ທ່ານອ່າຍເອີຂຶ້ນແມ່ນດາລາໃໝ່ບົນເວທີດົນຕີສະໄໝນິຍົມຂອງຈີນ. ທ່ານເກີດຢູ່ໃນຄອບ ຄົວອາຈານເຜົ່າໄຫວອູ່ເອີທີ່ເມືອງຄາສຕົວເມືອງສຳຄັນຢູ່ຊາຍແດນພາກຕາເວັນຕົກຂອງ ຈີນ. ສະນັ້ນ, ທ່ານຈຶ່ງຊຳນານຮ້ອງເປັນພສາໄຫວອູ່ເອີຫຼາຍກວ່າ. ດັ່ງເພງທີ່ທ່ານຮ້ອງ ຕາມໃຈຄືທ່ານພວມຟັງຢູ່ນີ້.
ໃນຍາມຍັງນ້ອຍ, ທ່ານອ່າຍເອີຂຶ້ນກໍມີຄວາມສົນໃຈຢ່າງເຂັ້ນຂຸ້ນຕໍ່ດົນຕີ.
ໃນເວລາຂ້ອຍມີອາຍຸ8,9ປີນັ້ນ, ພໍ່ຂ້ອຍເປັນຄູສອນໃນໂຮງຮຽນ,ສຽງເສບຂອງເຄື່ອງເສບ ຢ່າງໜຶ່ງໃນໂຮງຮຽນໄດ້ດູດດຶງຄວາມສົນໃຈຂອງຂ້ອຍ, ເຖິງວ່າໃນຍາມນັ້ນ, ຂ້ອຍຍັງ ບໍ່ຮູ້ວ່າມັນແມ່ນກີຕາ, ຈາກນັ້ນມາ, ຂ້ອຍໄດ້ເລືອກເອົາດົນຕີ.
ສະນັ້ນ, ເມື່ອທ່ານອ່າຍເອີຂຶ້ນຮຽນຈົບຈາກມະຫາວິທະຍາໄລຊົນເຜົ່າສູນກາງທີ່ຕັ້ງຢູ່ປັກ ກິ່ງເມື່ອປີ1999, ທ່ານກໍໄດ້ກ້າວຂຶ້ນສູ່ເສັ້ນທາງເປັນນັກດົນຕີອາຊີບຢ່າງເດັດດ່ຽວ.
ປີ2002, ທ່ານອ່າຍເອີຂຶ້ນໄດ້ແຕ່ງເພງສາທາລະນະປະໂຫຍດທີ່ໃຫ້ຊື່ວ່າທະເລຊາຍສີ ຂຽວ, ເພງນີ້ໄດ້ນິຍົມກັນທີ່ສຸດໃນເວລາຈັດການເຄື່ອນໄຫວສາທາລະນະປະໂຫຍດເສັ້ນ ທາງສີຂຽວຢູ່ປັກກິ່ງໃນປີນັ້ນ.
ທ່ານອ່າຍເອີຂຶ້ນແມ່ນຊາວໜຸ່ມທີ່ໜ້າຕາເຈົ້າຊູ້ບໍ່ມັກເວົ້າຈາປານໃດ. ທ່ານເຄີຍຫຼິ້ນກີຕາ ດັ້ງເດີມ, ເຄີຍເສບດົນຕີລອກແອນໂລນ, ເຄີຍຮ້ອງເພງອັງກິດຈຳນວນໜຶ່ງທີ່ຄົນທັງຫຼາຍ ນິຍົມ, ທ່ານພວມຊອກຫາເອກະລັກຂອງຕົນເອງ, ຄືເອກະລັກດົນຕີຊົນເຜົ່າແບບໃໝ່.
ທີ່ທ່ານພວມຟັງຢູ່ນີ້ແມ່ນເພງອ້າວຕາມູ້ເຊິ່ງຂັບຮ້ອງໂດຍທ່ານອ່າຍເອີຂຶ້ນ. ທ່ານອ່າຍເອີ ຂຶ້ນເຄີຍນຳພາຄະນະເສບຂອງທ່ານເຂົ້າຮ່ວມພິທີມອບລາງວັນຂອງງານສິນລະປະເພງ ພຶ້ນເມືອງສາກົນນານນິງຈີນ. ເພງອ້າວຕາມູ້ທີ່ທ່ານແຕ່ງໄດ້ຮັບລາງວັນດັດແກ້ເພງພຶ້ນ ເມືອງທີ່ດີເລີດ.
ເນື້ອເພງຂຽນວ່າ: ມ່ານໝອກເຂັ້ມຂຸ້ນປົກຄຸມບ້ານເກີດ, ຂ້າຮ້ອງເພງບອກເລົ່າຄວາມເສົ້າ ໝອງໃນໃຈ, ຍ່າງໄກປານໃດບໍ່ເຫັນຄູ່ຮັກໃນຄວາມຝັນຂອງຂ້າ, ຄວາມຮັກຂອງຂ້າ, ບໍ່ ມີວັນສຸດສ້ຽງ, ຄູ່ຮັກໃນຄວາມຝັນຂອງຂ້າກໍຢູ່ທະເລຊາຍ.
