|
 |
(GMT+08:00)
2006-03-21 20:08:31
|
 |
ວິທີຮັກສາອາຫານໃນຕູ້ເຢັນ
cri

ສະບາຍດີທ່ານຜູ້ຟັງທີ່ໂຄລົບ, ຊົມເຊີຍທ່ານຮັບຟັງລາຍການສາລະຄະດີໜ້າຮູ້ຂອງພວກເຮົາ, ໃນລາຍການມື້ນີ້, ພວກເຮົາຈະແນະນຳວິທີດີໆຫຼາຍຢ່າງເພື່ອຮັກສາອາຫານໃນຕູ້ເຢັນສູ່ທ່ານຟັງ, ຫວັງວ່າຄົງຈະມີຜົນດີຕໍ່ຊີວິດປະຈຳວັນຂອງທ່ານຜູ້ຟັງ.
ໃນຫຼາຍຄອບຄົວ, ຕູ້ເຢັນເກືອບກາຍເປັນຕູ້ເຊັບຮັກສາອາຫານ, ບໍ່ວ່າອາຫານດິບຫຼືວ່າອາຫານສຸກ, ແລະບໍ່ວ່າແມ່ນຜັກຫຼືວ່າຊີ້ນສົດ, ທະແນມແຕ່ປະໄວ້ຢູ່ໃນຕູ້ເຢັນ, ກໍ່ຄິດວ່າຮັບປະກັນຄຸນແລ້ວ, ບໍ່ເປັນຫຍັງແລ້ວ. ຍັງມີຫຼາຍຄອບຄົວມັກເອົາອາຫານປະເພດຊີ້ນປະໄວ້ຢູ່ໃນຕູ້ແຊ່ແຂງຈົນຫຼາຍເດືອນຫຼືວ່າເກືອບປີ.
ທີ່ຈິງແລ້ວ, ໃຕ້ສະພາບທີ່ຄົນທັງຫຼາຍເຊື່ອຕູ້ເຢັນຈົນເກີນຄວນນັ້ນ, ຕູ້ເຢັນກໍໄດ້ກະທຳໂທດຫຼາຍຢ່າງຕໍ່ອາຫານທີ່ຮັກສາໄວ້ໃນຕູ້ເຢັນຄື.
1, ມີເຊື້ອໂຣກຫຼາຍຊະນິດເກີດຂຶ້ນ: ໃນຕູ້ເຢັນເຖິງວ່າອຸນຫະພູມຕ່ຳ, ແຕ່ການປ່ຽນຖ່າຍຂອງອາຫານກໍມີແຕ່ຊ້າລົງເທົ່ານັ້ນ, ບໍ່ໄດ້ຢຸດຕິຈັກເທື່ອ. ອຸນຫະພູມຕ່ຳບໍ່ໄດ້ຂ້າເຊື້ອໂຣກສ່ວນຫຼາຍໃຫ້ຕາຍໄດ້, ກົງກັນຂ້າມແລ້ວ, ຈຸລິນຊີສ່ວນຫຼາຍພັດແຜ່ເຊື້ອໄດ້ງ່າຍທີ່ສຸດໃນອຸນຫະພູມຕ່ຳ.
2, ພາໃຫ້ອາຫານເສື່ອມເສຍທາດບຳລຸງ: ຕູ້ເຢັນເຮັດໃຫ້ອາຫານເສື່ອມເສຍທາດບຳລຸງ, ໂດຍສະເພາະແມ່ນອາຫານປະເພດຜັກແລະໝາກໄມ້ທີ່ມີທາດວິຕາມິນຫຼາຍ. ການຄົ້ນຄວ້າຢືນຢັນວ່າ, ຖ້າເອົາໝາກແຕງປະໄວ້ຢູ່ໃນຕູ້ເຢັນທີ່ມີອຸນຫະພູມ4ອົງສາເປັນເວລາ24ຊົ່ວໂມງ, ວິຕາມິນເຊຂອງໝາກແຕງຈະຫຼຸດໜ້ອຍລົງ30%.
3, ທຳລາຍລົດຊາດຂອງອາຫານ: ຕູ້ເຢັນຍັງທຳລາຍລົດຊາດຂອງອາຫານ. ເຂົ້າຈີ່ສົດທີ່ຫອມຫວນ, ໝາກກ້ວຸຍແລະໝາກລິນຈີ່ສົດໆທີ່ຊວນກິນ, ຍັງມີນ້ຳເຕົ້າຈ້ຽວ, ໝູແຮມແລະຊີ້ນກະປ໋ອງທີ່ມີລົດຊາດດີພິເສດ, ຖ້າເອົາໄວ້ໃນຕູ້ເຢັນ, ມັນກໍອາດຈະບໍ່ງາມແລະບໍ່ແຊບຄືເກົ່າ, ດີບໍ່ດີຍັງຕິດກິ່ນຂິວກິ່ນຄາວຊ້ຳ.
