ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-23 11:12:16    
ຈີນ​ຈະ​ສະ​ໜອງ​ແນວ​ເຊື້ອ​ໄຂ້​ຫວັດ​ນົກ​ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ

cri Author: chen
ຕາມ​ຂ່າວ​ສານ​ຊິນ​ຮວາ:ວັນ​ທີ 22 ມີນາ,ທ່ານ​ນາງ​ຈູ​ລີ ​​ໂຮ​ນ ​ເຈົ້າໜ້າ​ທີ່​ອົງການ​ອະ​ນາ​ໄລ​ໂລກ​ປະ​ຈຳ​ຈີນ​ກ່າວ​ວ່າ,ຈີນ​ຈະ​ສະ​ໜອງ​ແນວ​ເຊື້ອ​ໄຂ້​ຫວັດ​ນົກ​ໃຫ້​ອົງ​ການ​ອະ​ນາ​ໄມ​ໂລກ,​ຕົວ​ຢ່າງ​ງວດ​ທຳ​ອິດ​20​ສະ​ບັບ​ຈະ​ມອບ​ໃຫ້​ຫ້ອງ​ທົດ​ລອງ​ຂອງ​ອົງ​ການ​ອະ​ນາ​ໄມ​ໂລກ​ພາຍ​ໃນ​ບໍ່​ເທົ່າ​ໃດ​ອາ​ທິດ.

ໃນ​ເວລາ​ຕ້ອນຮັບ​ການ​ເຂົ້າສຳພາດ​ຂອງ​ສື່​ມວນ​ຊົນ​ຢູ່​ປັກ​ກິ່ງ,ທ່ານ​ນາງ​ຈູ​ລີ​ເວົ້າວ່າ,​ເຊື້ອ​ໄຂ້​ຫວັດ​ນົກ​ທີ່​ຈີນ​ແຍກ​ອອກ​ມາ​ນັ້ນ​ແມ່ນ​ສຳ​ຄັນ​ທີ່​ສຸດ​ຕໍ່​ການ​ຄົ້ນ​ຄ້ວາ​ຢາ​ວັກ​ແຊງ​ແລະ​ຢາ​ທີ່​ໃຊ້​ໃນ​ການ​ຮັບ​ມື​ກັບ​ການ​ແຜ່​ລະ​ບາດ​ຂອງ​ໄຂ້​ຫວັດ​ນົກ.​ອົງ​ການ​ອະ​ນາ​ໄມ​ໂລກ​ໄດ້​ກ້າວ​ເຖິງ​ຂັ້ນ​ຕົກ​ລົງ​ກັບ​ຝ່າຍ​ຈີນ​ກ່ຽວ​ກັບ​ບັນຫາ​ສິດ​ຊັບ​ສິນ​ທາງ​ປັນ​ຍາ​ຂອງ​ແນວ​ເຊື້ອ​ໄຂ້​ຫວັດ​ນົກ​​ແລະ​ບັນ​ຫາ​ອື່ນໆ​ແລ້ວ.

ສະຖິຕິ​ຫລ້າ​ສຸດ​ຂອງ​ອົງການ​ອະນາ​ໄມ​ສະ​​ແດງ​ໃຫ້​ເຫັນ​ວ່າ,ນັບ​ມາ​ຮອດ​ວັນ​ທີ​21​ມີ​ນາ,​ທົ່ວ​ໂລກ​ມີ​ຜູ້​ຕິດ​ໄຂ້​ຫວັດ​ນົກ​184​ຄົນ,​ໃນ​ນັ້ນ​ມີ​103​ຄົນ​ເສຍ​ຊີ​ວິດ.