ທ່ານອ່າຍເອີຂຶ້ນເວົ້າວ່າ, ຕາມຄວາມເຂົ້າໃຈຂອງທ່ານ, ດົນຕີແມ່ນຝັງຮາກຢູ່ບົນພຶ້ນ ຖານວັດທະນະທຳຊົນເຜົ່າທີ່ມີສີສັນທ້ອງຖິ່ນອັນເຂັ້ມຂຸ້ນ.
ເພງທີ່ທ່ານອ່າຍເອີຂຶ້ນແຕ່ງບໍ່ແມ່ນຮ້ອງຊ້ຳທຳນອງເພງດັ້ງເດີມແບບງ່າຍດາຍ, ຫາກ ແມ່ນມີການປະກິດສ້າງສິ່ງໃໝ່ຂຶ້ນບົນພຶ້ນຖານດົນຕີຊົນເຜົ່າ, ທ່ານໄດ້ເອົາວິທີດີດກີຕາ ຟຼາເມັນໂດແລະດົນຕີຕາເວັນອອກກາງປະສົມເຂົ້າໃນບົດດົນຕີຂອງຕົນ, ເຮັດໃຫ້ດົນຕີ ທ່ີທ່ານແຕ່ງເອງຕ່າງກັບດົນຕີຊິນຈ່ຽງທ່ີສືບກັນມາ.
ຄວາມຄິດຂອງຂ້າພະເຈົ້າແມ່ນຢາກແນະນຳເພງພຶ້ນເມືອງແລະດົນຕີດີ ເລີດຂອງຊົນ ເຜົ່າພວກເຮົາຕໍ່ຊາວກໂລກໃຫ້ຫຼາຍ.
ລີລາສະແດງເທິງເວທີຂອງທ່ານອ່າຍເອີຂຶ້ນມີຫຼາຍສີຫຼາຍສັນ, ທັງທັນສະໄໝ,ສ່ອງແສງ ໃຫ້ເຫັນຮູບໂສມໃໝ່ຂອງຊາວເຜົ່າໄຫວອູ່ເອີລຸ້ນໃໝ່, ມີບັນຍາກາດແຫ່ງຍຸກສະໄໝຢ່າງ ເຂັ້ມຂຸ້ນ. ໃນເວລາຮ້ອງເພງພາກສ່ວນທີ່ມ່ວນກວ່າໝູ່ສ່ວນຫຼາຍແມ່ນຕອນທີ່ທ່ານອ່າຍ ເອີຂຶ້ນຮ້ອງຕາມໃຈ, ໂດຍບໍ່ມີຮູບການແບບຕາຍຕົວ.
ເພງດວງວິຍານບ່ໍແມ່ນພາສາຈີນກາງ, ບໍ່ແມ່ນພາສາໄຫວອູ່ເອີ, ແລະກໍບໍ່ແມ່ນພາສາ ແອສປາຍ, ແມ່ນພາສາຂອງຂ້າພະເຈົ້າເອງ, ໃຜກໍຟັງບໍ່ເຂົ້າໃຈ. ມັນມາຈາກການປະດິດ ສ້າງຂອງຂ້າພະເຈົ້າໃນສະພາບທີ່ທຳມະຊາດທ່ີສຸດ, ຂ້າພະເຈົ້າຄິດວ່າມັນພຽງແຕ່ເປັນ ທຳນອງເພງຊື່ໆ, ຖ້າປະກອບເນຶ້ອເພງໃສ່, ຄວາມໝາຍຂອງມັນກໍ່ປ່ຽນໄປໝົດ. ເພງ ດວງວິນຍານອາດຈະແມ່ນເພງສາມາດສ່ອງແສງເອກະລັກທຳມະຊາດ, ປະດິດສ້າງ ຢ່າງກ້າຫານຂອງທ່ານອ່າຍເອີຂຶ້ນໄດ້ດີທີ່ສຸດ.
ທ່ານອ່າຍເອີຂຶ້ນເວົ້າວ່າ:
ດົນຕີໄດ້ນຳເອົາທຸກສິ່ງທຸກຢ່າງມາໃຫ້ຂ້າພະເຈົ້າ, ດົນຕີຂອງຂ້າພະເຈົ້າມາຈາກຊີວິດ, ມາຈາກປະສົບການທີ່ຕ່າງກັນໃນແຕ່ລະມື້. ດົນຕີທີ່ແຕ່ງໃນມື້ນີ້ອາດຈະບໍ່ຄືກັນກັບດົນ ຕີໃນມື້ອື່ນ, ດົນຕີຫຼາຍຢ່າງຍັງຕ້ອງສືບຕໍ່ຄົ້ນຄວ້າໃຫ້ສົມບູນຕໍ່ໄປ.
|