ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-22 15:38:11    
ທ່ານ​ເຈຍ​ຊີ້ງ​ລີງ​ເຈ​ລະ​ຈາ​ກັບ​ທ່ານ​ຟານ​ວັນ​ຄາຍ

cri
ຕາມ​ຂ່າວCRI,​ວັນ​ທີ21​ມີນາ​ຢູ່​ທີ່​ຮາ​ໂນຍ,​ທ່ານ​ເຈຍ​ຊິ້ງ​ລິງ ກຳມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ປະ​ທານ​ສະພາ​ປຶກສາ​ການ​ເມືອງປະ​ຊາຊົນ​ແຫ່ງ​ຊາດ​ຈີນ​ທີ່​ພວມ​ຢ້ຽມ​ຢາມ​ຫວຽດ​ນາມ​ໄດ້​ເຈລະຈາ​ກັບ​ທ່ານ​ຟານ​ວັນ​ຄາຍ ກຳມະ​ການ​ກົມ​ການ​​ເມືອງ​ສູນ​ກາງ​ພັກ​ກອມ​ມູ​ນິດ​ຫວຽດ​ນາມ ນາຍົກ​ລັດຖະ​ມົນຕີ​ຫວຽດ​ນາມ.

ໃນ​ການ​ເຈລະ​ຈາ,​ທ່ານ​ຟານ​ວັນ​ຄາຍ​ເວົ້າ​ວ່າ,​ໃນ​ສະ​ເພາະ​ໜ້າ​ນີ້,​ການ​ພົວພັນ​ລະ​ຫວ່າງ​ຫວຽດ​ນາມ​ກັນຈີນ​ຂະຫຍາຍ​ຕົວ​ເປັນ​ຢ່າງ​ດີ,​ຫວຽດ​ນາມ​ຍິນ​ດີ​ຖອດ​ຖອນ​ບົດ​ຮຽນ​ອັນ​ສຳ​ເລັດ​ຜົນ​ຂອງ​ຈີນ​ໃນ​ການ​ຊຸກຍູ້​ການ​ປະຕິ​ຮູບ​ແລະ​ໄຂ​ປະຕູ​ສູ່​ພາຍ​ນອກ​ແລະ​ຊຸກຍູ້​ການ​ພັດທະ​ນາ.​ຝ່າຍ​ຫວຽດ​ນາມ​ຍິນ​ດີ​ເພີ່ມ​ທະວີ​ການ​ຮ່ວມ​ມື​ເສດຖະ​ກິດ​ການ​ຄ້າ​ກັບຝ່າຍ​ຈີນ,​ຊົມ​ເຊີຍ​ວິ​ສາ​ຫະກິດ​ຈີນ​ມາ​ລົງທຶນ​ສ້າງ​ທຸລະ​ກິດ​ຢູ່​ຫວຽດ​ນາມ,​ແລະ​ຈະ​ອຳນວຍ​ຄວາມ​ສະ​ດວກ​ຫຼາຍ​ກວ່າ​ເກົ່າ​ໃຫ້​ແກ່​ພວກ​ເຂົາ​ເຈົ້າ.

ທ່ານ​ເຈຍ​ຊິ້ງລີງ​ກ່າວ​ວ່າ,​ຈີນ​ຫວຽດ​ນາມ​ລ້ວນ​ແຕ່​ຢູ່​ໃນ​ໄລຍະ​ເສດ​ຖະກິດ​ພັດທະ​ນາ​ຢ່າງ​ວ່ອງ​ໄວ.ການ​ຮ່ວມມື​ເສດ​ຖະກິດ​ລະຫວ່າງ​ຈີນກັບ​ຫວຽດ​ນາມ​ມີ​ກຳ ລັງ​ບົ່ມ​ຊ້ອນ​ຢ່າງ​ຫຼວງ​ຫຼາຍ.​ຝ່າຍ​ຈີນ​ຍິນ​ດີ​ສືບ​ຕໍ່​ປະຕິ​ບັດ​ຕາມ​ຫຼັກ​ການ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ,​ລົງ​ເລິກ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ການ​ຄ້າ​ກັບ​ຝ່າຍ​ຫວຽດ​ນາມ.