ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-22 11:33:13    
ນາງສູ​ຢູ​ຮວາ​ຊິງ​ເຂົ້າ​ຮອບ​ຊະ​ນະ​ເລີດ​ຂອງ​ການ​ແຂ່ງ​ຂັນ​ໝາກ​ເສິກ​ສາ​ກົນ​ເພດ​ຍິງ​ຊິງ​ລາງ​ວັນ​ໂລກ

cri
ຕາມ​ຂ່າວCRI,ການ​ແຂ່ງຂັນ​ຮອບ​ ​ສອງ​ຮອບ​ຮອງ​ຊະນະ​ເລີດ​ໃນ​ການ​ແຂ່ງຂັນ​​ໝາກ​​ເສິກສາກົນ​ເພດ​ຍິງ​ປີ2006​ທີ່​ຈັດ​ຂຶ້ນ​ຢູ່​​ເມືອງເອ​ຄາ​ເທລິນ​ເບີກ​ແຫ່ງຣັດ​ເຊຍ​ໄດ້​ສິ້ນ​ສຸດ​ລົງ​ແລ້ວ​ໃນ​ວັນ​ທີ21​ມີນາ​ເວລາ​ທ້ອງ​ຖິ່ນ.ນາງ​ສູ​ຢູຮວາ ນັກ​ກິລາ​ຈີນ​​ໄດ້ເອົາ​ຊະນະ​ນາງ​ມັດວິ​ເອວາ ນັກ​ຫຼິ້ນ​ໝາກ​ເສິກ​ຝ່າຍຣັດ​ເຊຍດ້ວຍ​ຜົນງານ​ຊະນະ​ຮອບ​ໜຶ່ງ,ສະ​ເໝີ​ກັນ​ຮອບ​ໜຶ່ງ​,ແລ້ວ​ເຂົ້າ​ສູ່​ຮອບ​ຊິງ​ຊະນະ​ເລີດ.

ໃນ​ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ,ນາງ​ສູ​ຢູຮວາ​ຈະ​ສູ້​ກັບ​ນາງ​ກາ​ເລຍ​​ໂມ​ວາ ຝ່າຍຣັດ​ເຊຍ,ຜູ່​ຊະນະ​ຈະ​ໄດ້​ເປັນ​ລາ​ຊີ​ນີໝາກ​ເສິກຜູ່​ໃໝ່​ຂອງວົງ​ການ​ໝາກ​​ເສິກ​ສາກົນ.ການ​ແຂ່ງຂັນ​ຮອບ​ຊິງ​ຊະນະ​ເລີດ​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ23​ມີນາ​ເວລາ​ທ້ອງ​ຖິ່ນ,ຜູ່​ໃດ​ໄດ້​2,5ຄະ​ແນນ​ກ່ອນ​,ຈະ​​ໄດ້​ເປັນຜູ່​ຊະນະ​ເລີດ.