ສະຫະພາບ​ເອີ​ລົບ​ທີ່​ຈັດ​ຂຶ້ນ​ຢູ່ບຼູແຊນ​ໃນ​ວັນ​ທີ 20 ມີນາບໍ່​ໄດ້​ທຳ​ການຕົກລົງ​​ໃໝ່​ກ່ຽວກັບ​ບັນຫາ​ຊ່ອຍ​​ເຫຼືອ​ປາ​ເລັສຕີນ.