ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-22 10:05:42    
ກຳ​ມະ​ການ​ສະ​ພາ​ປຶກ​ສາ​ການ​ເມືອງ​ໃນ​ວົງ​ການ​ສິນ​ລະ​ປະ​ກຳ​ຕັ້ງ​ຫນ້າ​ທີ່​ເຂົ້າ​ຮ່ວມ​ການ​ເມືອງ​ແລະ​ປືກ​ສາ​ການ​ເມືອງ

cri Author: sayvanny

ກອງ​ປປະຊຸມ​ປະຈຳ​ປີ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຫາ​ກໍ່​ອັດ​ລົງ​ຢູ່​ປັກ​ກິ່ງ.​ໃນ​ຖານ​ເປັນ​ອົງການ​ຈັດຕັ້ງຂອງ​ການ​ຮ່ວມ​ມື​ຫລາຍ​ພັກ​ແລະ​ການ​ປຶກສາ​ການ​ເມືອງ​ຂອງ​ຈີນ, ​ໃນສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​​ຈີນ​ໄດ້​​ໂຮມ​ສູນ​ບຸກຄົນ​ຜູ່​ຍອດຢ້ຽມທີ່​ມາ​ຈາກ​ວົງ​ການ​ຕ່າງໆ​​ໃນ​ສັງຄົມ​ຈີນ.ທ່ານ​ອາດ​ຈະ​ຍັງ​ບໍ່​ຮູ້​ວ່າ, ​ໃນ​ບັນດາ​ກຳມະການ​ສະພາປຶກສາ​ການ​ເມືອງ​ແຫ່ງ​ຊາດ,ມີ​ເກືອບ 10% ​ແມ່ນ​ມາ​ຈາກ​ວົງ​ການ​ສິນລະປະວັດທະນະທຳ​.​ໃນ​ຫລາຍ​ສິບ​ປີ​ມາ​ນີ້, ກຳມະການ​ສະພາປຶກສາ​ການ​ເມືອງ​ທີ່​ມາ​ຈາກ​ວົງ​ການ​ສິນລະປະກຳ​ໄດ້​ຕັ້ງຫນ້າ​ເຂົ້າຮ່ວມ​ການ​ເມືອງ​ແລະ​ປຶກສາ​ການ​ເມືອງ, ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໃຫ້​ແກ່​ການ​ພັດທະນາ​ຂອງ​ປະ​ເທດຊາດ.ວຽກ​ທີ່ພວກ​ເຂົາ​ເຈົ້າສົນ​ໃຈນັ້ນ, ບໍ່​ສະ​ເພາະ​​ແມ່ນ​ຂົງ​ເຂດ​ວັດ​ນະ​ທະ​ທຳ,ຍັງກວມ​ເຖິງ​ບັນຫາ​ຈຸດ​ຮ້ອນ​ແລະ​ຈຸດ​ເດືອດ​ທັງ​ຫມົດ​ໃນ​ທຸກຂົງ​ເຂດ​.​

ໃນ​ການ​ປະຊຸມ​ຈຸຂອງ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງຈີນ​ປີນີ້,ທ່ານ​ນາງ​ໂລ​ທຽນ​ຊານ ນັກ​ຮ້ອງ​ທີ່​ມີ​ຊື່​ສຽງ​ຂອງ​ຈີນພວມປະ ກອບ​ຄຳ​ຄິດ​ຄຳ​ເຫັນ​ກ່ຽວ​ກັບ​ການກ​ກໍ່ສ້າງ​ໂຮງ​ລະຄອນ​ແຫ່ງ​ຊາດທີ່​ສັງຄົມ​ຈີນສົນ​ໃຈ​ໂດຍ​ທົ່ວ​ໄປ.

