ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-22 21:32:00    
ຂົວ​ອາ​ກາດ​060321(ສຽງ)

cri

ທ່ານ​ຜູ້​ຟັງ​ທີ່​ໂຄລົບ,ຊົມ​ເຊີຍ​ທ່ານ​ຮັບ​ຟັງ​ລາຍການ"ຂົວ​ອາກາດ".ກ່ອນ​ນີ້​ບໍ່​ດົນ,ພວກ​ເຮົາ​ໄດ້​ຮັບ​ຈົດ​ໝາຍ​ກ້ອນໜຶ່ງ​ຂອງ​ທ່ານ​ທອງ​ຈັນ.​​ໄຊ​ຍະ​ວົງ ຮອງ​ຫົວໜ້າ​ຫ້ອງການ​ຖະ​ແຫຼ​ງຂ່າວ​ແລະ​ວັດທະນະທຳ​ ​ເມືອງ​ນາ​ໝໍ້ ​ແຂວງ​ອຸດົມ​ໄຊ,​ໃນ​ຈົດໝາຍ,ທ່ານກ່າວ​ວ່າ,​ທ່ານ​ຫວັງ​ຢາກຊອກ​ຮູ້ກ່ຽວ​ກັບປະ​ເທດ​ຈີນ​ໃຫ້ຫຼາຍ​ຕື່ມ​ອີກ,​ແລະ​ໄດ້ຕັ້ງ​ຫຼາຍ​ຄຳ​ຖາມທີ່ທ່ານ​ສົນ​ໃຈ​,ກ່ຽວ​ກັບ​ຄຳ​ຖາມ​ເຫຼົ່າ​ນີ້,ພວກ​ເຮົາ​ຈະ​ຕອບ​ ໃນລາຍ​ການ"ເພື່ອນມິດຜູ້ຟັງ"ຫຼື​ຕອບໃນ​ຈົດໝາຍ​ທີ່ຝາກໃຫ້​ທ່ານ.ນອກ​ນີ້,​ໃນ​ຈົດໝາຍ,ທ່ານ​ທອງ​ຈັນ.​ໄຊ​ຍະ​ວົງ​ຍັງ​ໄດ້​ຝາກ​ໃບ​ຕອບ​ຄຳຖາມ​​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ​ຂອງ​ວິທະ​ຍຸcriພວກ​ເຮົາ​,​ແລະ​ໄດ້​ຂຽນ​ກອນຍາວ2​ບົດມາໃຫ້​ພວກເຮົາ,​ເພື່ອສະແດງຄວາມ​ຮູ້ສຶກການເຂົ້າ​ຮ່ວມການ​​ເສັງ​ຄວາມ​ຮູ້​ເນື້ອໃນບາງ​ຕອນຂອງກອນ​, ຂຽນ​ວ່າ:

ຂ້າ​ຂໍ​ສັນລະ​ເສີນ ຄວາມ​ສຳພັນ​ໄມຕີ,
ຍ້ອນ​ສອງ​ຊາດ​ເຮົາ​ມີ ສາມັກຄີ​ແຕ່​ດຶກ​ດຳ​ບັນ,
ໃຫ້​ສອງ​ຊາດ​ຈີນ-ລາວ ຄຽງກ້າວ​ຕະຫຼອດ​ໄປ ​ແທ້​ໄດ

ກອນ​ຂອງ​ທ່ານ​ທອງ​ຈັນ ເຕັມ​ໄປ​ດ້ວຍ​ຄວາມຮັກ​ແພງອັນຈິງໃຈ,​ເມື່ອ​ອ່ານແລ້ວ ຮູ້​ສຶກ​ຕື້ນ​ຕັນ​​ໃຈ​ຫຼາຍ,​ໃນ​ລາຍການ​ພາກ​ນີ້,ພວກ​ເຮົາຂໍ​ມອບ​ເພງ​ມ່ວນໆ​ເພງ​ໜຶ່ງ​ສູ່​ທ່ານ​ຟັງ​ເປັນ​ພິ​ເສດ,​ເພງ​ນີ້ຊື່ວ່າ"​ຫວໍ​ຢ້າວ​ເວີ້​ຍນີ​​ເກີ​ຊ້າງ",​ແປ​ວ່າ​ຂ້ອຍ​ຈະຮ້ອງ​ເພງ​ເພື່ອເຈົ້າ,​ພ້ອມ​ນີ້ ກໍຟັງ​ນຳກັນ​ກັບ​ທ່ານ​ຜູ້​ຟັງ​ອື່ນໆ.ກ່ຽວ​ກັບລາຍ​ຊື່​ຂອງ​​ຜູ້​ທີ່​ໄດ້​ຮັບ​ລາງວັນ​ໃນການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ​ເທື່ອນີ້,ພວກ​ເຮົາ​ຈະ​ອອກ​ອາກາດ​ໃນ​ລາຍ​ການ"​ເພື່ອນ​ມິດ​ຜູ້​ຟັງ"ຂອງ​ວັນ​ສຸກ​ທີ່​ຈະ​ມາ​ເຖິງ​ນີ້,​ເຊີນ​ບັນດາ​ທ່ານ​ຜູ້​ຟັງ​ທີ່​ເຂົ້າ​ຮ່ວມ​ການ​​ເສັງ​ຄວາມ​ຮູ້​ຈົ່ງຕິດ​ຕາມ.