ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-22 14:16:07    
ຮອງ​ຜູ່​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ເຫັນ​ວ່າ​ການ​ພົວ​ພັນ​ການ​ຄ້າ​ຈີນ​ອາ​ເມ​ລິ​ກາ​ເຮັດ​ໃຫ້​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍດ​ນຳ​ກັນ

cri
ຕາມ​ຂ່າວສານ​ຊິນ​ຮວາ,​ໃນ​ເວລາ​ກ່າວ​ຄຳ​ປາ​ໄສ​ຢູ່​ຊຽງ​ໄຮ້​ໃນ​ວັນ​ທີ21​ມີນາ,ທ່ານ​ຄາ​ລານ​ບາ​​ເຕຍ ຮອງ​ຜູ່​ແທນ​ການ​ຄ້າ​ອາ​ເມ​ລິ​ກາ​ກ່າວ​ວ່າ,ການ​ພົວພັນ​ເສດຖະກິດ​ການ​ຄ້າ​ຈີນ​ອ​າ​ເມ​ລິ​ກາ​ແມ່ນ​ການ​ພົວພັນ​ການ​ຄ້າ​ສອງຝ່າຍທີ່​ສຳຄັນ​ກວ່າໝູ່​ໃນ​ໂລກ​ປະຈຸ​ບັນ, ການ​ຄ້າ​ແລະ​ການ​ລົງທຶນ​ລະຫວ່າງ​ສອງ​ປະ​ເທດ​ເຮັດ​ໃຫ້​ສອງ​ຝ່າຍ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດນຳ​ກັນ.

ປີ2005,ມູນ​ຄ່າ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ໄດ້​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ປີ1981 50​ເທົ່າ,ຈີນ​ໄດ້​ກາຍ​ເປັນ​ປະ​ເທດ​ຂາ​ອອກ​ໃຫຍ່​ທີ4​ແລະຂາ​ເຂົ້າ​ໃຫຍ່ທີ​ສອງ​ຂອງ​ອາ​ເມ​ລິ​ກາ,ອາ​ເມ​ລິ​ກາ​ລົງ​ທຶນ​ຢູ່​ຈີນໂດຍ​ກົງ ​ໄດ້​ບັນ​ລຸ​ເຖິງ15​ຕື້400​ລ້ານ​ໂດ​ລາ.ທ່ານ​ບາ​​ເຕຍກ່າວ​ວ່າ,ຜູ່​ບໍລິ​ໂພ​ກຂອງ​ອາ​ເມ​ລິ​ກາຈະ​ໄດ້​ຊື້​ສິນຄ້າ​ຈີນ​ທຸກ​ປະ​ເພດທີ່​ຄຸນ​ນະພາ​ບດີ​ລາຄາ​ຖືກ,​ບໍ​ລິ​ສັດ​ອາ​ເມ​ລິ​ກາ​ສ້າງ​ຖານ​ຜະ​ລິດ​ສິນ​ຄ້າ​ຢູ່​ຈີນ,​ໄດ້​ເພີ່ມ​ທະ​ວີ​ກຳ​ລັງ​ແກ່ງ​ແຍ່ງ​ຂອງ​ເຂົາ​ຢູ່​ໃນ​ໂລກ.​ສ່ວນ​​ຝ່າຍ​ຈີນ​ເຂົ້າ​ສູ່​ຕະ​ຫຼາດ​ອາ​ເມ​ລິ​ກາ​ພັດ​ໄດ້​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ຂອງ​ຕົນ​ພັດ​ທະ​ນາ.

ເມື່ອ​ກ່າວ​ເຖິງ​ບັນຫາ​ຂັດ​ສີ​ກັນດ້ານ​ການ​ຄ້າ​ຈີນ​ອາ​ເມ​ລິ​ການັ້ນ,​ເຈົ້າ​ໜ້າ​ທີ່​ທີ່​ຮັບ​ຜິດ​ຊອບ​ນະ​ໂຍບາຍ​ການ​ຄ້າ​ຕໍ່​ຈີນ​ຂອງ​ອາ​ເມ​ລິ​ກາ​ຜູ່​ນີ້​ເຫັນ​ວ່າ,ທະ​ແນມ​ແຕ່​ສອງ​ຝ່າຍ​ສະ​ແຫວ​ງຫາ​ແຜນການ​ແກ້​ໄຂ​ໃຕ້​ກົນ​ໄກ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ແລ້ວ,​ລະ​ຫວ່າງ​ສອງ​ປະ​ເທດ​ກໍ​ບໍ່​ອາດ​ຈະ​ເກີດ​ສົງ​ຄາມ​ການ​ຄ້າ.​ທ່ານ​ຍັງ​ກ່າວ​ວ່າ,ອາ​ເມ​ລິ​ກາ​ຈະ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຢູ່​ພາກ​ພື້ນ​ອາຊີ,​ປັບ​ປຸງ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ອາ​ເມ​ລິ​ກາ​ໃຫ້​ລົງ​ສູ່​ລວງ​​ເລິກ​ຕື່ມ​ອີກ.