​ໂຮງ​ລະຄອນ​ແຫ່ງ​ຊາດ​ແມ່ນ​ສະຖານ​ທີ່​ສະ​ແດງລາຍການ​ວັດທະນະທຳ​ຂະຫນາດ​ໃຫຍ່,ຕັ້ງຢູ່​ທິດພາກ​ຕາ​ເວັນ​ຕົກສຽງ​ໃຕ້​ຂອງ​​ພະ​ລາຊະ​ວັງ​ກູ​ກົງ ໃຈກາງ​ນະຄອນຫລວງ​ປັກ​ກິ່ງ, ​ດຽວ​ນີ້ກຳລັງ​ກໍ່ສ້າງ​ຢູ່.​ໂຮງ​ລະຄອນ​ນີ້​ແມ່ນ​ສິ່ງ​ກໍ່ສ້າງ​ຮູບ​ມົ​ນຫນ່ວຍ​​ໄຂ່​ທີ່​ອອກ​ແບບ​ໂດຍ​ທ່ານ​ໂບຣ.​ແອນ​ເດີລູ ນັກ​ອອກ​ແບບ​ສິ່ງ​ກໍ່ສ້າງ​ທີ່​ມີ​ຊື່ສ​ຽງຂອງຝຼັ່ງ,ຍ້ອນ​​ເຂົາມີ​ຮູບ​ຕ່າງ​ກັນ​ກັບ​ສິ່ງ​ກໍ່ສ້າງ​ດັ້ງ​ເດີມ​ຂອງ​ຈີນ, ຕັ້ງ​ແຕ່​ເລີ່​ມກໍ່ສ້າງ​ເມື່ອ​ປີ 2001 ​ເປັນຕົ້ນມາ, ​ໃນ​ວົງ​ການ​ຕ່າງໆກໍ່​ມີ​ການ​ຖົກ​ຖຽງ​ກັນ​ໂດຍ​ຕະຫລອດ.​ແຕ່​ຄຽງ​ຄູ່​ກັບ​ວັນ​ເວລາ​ຜ່ານ​ພົ້ນໄປ, ​ໄທ​ປັກ​ກິ່ງ​ກໍ່​ຄ່ອຍໆ​ລຶ້ງ​ກັບ​ເຂົາ​ແລ້ວ. ​ບັນຫາ​ທີ່​ບັນດາ​ກຳມະການ​ສົນ​ໃຈ​ໃນ​ປະຈຸ​ບັນ,ຫນຶ່ງ​ແມ່ນ​​ກິດ​ການ​ການ​ດັ່ງກ່າວ​ດຳ​ເນີນ​ຊັກ​ຊ້າ​ທີ່​ທ່ານ​ນາງ​ໂລ​ທຽນ​ຊານ​ກ່າວ​ເຖິງ, ອີກ​ບັນຫາ​ຫນຶ່ງ​ແມ່ນ​ໂຮງ​ລະຄອນ​ແຫ່ງ​ຊາດ​ຈະ​ຫມູນ​ເດີນ​ແນວ​ໃດ​ພາຍຫລັງ​ສ້າງ​ສຳ​ເລັດ​ແລ້ວ.

