ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-22 14:00:28    
ອາ​ເມ​ລິ​ກາ​ອັງ​ກິດ​ແກ້​ຕົວ​ຕາງ​ນະ​ໂຍ​ບາຍ​ຕໍ່​ອີ​ຣັກ​ຂອງ​ພວກ​ເຂົາ​ອີກ​ເທື່ອ​ໜຶ່ງ

cri Author: shuo
ຕາມ​ຂ່າວCRI:​ເພື່ອຍາດ​​​ແຍ່ງເອົາ​ການ​ສະໜັບສະໜູນ​ຂອງ​ປະຊາຊົນ​ພາຍ​ໃນ​ປະ​ເທດ​ໃນ​ບັນຫາ​ອີຣັກ,ວັນ​ທີ21​ມີນາ,​ໃນ​ງານ​ຖະ​ແຫຼງຂ່າວ​ທີ່​ຈັດ​ຂຶ້ນຢູ່​ທີ່​ທຳນຽບຂາວ,ທ່ານ​ບຸສ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ​ໄດ້​ແກ້​ຕົວຕາງນະ​ໂຍບາຍ​ຕໍ່ອີຣັກຂອງ​ເຂົາອີກ​ເທື່ອ​ໜຶ່ງ.ທ່ານ​ບຸ​ສ​ເວົ້າ​ວ່າ,​ທ່ານ​ຕົກ​ລົງ​ກໍ່​ສົງຄາມ​ອີຣັກ,​ແມ່ນ​ເພື່ອ​ປົກ​ປ້ອງ​ປະຊາຊົນ​ອາ​ເມ​ລິ​ກາ.ທ່ານ​ຍັງ​ໄດ້​ກ່າວ​ຕີ​ໂຕ້​ຄວາມ​ເວົ້າ​ທີ່​ວ່າ​ອີຣັກ​ໄດ້​ຕົກ​ຢູ່​ໃນ​ເສິກ​ການ​ເມືອງ.

ສ່ວນ​ບັນຫາກອງ​ທະຫານ​ອາ​ເມ​ລິ​ກາ​ຈະ​ຖອນ​ອອກ​ຈາກ​ອີຣັກ​ໃນ​ເວລາ​ໃດນັ້ນ,ທ່ານ​ບຸ​ສ​ເວົ້າ​ວ່າ,​ໃນ3​ປີ​ຕໍ່​ໄປ,​ກອງ​ທະ​ຫານ​ອາ​ເມ​ລິ​ກາ​ປະ​ຈຳ​ອີ​ຣັກ​ຍັງ​ອາດ​ຈະຕ້​ອງ​ປະ​ຈຳ​ຢູ່​ອີຣັກ​ຄື​ເກົ່າ,​ຖອນ​ທະ​ຫານ​​ໃນ​ເວລາ​ໃດ​ຕ້ອງ​ໃຫ້​ປະ​ທາ​ນາ​ທິບໍດີ​ອາ​ເມ​ລິ​ກາ​ຊຸດ​ໜ້າ​ແລະ​ລັດ​ຖະ​ບານ​ອີຣັກ​ເປັນ​ຜູ້​ຕົກ​ລົງ.

ພ້ອມ​ກັນ​ນີ້,​ໃນ​​ເວລາ​ທ່ານ​ໂທ​ນີ ​ແບຼນາຍົກລັດຖະມົນຕີອັງກິດກ່າວ​ປາ​ຖະ​ກະ​ຖາ​ບັນ​ລະ​ຍາຍ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ທ່ານ​ໃນ​ວັນ​ທີ21​ມີນາ,​ທ່ານ​ກໍ​ໄດ້​ແກ້​ຕົວ​ຕາງ​ນະ​ໂຍ​ບາຍ​ຕໍ່​ອີ​ຣັກ​ຂອງ​ທ່ານ.​ທ່ານ​ແບຼ​ເວົ້າ​ວ່າ,​ອັງ​ກິດ​ສົ່ງ​ທະຫານ​ໄປ​ອີ​ຣັກ,​ແມ່ນ​ເພື່ອ​ຄວາມ​ປອດ​ໄພ​​ຂອງຊາດໃນ​ອະນາ​ຄົດ.