4, ພາໃຫ້ເປັນພະຍາດຍ້ອນກິນເຄື່ອງໃນຕູ້ເຢັນ: ກິນອາຫານທີ່ເອົາອອກມາຈາກຕູ້ເຢັນໂດຍກົງອາດຈະພາໃຫ້ສາຍເລືອດໃນເຈ້ຍເມືອກກະເພາະຫົດແລະປັ້ນຢ່າງກະທັນຫັນ, ແລ້ວພາໃຫ້ເຈັບກະເພາະຫຼືຈົນເປັນພະຍາດກະເພາະອາຫານ, ສ່ວນຈຸລິນຊີທີ່ອອກແມ່ແຜ່ລູກໃນຕູ້ເຢັນທີ່ມີອຸນຫະພູມຕ່ຳນັ້ນ, ອາດຈະພາໃຫ້ລຳໄສ້ອັກເສບຫຼືຈົນເປັນທ້ອງບິດ.
5, ອາດຈະກາຍເປັນບ່ອນສົກກະປົກ: ບໍ່ວ່າອາຫານດິບຫຼືອາຫານສຸກ, ໃສ່ນຳກັນໝົດໂດຍບໍ່ແບ່ງປະເພດ, ອາຫານປະເພດຕ່າງໆແລະວັດຖຸເຄມີມີພິດຕ່າງໆທີ່ແຍກທາດອອກຈາກອາຫານ, ໃບຊາ, ກາເຟ, ຢາສູບ, ເຄື່ອງສຳອາງແລະຟິມຖ່າຍຮູບກໍເອົາໃສ່ໃນຕູ້ເຢັນໝົດ, ທັງມີກິ່ນຕ່າງໆແລະພາໃຫ້ເກີດມີເຊື້ອໂຣກນັບເປັນລ້ານເປັນໂກດ, ຕູ້ເຢັນກາຍເປັນບ່ອນມີສິ່ງສົກກະປົກໂຮມກັນຢູ່.
6, ຕູ້ເຢັນກາຍເປັນສາງວັດຖຸທາດເບື່ອ: ມີຫຼາຍຄົນໄປຊື້ຂອງເທື່ອໜຶ່ງມັກຊື້ຫຼາຍໆບາດດຽວ, ເອົາຜັກເພື່ອກິນອາທິດໜຶ່ງໃສ່ຕູ້ເຢັນໝົດ. ເຮັດແບບນີ້ອັນຕະລາຍທີ່ສຸດ. ເພາະວ່າໃນຜັກມີເກືອນີຕຼາດ, ເມື່ອສະສົມໄວ້ຢູ່ໃນຕູ້ເຢັນຫຼາຍມື້ມັນກໍອາດຈະກາຍເປັນທາດນີຕຼິດ, ວັດຖຸປະເພດນີ້ມີພິດ, ອາດຈະພາໃຫ້ຮ່າງກາຍຂາດອັອກຊີແຊນ.
ເມື່ອຮູ້ໂທດຂອງຕູ້ເຢັນແລ້ວ, ເຮົາກໍຕ້ອງຫາວິທີໃຊ້ຕູ້ເຢັນໃຫ້ຖືກຕ້ອງ, ເພື່ອຫຼີກເວັ້ນຜົນຮ້າຍ. ຕໍ່ໄປ, ພວກເຮົາຈະແນະນຳ4ວິທີ, ທີ່ສາມາດໃຫ້ຕູ້ເຢັນຮັກສາອາຫານໃຫ້ສົດໄດ້ເປັນຢ່າງດີ.