ຈາກ​ເລື່ອງ​ນີ້,ພວກ​ເຮົາ​ສາມາດ​ເຫັນ​ໄດ້​ວ່າ, ກຳມະການ​ວົງ​ການ​ສິນລະ ປະກຳ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ໃນ​ອົງການ​ຈັດຕັ້ງປຶກສາ​ການ​ເມືອງ​ແນວ​ໃດ.ສະພາ​ປຶກສາ​ການ​ເມືອງ​ຖືກ​​ເອີ້ນ​ເປັນ​ສາງ​ທີ່​ປືກສາຂອງ​ຈີນ,ມີພາລະ​ບົດ ບາດ​ປຶກສາ​ການ​ເມືອງ, ຕິດຕາມ​ຢ່າງ​ມີ​ປະຊາທິປະ​ໄຕ, ​ເຂົ້າຮ່ວມ​ການ​ເມືອງ​ແລະ​ປຶກສາ​ການ​ເມືອງ.​ກໍ່​ເຊັນ​ດຽວ​ກັນ​ກັບ​ທ່ານ​ນາງ​ໂລ​ທຽນ​ຊານ, ບັນດາ​ກຳມະການ​ສະພາປຶກສາ​ການ​ເມືອງ​ທີ່​ມາ​ຮ່ວມ​ປະຊຸມ​ຢູ່​ປັກ​ກິ່ງ​ໄດ້​ນຳ​ເອົາ​ຄວາມ​ປາ​ຖະ​ຫນາ ຄວາມ​ຮຽກຮ້ອງ​ແລະ​ຂໍ້​ສະ​ເຫ​ນີຂອງ​ມວນ​ຊົນ​ໃນວົງ​ການ​ຕ່າງໆມາ​ປະກອບ​ຢູ່​ທີ່​ປະ​ຊຸມ,ສ່ວນ​ບັນຫາ​ທີ່​ພວກ​ເຂົາ​ເຈົ້າ​ສົນ​ໃຈ​ຫລາຍ​ກວ່າ​ຫມູ່​ນັ້ນູ,ແມ່ນ​ບັນຫາ​ຈຸດ​ຮ້ອນ​ໃນ​ວົງ​ການ​ສິນ​ລະ​ປະ​ວັດ​ທະ​ນະ​ທຳ​ທີ່​ພວກ​ເຂົ້າ​ເຈົ້າຮູ້ຈັກ​ດີ.​ໃນ​ນັ້ນ, ມີ​ທັງ​ເລື່ອງ​ຕົວ​ຈິງຄື ການກໍ່ສ້າງ​ໂຮງ​ລະຄອນ​ແຫ່ງ​ຊາດ, ກໍ່​ມີ​ບັນຫາ​​ມະຫາ​ພາກ,ຕົວຢ່າງ​ຄື: ຈະສ້າງ​ສະ​ພາບ​ແວດ​ລ້ອມ​ວັດ​ທະ​ນະ​ທຳ​ອັນ​ດີງາມ​ແນວ​ໃດ, ຈະ​ຊຸກ​ຍູ້​ການ​ພັດທະນາ​ອຸດສາຫະກຳ​ດ້ານ​ວັດ​ທະ​ນະ​ທຳ​ແນວ​ໃດ,ຈະ​​ເຮັດໃຫ້​ຕະຫລາດ​ດ້ານ​ວັດ​ທະ​ນະ​ທຳ​ຈີນ​ເຊື່ອມ​ຕໍ່​ກັບ​ສາກົນ​ແນວ​ໃດ​ແລະ​ອື່ນໆ.

ທ່ານ​ລີ​ເຢນ​ເຊິງ ນັກ​ແຕ້ມ​ຜູ່​ມີ​ຊື່ສ​ຽງຂອງ​ຈີນ ກຳມະການ​ສະພາ​ປຶກ​ສາ​ການ​ເມືອງ​​ເຄີຍ​ຮູ້ສຶກ​ຄຽດ​ແຄ້ນ​ທີ່​ສຸດຕໍ່ຜູ່​ອື່ນ​ປອມ​ແປງ​ຮູບ​ແຕ້​ມຂອງ​ຕົນ​ເອງ.​ແຕ່​ເມື່ອ​ສຳ​ຫລວດ​ຕະ​ຫລາດ​ສິນລະປະກຳ​ແລ້ວ,ທ່ານ​ຮູ້​ແລ້ວ​ວ່າ​ນີ້​ແມ່ນ​ບັນຫາ​ສັງຄົມ​ທີ່​ສັບ​ສົນ, ຕ້ອງ​ອີງ​ໃສ່​ກົດ​ຫມາຍ​ແລະ​ບູລະນະ​ລະບອບ​ໃຫ້​ຄົບ​ຖ້ວນ​ບໍລິ​ບູນ​ຈິ່ງ​ແກ້​ໄຂ​ໃຫ້​ຕົກ​ໄດ້.​ໃນ​ກອງ​ປະຊຸມ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ທີ່​ຈັດ​ຂຶ້ນ​​ໃນປີນີ້, ຍັດຕິ​ທີ່​ທ່ານ​ສະ​ເຫ​ນີ​ນັ້ນກໍ່​ແມ່ນ​ກ່ຽວ​ພັນ​ເຖິງ​ລະບຽບ​ຕະຫລາດ​ເຄື່ອງ​ສິນລະປະກຳ.ທ່ານ​ເວົ້າຕໍ່​ນັກ​ຂ່າວ​ວ່າ:

