ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-23 15:16:09    
ຂົວ​ອາ​ກາດ​060322(ສຽງ)

cri

ນ້ອງວີ​ມອນ.ສິຢີ​ມົວ​ແມ່ນ​​ຜູ້​ຟັງຢູ່​ແຂວງ​ຫົວພັນ,ນ້ອງໄດ້​ເຂົ້າ​ຮ່ວມ​​ການເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ--​ເກາະ​ປະ​ເສີດ​ຂອງ​ຈີນທີ່​ວິທະຍຸcriພວກ​ເຮົາຈັດ​ຂຶ້ນ​ເມື່ອປີ​ກາຍ,​ໃນ​ຈົດໝາຍ​ທີ່ນ້ອງຝາກ​ມາໃຫ້​ພວກ​ເຮົາ,ນ້ອງ​ຂຽນ​ວ່າ,​ໃນອະນາຄົດ,​ໄຕ້​ຫວັນ​ຄວນ​ຈະ​ໂຮມ​ເຂົ້າ​ເປັນ​ເອກະ​ພາບ​ກັນ​ກັບ​ຈີນ​ແຜ່ນດິນ​ໃຫຍ່​ໂດຍ​ສັນຕິ​ວິທີ​ຕາມ​ຄຳ​ຂວັນ​ປະ​ເທດຈີນ​ດຽວ​ສອງ​ລະບອບ,ຈຶ່ງ​ຖືກຕ້ອງ​ຕາມ​ກົດໝາຍ​ຂອງ​ຈີນ​,​ຕ່າງປະ​ເທດ​ບໍ່​ຄວນ​ເຂົ້າ​ໄປ​ຫຍຸ້ງ​ກ່ຽວ​ກັບ​ໄຕ້​ຫວັນ​ເພື່ອ​ຈຸດປະສົງ​ແຍກ​ໄຕ້​ຫວັນ​ອອກ​ຈາກ​ຈີນ. ພວກ​ເຮົາ​ຂໍຂອບໃຈ​ນ້ອງວີ​ມອນ​ທີ່ໄດ້​ເຂົ້າ​ຮ່ວມ​ການ​ເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ​ຂອງ​ວິທະ​ຍຸcri​ພວກ​ເຮົາ​ແລະ​ໄດ້​ສະ​ແດງ​ຄວາມ​ຄິດ​ຄວາມ​ເຫັນ​ຂອງ​ຕົນ.​ແຕ່​ວິທະ​ຍຸcriພວກ​ເຮົາ​​ຈັດ​ໃຫ້​ມີ​​ການເສັງ​ຄວາມ​ຮູ້​ກ່ຽວ​ກັບ​ໄຕ້​ຫວັນ​ມາ​ນີ້,ພວກ​ເຮົາ​ໄດ້​ຮັບ​ໃບ​ຕອບ​ຄຳ​ຖາມ​ແລະ​ຈົດໝາຍ​ຈຳນວນ​ຫຼວງ​ຫຼາຍຈາກ​ຜູ້​ຟັງ,​ໃນ​ຈົດໝາຍ​ເຫຼົ່າ​ນີ້,ທ່ານ​ຜູ້​ຟັງສ່ວນ​ຫຼາຍໄດ້​ສະ​ແດງ​ຄວາມ​ຄິດ​ຄວາມ​​ເຫັນຂອງ​ຕົນ​ຕໍ່​ບັນຫາ​ໄຕ້​ຫວັນ​ຂອງ​ຈີນ,ພ​ວກ​ເຮົາ​ຈະ​​ລວບ​ລວມ​ເອົາ​ຄວາມ​ຄິດ​ຄວາມ​ເຫັນ​ແລະຄວາມຮູ້ສຶກ​ເຫຼົ່າ​ນີ້,ມາ​ອອກ​ອາກາດ​ສູ່​ຟັງໃນ​ລາຍ​ການ"ຂົວ​ອາກາດ"​ແລະ​ລາຍ​ການ"​ເພື່ອ​ນມິດ​ຜູ້​ຟັງ"ຕໍ່​ໄປ,​ເພື່ອ​ສະ​ແດ​ງຄວາມ​ຂອບ​ອົກ​ຂອບ​ໃຈ​ຂອງ​ພວກ​ເຮົາ​.ລາຍ​ຊື່​ຂອງ​ຜູ້​ທີ່​ໄດ້​ຮັບ​ລາງວັນ​ໃນ​ການ​ເສັງ​ຄວາມ​ຮູ້​ຈະປະກາດໃນ​ລາຍການ"​ເພື່ອນ​ມິດ​ຜູ້​ຟັງ"ຂອງ​ວັນ​ສຸກ​ທີ່​ຈະ​ມາ​ເຖິງ​ນີ້,ບໍ່​ວ່າ​ທ່ານ​ໄດ້​ຮັບ​ລາງວັນ​ຫຼື​ບໍ່,​ພວກ​ເຮົາ​ກໍ່​ຫວັງ​ໃຫ້​ທ່ານ​ຈົ່ງ​ຕິດຕາມ​ລາຍ​ການ​ຂອງ​ພວກ​ເຮົາ​ຄື​ແຕ່​ເກົ່າ​ເມືອ​ຫຼັງ,​ແລະ​ພວກ​ເຮົາ​ກໍ່​ຈະ​ສົ່ງ​ຄວາມ​ອວຍພອນ​ອັນຈິງ​ໃຈ​ໄປ​ນຳ​ກະ​ແສໄຟຟ້າ.ໃນ​ລາຍ​ການ"ຂົວອາ​ກາດ"ພາກ​ນີ້,​ພວກ​ເຮົາ​​ໄດ້​ຈັດ​ເພງ"​​ເຊ້​ເຊ້ນີ​ເຕີ​ອ້າຍ"​​ແປ​ວ່າ​ຂອບ​ໃຈ​ນຳ​ຄວາມ​ຮັກ​ຂອງ​ເຈົ້າທີ່​ຂັບຮ້ອງ​ໂດຍ​ທ່ານ​ລີ​ວ​ເຕີ​ຮວາ​ໃຫ້​ແກ່​ນ້ອງ​ວີ​ມອນແລະ​ຜູ້​ຟັງທຸກ​ຄົນທີ່​ຕິດຕາມ​ຮັບ​ຟັງ​ລາຍການ​ຂອງ​ພວກ​ເຮົາ,ຄິດ​ວ່າທ່ານ​ຄົງ​ຈະ​ມັກ.