ຕາມຂ່າວສານຊີນຮວາ: ວັນທີ 21 ມີນາ, ທ່ານຫູຈີນທາວ ເລຂາທິການໃຫຍ່ສູນກາງພັກກອມມູນິດຈີນໄດ້ຝາກໂທລະເລກໄປຍັງທ່ານຈູມມະລີ ໄຊຍະສອນ, ຊົມເຊີຍທ່ານທີ່ໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ. ໃນໂທລະເລກຊົມເຊີຍ, ທ່ານຫູຈີນທາວກ່າວວ່າ, ຂ້າພະເຈົ້າປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຊາບວ່າ, ທ່ານໄດ້ຮັບເລືອກຕັ້ງເປັນເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດລາວ, ຂ້າພະເຈົ້າຂໍຕາງໜ້າຄະນະກຳມະການສູນກາງພັກກອມມູນິດຈີນ ແລະໃນນາມສ່ວນຕົວຂ້າພະເຈົ້າເອງ, ສະແດງຄວາມຊົມເຊີຍຢ່າງສຸດອົກສຸດໃຈມາຍັງທ່ານ. ໂທລະເລກຂຽນວ່າ, ພວກຂ້າພະເຈົ້າຮູ້ສຶກປິຕິຊົມຊື່ນທີ່ໄດ້ເຫັນວ່າ, ແຕ່ກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ 7 ເປັນຕົ້ນມາ, ພາລະກິດສ້າງສາສັງຄົມນິຍົມຂອງສປປລາວໄດ້ກ້າວໄປໜ້າດ້ວຍບາດກ້າວອັນໜັກແໜ້ນສົມບູນ, ສັງຄົມການເມືອງມີສະຖຽນລະພາບ, ເສດຖະກິດພັດທະນາຢ່າງສືບເນື່ອງວ່ອງໄວ, ຖານະສາກົນໄດ້ຍົກສູງຂຶ້ນຢ່າງເດັ່ນຊັດ. ຂ້າພະເຈົ້າເຊື່ອໝັ້ນວ່າ, ພາຍໃຕ້ການນຳພາຢ່າງເຂັ້ມແຂງຂອງພັກປະຊາຊົນປະຕິວັດລາວ, ໃຕ້ການຊີ້ນຳອັນຖືກຕ້ອງຂອງທິດທາງກອງປະຊຸມໃຫຍ່ຂອງພັກປະຊາຊົນປະຕິວັດລາວຄັ້ງທີ 8, ແນວໃດປະຊາຊົນລາວກໍຍ່ອມຈະໄດ້ຮັບຜົນສຳເລັດໃໝ່ໃຫຍ່ຫຼວງກວ່າເກົ່າໃນພາລະກິດສ້າງສາສັງຄົມນິຍົມແລະການປ່ຽນແປງໃໝ່ແນ່ນອນ. ການພົວພັນຮ່ວມມືຮອບດ້ານຂອງສອງພັກສອງລັດຈີນລາວຍ່ອມຈະໄດ້ຮັບການປັບປຸງແລະຂະຫຍາຍຕົວຢ່າງບໍ່ຢຸດຢັ້ງ.
|