1, ທີ່ທີ່ສຸດແມ່ນໃຊ້ຕູ້ເຢັນທີ່ມີຫຼາຍສັບພະຄຸນ, ຄືມີຫຼາຍຖ້ານທີ່ມີອຸນຫະພູມຕ່າງກັນເພື່ອຮັກສາອາຫານທີ່ຕ່າງກັນ, ຜັກແລະໝາກໄມ້ຄວນວາງໄວ້ຢູ່ໃນລີ້ນຊັກຊັ້ນລຸ່ມຂອງຖ້ານແຊ່ເຢັນ, ເພາະວ່າເປັນບ່ອນເຢັນແລະຊຸ່ມດີ; ນ້ຳນົມ, ເບຍແລະນ້ຳໝາກໄມ້ຄວນວາງໄວ້ຢູ່ບ່ອນທີ່ມີອຸນຫະພູມລະຫວ່າງ2ຫາ6ອົງສາເຊ; ສ່ວນອາຫານປະເພດຊີ້ນແລະປາທີ່ຈະກິນໃນມື້ໜຶ່ງ2ມື້ນັ້ນຕ້ອງຮັກສາໄວ້ຢູ່ບ່ອນອຸນຫະພູມ0ອົງສາ; ຊີ້ນທີ່ຈະເຮັດກິນພາຍໃນຫຼາຍມື້ນັ້ນດີທີ່ສຸດວາງໄວ້ຢູ່ຖ້ານແຊ່ເຢັນລົບ7ອົງສາ, ເວລາເອົາອອກມາເຮັດກິນນັນຊີ້ນບໍ່ແຂງແລະຮັກສາທາດບຳລຸງໄວ້ໄດ້.
2, ໃຊ້ແຜ່ນຢາງຫໍ່ຜັກແລະໝາກໄມ້ທີ່ຈະເອົາເຂົ້າຕູ້ເຢັນ: ເມື່ອຊື້ຜັກມາແລ້ວ, ຕ້ອງເດັດໃບເຫຼືອງແລະໂຂະຂີ້ດິນຖິ້ມກ່ອນແລ້ວເອົາແຜ່ນຢາງຫຸ້ມຫໍ່, ແລ້ວຈິ່ງເອົາເຂົ້າຕູ້ເຢັນ. ເຮັດແນວນີ້ມີຜົນດີ4ຢ່າງ: ໜຶ່ງແມ່ນປ້ອງກັນບໍ່ໃຫ້ຂອງອື່ນເຊື່ອມພິດ, ສອງແມ່ນປ້ອງກັນທາດວິຕາມິນໃນຜັກແລະໝາກໄມ້ບໍ່ໃຫ້ເສື່ອມເສຍ, ສາມແມ່ນປ້ອງກັນບໍ່ໃຫ້ກິ່ນຫອມເຈືອຈານກັນ, ສີ່ແມ່ນປ້ອງກັນບໍ່ໃຫ້ຖືກອັອກຊີແຊນ, ເພື່ອຮັກສາຄວາມສົດຂອງຜັກແລະໝາກໄມ້.
3, ໃຊ້ເຫຼົ້າເກົ້າສິບເຮັດອະນາໄມຕູ້ເຢັນ: ໃຊ້ຜ້າສະອາດຈຸບເຫຼົ້າເກົ້າສິບເຊັດຕູ້ເຢັນເປັນປະຈຳ. ເຫຼົ້າເກົ້າສິບ75%ສາມາດດັບເຊື້ອຈຸລິນຊີປະເພດຕ່າງໆຢ່າງໄດ້ຜົນ, ເຊັດຮອຍເປື້ອນຕາມຝາຕູ້ເຢັນອອກໄດ້, ພ້ອມກັນນັ້ນ, ເຫຼົ້າເກົ້າສິບກໍລະເຫີຍງ່າຍ, ບໍ່ຄືຢາຂ້າເຊື້ອແນວອື່ນ, ເມື່ອເຊັດແລ້ວຍັງມີກິ່ນຂິວຢູ່.
4, ອາຫານທີ່ເອົາອອກຈາກຕູ້ເຢັນນັ້ນດີທີ່ສຸດແມ່ນຢ່າເອົາເຂົ້າໄປແຊ່ເຢັນອີກ: ໃນເວລາຈະເອົາຊີ້ນເອົາຜັກອອກຈາກຕູ້ເຢັນເພື່ອແຕ່ງກິນນັ້ນ, ຄວນຄິດກ່ອນວ່າຈະເອົາຫຍັງແລະເອົາຫຼາຍເທົ່າໃດ. ດີທີ່ສຸດຢ່າເອົາຂອງທີ່ກິນເຫຼືອນັ້ນເຂົ້າຕູ້ເຢັນຄືນອີກ, ແລະຍິ່ງບໍ່ຄວນເຮັດໄວ້ຫຼາຍໆບາດດຽວ, ແລ້ວເອົາເຂົ້າຕູ້ເຢັນໄວ້. ເຮັດແນວນີ້ຈະພາໃຫ້ອາຫານເສຍທາດບຳລຸງ, ແລະອາດຈະບູດເນົ່າ, ເປັນໄພຕໍ່ສຸຂະພາບ.
|
|
|