ຕະຫລາດ​​ເຄື່ອງ​ສິນ​ລະ​ປະ​ກຳ​ຄຶກ​ຄັກ​ຫລາຍ, ​ແຕ່​ກໍ່​ມີ​ເຄື່ອງ​ປອມ​ຢ່າງ​ຫລວງ​ຫລາຍ, ​ເຄື່ອງ​ປອມ​ບາງ​ຢ່າງ​​ໄດ້​ວາງ​ລາ​ຄາ​ຫລາຍ​ຮ້ານ​ຢວນ,ນີ້​ກໍ່​​ເປັນ​ການ​ຫລອກ​ຫລ່ວງ, ​ສະນັ້ນ, ຍັງ​ຕ້ອງ​ການ​ອີງ​ໃສ່​ລະບອບ​ກົດ​ຫມາຍ,ການ ສະ​ເຫ​ນີຍັດຕິ​ສະບັບ​ນີ້​ກໍ່​ແມ່ນ​ຫວັງຢາກ​ເຮັດ​ໃຫ້​ຕະຫລາດ​ເຄື່ອງ​ສິນລະປະ ກຳ​ເປັນ​ແບບ​ສະບັບ, ປົກ​ປັກ​ຮັກສາ​ລິ​ຂະ​ສິດ.

ທ່ານ​ກຳ​ມະ​ການ​ລີ​ຢຽນ​ເຊິ​ງ​ເຫັນ​ວ່າ, ກົດຫມາຍ​ວ່າ​ດ້ວຍ​ການ​ຂາຍ​ເລ​ທີ່​ຈີນ​ປະຕິບັດ​ໃນ​ປະຈຸ​ບັນ,ບໍ່​ມີ​ການ​ກຳ​ນົດ​ຢ່າງ​ຈະ​ແຈ້ງ​​ໃນ​ບັນຫາ​ບໍລິ​ສັດ​ຂາຍ​ເລ​ຮັບ​ປະ​ກັນ​ຄວາມ​ຈິງ​ຂອງ​ເຄື່ອງ​ສິນ​ລະ​ປະ​ກຳ,​ເພາະວ່ານີ້​ບໍ່ມີ​ຜົນ​ດີ​ຕໍ່​ຕະ ຫລາດ​ຂາຍ​ເລ​ຂອງ​ຈີນ​ປັດ​ເຂ່ຍ​ເຄື່ອງ​ປອມ​ແລະ​ຮັກ​ສາ​ເຄື່ອງ​ແທ້​ໄວ້, ສະນັ້ນ, ມີ​ຄວາມ​ຈຳ​ເປັນ​ປັບປຸງ​ກົດ​ຫມາຍ​ທີ່​ກ່ຽວຂ້ອງ​ໂດຍ​ໄວ.

​ໃນ​ຫລາຍ​ປີ​ມານ​ນີ້, ຍັດຕິ​​ເປັນ​ຈຳ​ນວນ​ຫລວງ​ຫລາຍ​ທີ່​ສະ​ເຫ​ນີ​ໂດຍ​ກຳມະການສະພາ​ປຶກສາ​ການ​ເມືອງ​ວົງ​ການ​ສິນ​ລະ​ປະ​ກຳ​ລ້ວນ​ແຕ່​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຈາກ​ພາກສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ລັດຖະບານ​ຈີນ.ບັນຫາ​ບໍ່​ຫນ້ອຍ​ທີ່​ເກີດ​ຂຶ້ນ​ໃນ​ການ​ພັດ​ທະ​ນາ​ວັດ​ທະ​ນະ​ທຳ​ແລະ​ສິນ​ລະ​ປະ​ກຳ​ໄດ້​ຮັບ​ການ​ແກ້​ໄຂ​ເທື່ອ​ລະ​ກ້າວ.​​ໃນ​ກອງ​ປະ​ຊຸມ​ສະ​ພາ​ປຶກສາ​ການ​ເມືອງ​ທົ່ວ​ປະ​ເທດ​ຈີນ​ທີ່​ໄຂ​ຂຶ້ນ​ໃນ​ເດືອນ​ມີນາ​ປີ 2001,ທ່ານ​ກຳ​ມະ​ການ​ຢີຢາງ ຜູ່​ກຳ​ກັບ​ການສະ​ແດງ​ຮູ​ບ​ເງົາ​ທີ່​ມີ​ຊື່​ສຽງ​ຂອງ​ຈີນ​ໄດ້​ຮຽກ​ຮ້ອງ​ວ່າ​ຕ້ອງ​ເອົາ​ໃຈ​ໃສ່​ນຳ​ການກ​ກໍ່ສ້າງ​ຫໍ​ພິ​ພິ​ຕະ​ພັນ​ຮູບ​ເງົາຈີນ, ​ໃນ​ກອງ​ປະຊຸມ​ປີນນີ້, ກຳມະການ​ວົງ​ການ​ຮູບ​ເງົາ​ຫລາຍ​ທ່ານ​ໄດ້​ຮ່ວມ​ກັນ​ສະ​ເຫ​ນີ​ຍັດຕິ​ກ່ຽວ​ກັບ​ການ​ສ້າງ​ຫໍ​​ພິ​ຕະ​ພັນ​ຮູບ​ເງົາ​ຂອງ​ຈີນ.ຫລັງ​ຈາກ​ນັ້ນຫນຶ່ງ​ປີ, ລັດຖະບານ​ຈີນ​ໄດ້​ອະນຸມັດ​ຢ່າງ​ເປັນ​ທາງ​ການ​ໃຫ້​ສ້າງ​ຫໍ​ພິ​ພິ ຕະພັນ​ຮູບ​ເງົາ​ລະດັບ​ຊາດ,​ແລະ​ໄດ້​ສຳ​ເລັດ​ການເລືອກ​ສະຖານ​ທີ່​.ທ້າຍ​ປີ 2002,ກໍ່​ເລີ່​ມສ້າງ​ຫໍ​ພິ​ພິ​ຕະ​ພັນ, ​ເມື່ອ​ຮອດ​ທ້າຍ​ປີ​ກາຍ​ນີ້,​ເຊິ່ງ​ເນື່ອງ​ໃນ​ວັນ​ລະ​ລຶກຮູບ​ເງົາ​ຈີນ​ກຳ​ເນີ​ດຂຶ້ນ​ຄົບຮອບ 100ປີ,ຫໍ​ພິ​ພິ​ຕະ​ພັນ​ຮູບ​ເງົາ​ຈີນ​​ໄດ້​ເປີດ​ບໍລິການ​ແລ້ວ.

