ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-23 11:04:33    
ກອງ​ປະ​ຊຸມ​ເວ​ທີ​ປາ​ໃສ​ຊັບ​ພະ​ຍາ​ກອນ​ນ້ຳ​ລະ​ດັບ​ໂລກ​ຄັ້ງ​ທີ​ສີ່​ອັດ​ລົງ​ຢູ່​ເມືອງ​ແມັກ​ຊິກ​ໂກ

cri Author: sayvanny
ວິທະຍຸ​ສາກົນ​ແຫ່ງ​ປະ​ເທດ​ຈີນ​ລາຍ​ງານ​ວ່າ: ກອງ​ປະຊຸມ​ເວທີ​ປາ​ໃສ​ຊັບພະຍາກອນ​ນ້ຳລະດັບໂລກ​ຄັ້ງທີ​ສີ່​ທີ່​ໄຂ​ຂຶ້ນ​ຢູ່​ເມືອງ​ແມັກ​ຊິກ​ໂກ​ເປັນ​ເວລາ 7 ມື້ນັ້ນ​ໄດ້​ອັດ​ລົງ​ໃນ​ວັນ​ທີ 22 ມີນາ, ມື້​ດຽວ​ກັນ, ຜູ່​ແທນ​ຂັ້ນລັດຖະມົນຕີ​ຂອງບັນດາ​ປະ​ເທດ​ທີ່​ຮ່ວມ​ປະຊຸມໄດ້​ຜ່ານ​ຖະ​ແຫລ​ງການ​ລັດຖະມົນຕີ, ​ໂດຍ​ກ່າວ​ເນັ້ນວ່າ, ມີ​ຄວາມ​ຈຳ​ເປັນ​ຈັດ​ເອົາ​ການປະຢັດ​ນ້ຳ​ແລະຮັບປະກັນ​ຄວາມ​ປອດ​ໄພ​ຂອງ​ນ້ຳກິນ​ເຂົ້າ​ໃນ​ຂົງ​ເຂດ​ບູລິ​ມະ​ສິດ​​ໃນການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ.

ວັນ​ທີ 21 ມີນາ ​ໃນກ​ອງປະຊຸມ​​ເວທີ​ປາ​ໃສ​ດັ່ງກ່າວ, ທ່ານ​ວາງ​ຊູ​ເສິງ ລັດຖະມົນຕີ​ກະຊວງ​ຊົນ​ລະປະ​ທານ​ຈີນ​ເວົ້າວ່າ, ຈີນ​ຍິນ​ດີຮ໋ວມຊົມ​ໃຊ້ບົດ ຮຽນ​ສຳ​ເລັດ​ຜົນ​ໃນຂົງ​ເຂດຄຸ້ມ​ຄອງ​ແລະ​ນຳ​ໃຊ້​ຊັບ​ພະ​ຍາ​ກອນ​ກັບ​ບັນດາ​ປະ​ເທດ​ໃນ​ໂລກ​ພະຍາຍາມ​ແກ້​ໄຂ​ບັນຫາ​ຊັບພະຍາກອນ​ນ້ຳທີ່​ມວນ​ມະນຸດ​ປະ​ເຊີນ,​ເຮັດ​ໃຫ້​ຊັ​ບພະຍາກອນ​ນ້ຳ​ໄດ້​ຮັບ​ການ​ນຳ​ໃຊ້​ແບບ​ຍືນ​ຍົງ, ປົກ​ປັກ​ຮັກສາ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ເສດ​ຖະ​ກິດ​ສັງ​ຄົມ.

ວັນ​ທີ 21 ມີນາ ​ໃນ​ເວລາ​ເຂົ້າຮ່ວມກອງ​ປະຊຸມ​ເວທີ​ປາ​ໃສ​ເທື່ອນີ້, ​ເຈົ້າຄອງ​ເມືອງ​ຫລື​ຜູ່​ຮັບຜິດຊອບ​ຂອງ 128 ຕົວ​ເມືອງ​ໃນ​ທົ່ວ​ໂລກ​ໄດ້​ເຊັນ​ຖະ​ແຫລ​ງການ​ຮ່ວມ,ພ້ອມ​ກັນ​ໃຫ້​ຄຳ​ຫມັ້ນສັນຍາ​ຈະ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຫລຸດ​ຈຳນວນ​ຄົນ​ທີ່​ບໍ່​ມີນ້ຳກິນ​ທີ່ປອດ​ໄພ​ໃນ​ທົ່ວ​ໂລກ​​ໃຫ້​ຫນ້ອຍ​ລົງ​ເຄິ່ງຫນຶ່ງ​ໃນ​ປີ 2015.