ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-22 18:59:52    
ສະຫະ​ພາບ​ເອີ​ລົບບໍ່​ໄດ້​ປ່ຽນ​ແປງ​ຫຼັກ​ໝັ້ນ​ທີ່​ສະໜັບ​ສະ​ໜູນ​ອົງ​ການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສ​ຕີນ

cri Author: cai
ຕາມ​ຂ່າວສານ​ຊີ​ນຮວາ:ວັນ​ທີ 21 ມີນາ,ຢູ່​ກາ​ຊາບຼັງກາ,ທ່ານ​ນາງ​​ເຟ​ເລ​ໂລ ວາດ​ເນີ ກຳມາ​ທິການ​ສະ​ຫະ​ພາບ​ເອີ​ລົບ​ທີ່​ຮັບຜິດ​ຊອບ​ການ​ພົວພັນ​ກັບ​ຕ່າງປະ​ເທດ​ແລະ​ນະ​ໂຍບາຍ​ໄມຕີ​ຈິດ​ຕໍ່ປະ​ເທດ​ໃກ້ຄຽງ​ຂອງ​ເອີ​ລົບ​ເວົ້າ​ວ່າ,ພາຍ​ຫຼັງ​ອົງການ​ຮາ​ມັດສ໌ຂອງ​ປາ​ເລັສຕີນປະກາດ​ປະກອບລັດຖະບານ​ຊຸດ​ໃໝ່​ແລ້ວ,ສະຫະພາບ​ເອີ​ລົບບໍ່​ໄດ້​ປ່ຽນ​ແປງ​ຫຼັກ​ໝັ້ນ​ທີ່​ສະໜັບສະໜູນ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນນັ້ນຢ່າງ​ໃຫຍ່.

ທ່ານ​ນາງວາດ​ເນີພວມຢ້ຽມຢາມ​ເຮັດ​ວຽກຢູ່ມາ​ລົກ,ນາງກ່າວ​ເນັ້ນ​ວ່າ,ອົງການ​ຮາ​ມັດສ໌ຕ້ອງ​ຮັບຮອງ​ອິສຣາ​ແອນ ປະລະ​ກຳລັງ​ຮຸນ​ແຮງ​ແລະ​ປະຕິບັດຕາມ​ສັນຍາ​ທຸກ​ສະບັບ​ທີ່​ໄດ້​ເຊັນ​ກັນ​ໃນ​ເມື່ອ​ກ່ອນ.

ທ່ານ​ນາງ​ວາດ​ເນີ​ຍັງ​ກ່າວ​ວ່າ,ສະຫະພາບ​ເອີ​ລົບ​ພວມ​ລໍຖ້າ​ຜົນ​ການ​​ເຈລະຈາ​ລະຫວ່າງ​ທ່ານ​ອັບ​ບາສ ປະທານ​ອົງການ​ອຳນາດ​ແຫ່ງ​ຊາດ​ປາ​ເລັສຕີນ​ກັບ​ລັດຖະບານ​ອົງການ​ຮາ​ມັດສ໌ທີ່​ຈະ​ຈັດ​ຂຶ້ນ​ໃນ​ໄວໆ​ນີ້,​ເພື່ອ​ຕົກລົງວ່າ​ຈະ​ໃຫ້​ການ​ຊ່ອຍ​ເຫຼືອ​ແກ່ລັດຖະບານຊຸດ​ໃໝ່ຂອງປາ​ເລັສຕີນຫຼື​ບໍ່​ແລະຊ່ອຍ​ເຫຼືອ​ຫຼາຍ​ປານ​ໃດ.