​ເມື່ອ​ກ່າວ​ເຖິງ​ບັນຫາ​ກຳມະການ​ສະພາ​ປຶກສາ​ການ​ເມືອງວົງ​ການ​ສິນ ລະປະກຳ​ເຂົ້າຮ່ວມ​ການ​ເມືອງ​ແລະ​ປຶກສາ​ການ​ເມືອງ, ທ່ານ​ຈ່ຽງຄຸນ ນັກສະ​ແດງສີປາກ​ດຶກ​ໃນ ຜູ່​ຊື່ດັງ​​ໄດ້​ເປັນ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​ແຫ່ງ​ຊາດ​ສາມ​ສະ​ໄຫມ​ລຽນຕິດ​​ແລ້ວ​, ທ່ານ​ເຫັນ​ວ່າ, ກຳ​ມະ​ການ​ວົງ​ການ​ສິນ​ລະ​ປະ​ກຳ​ມີ​ມູນ​ເຊື້ອ​ທີ່​ຕັ້ງຫນ້າ​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ໂດຍ​ຕະ​ຫລອດ. ທ່ານ​ເວົ້າ​ວ່າ:

ເວົ້າ​ສຳ​ລັບ​ກຳ​ມະ​ການ​ວົງ​ການ​ສິນ​ລະ​ປະ​ກຳ​ແລ້ວ, ການ​ເຂົ້າ​ຮ່ວມ​ການ​ເມືອງ​ແລະ​ປຶກ​ສາ​ການ​ເມືອງ​ມີ​ມູນ​ເຊື້ອ​ໂດຍ​ຕະ​ຫລອດ, ລວມ​ທັງ​ທ່ານອາ ຈານ​ມາ​ຈີ້,ທ່ານ​ແມ່ນ​ກຳມະການ​ຜູ່​ອາ​ວູ​ໂສ​ແລ້ວ,ທ່ານ​ອາ​ຈານ​ໂຫປາວ​ລິນທີ່​ເຖິງ​ແກ່​ກຳ​ໄປ​ນັ້ນ, ກໍ່​ລ້ວນ​ແຕ່​ຕາງຫນ້າ​ວົງ​ການ​ສີປາກ​ດຶກ​ໃນ​ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ຕ່າງໆ​ຂອງ​ສະ​ພາ​ປຶກ​ສາ​ການ​ເມືອງ​ແຫ່ງ​ຊາດ,​ໄດ້​ປະກອບ​ຄຳ​ຄິດ​ຄຳ​ເຫັນ​ຢ່າງ​ຫລວງ​ຫລາຍ​ເພື່ອ​ລາຍ​ການ​ສີປາກ​ດຶກ​ໃນ​ຈະ​ເລີ​ນຮຸ່ງ​ເຮືອງ.

ລາຍ​ການ​ຊຽງ​ເຊີນ​ແມ່ນ​ຮູບ​ການ​ດັ້ງ​ເດີມ​ສີ​ປາກ​ດຶກ​ໃນ​ຂອງ​ຈີນ,ນັກ​ສະ​ແດງ​ສີປາກ​ດຶກ​ໃນ​ເຮັດ​ໃຫ້​ຜູ່​ຊົມ​ຫົວ​ຮະໆ​ໂດຍ​ຜ່ານ​ການ​ເວົ້າ​ແລະ​ຂັບ​ຮ້ອງ,​ໄດ້​ຮັບ​ຄວາມ​ນິຍົມ​ຊົມ​ຊອບ​ຈາກ​ມວນ​ຊົນ​ຈີນ​​ໃນ​ເວລາ​ຍາວ​ນານ​ມາ​ນີ້.ທ່ານ​ອາ​ຈານ​ໂຫ​ປາວ​ລິນ​ແລະ​ທ່ານ​ອາ​ຈານ​ມາ​ຈີ້​ທີ່​ທ່ານ​ຈ່ຽງຄຸນ​ກ່າວຢູ່​ຂ້າງ​ເທິງ​ນີ້​ລ້ວ​ນ​ແຕ່​ແມ່ນ​ນັກສະ​ແດງ​ທີ່​ມີ​ຊື່ສ​ຽງ​ໃນ​ປະ​ຫວັດ​ລາຍ​ການ​ສີ​ປາກ​ດຶກ​ໃນ​ຂອງ​ຈີນ.ທ່ານ​ໂຫປາວ​ລິນ​ທີ່​ເຖິງ​ແກ່​ກຳ​ໄປ​ນັ້ນຍິ່ງ​ແມ່ນມະຫາ​ອານ​ຈານ​ຜູ່​ຫນຶ່ງ​ໃນ​ປະ​ຫວັດ​ລາຍ​ການ​ສີ​ປາກ​ດຶກ​ໃນ​ຂອງ​ຈີນ, ທ່ານ​ດັດ​ແປງ​ລາຍ​ການ​ສີປາກ​ດຶກ​ໃນ​ໃຫ້​ປອດ​ໃສ​ນັ້ນ​ໄດ້​ຮັບ​ຄວາມ​ຮັບ​ຮອງ​ຈາກ​ສັງຄົມ​ຢ່າງ​ກວ້າງ​ຂວາງ,ທ່ານ​ເຄີຍ​ເປັນ​ກຳມະການ​ສະພາ​ປຶກສາ​ການ​ເມືອງ​​ແຫ່ງ​ຊາດ​ແລະ​ຜູ່​ແທນ​ສະພາ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ຫລາຍ​ຊຸດ.​ໃນ​ເວລາ​ທ່ານ​ເປັນ​ກຳ​ມະ​ການ​ສະພາ​ປຶກ ສາ​ການ​ເມືອງ,ທ່ານ​ກໍ່​ໄດ້​​ໃຫ້​ຂໍ້​ສະ​ເຫ​ນີ​ແລະ​ຄວາມ​ເຫັນ​ຫລວງ​ຫລາຍ​ກ່ຽວ​ກັບ​ການ​ສືບ​ທອດ​ແລະ​ພັດທະນາ​ສີປາກ​ດຶກ​ໃນ​ດັ້ງ​ເດີມ​ຂອງ​ຈີນ,ນີ້​ໄດ້​ເສີ​ມ ຂະ​ຫຍາຍ​ບົດ​ບາດ​ສຳ​ຄັນ​ຕໍ່​ການ​ພັດ​ທະ​ນາ​ລາຍການ​ຊຽງ​ເຊີນ ​ເຊິ່ງ​ເປັນ​ສິນ ລະປະກຳ​ດັ້ງ​ເດີມ​ຂອງ​ຈີນ.