ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-23 16:37:27    
ເອົາ​ໃຈ​ໃສ່​ນຳ​ຜູ້​ຈະ​ສິ້ນ​ຊີ​ວິດ​(ສຽງ)

cri


ສັບ​ທີ່​ວ່າ ເອົາ​ໃຈ​ໃສ່​ນຳຊີວິດທ່ານ​ອາດ​ຈະ​ຮູ້ສຶກບໍ່​ລື້​ງຫູ​ປານ​ໃດ,​ແລະ​ອາດ​ຈະ​ຮູ້ສຶກ​​ເລິກ​ລັບ​ຕໍ່​ໂຮງ​ໝໍ​ເອົາ​ໃຈ​ໃສ່​ນຳ​ຜູ້​ສິ້ນຊີວິດ,​ໃນ​ບົດນີ້,ຂ້າພະ​ເຈົ້າຈະ​ພາ​ທ່ານ​ໄປ​ຢາມ​ໂຮງ​ໝໍ​ຊົ່ງທັງ​ປັກ​ກິ່ງ ​ເຊິ່ງ​ເປັນ​ໂຮງໝໍທີ່​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ນຳ​ຜູ້​ຈະ​ສິ້ນຊີວິດ.

​ຢູ່​ແຫ່ງ​ນີ້,​ການເອົາ​ໃຈ​ໃສ່​ນຳຊີວິດໝາຍ​ເຖິງ​ການ​ໃຫ້​ຄວາມ​ເອົາ​ໃຈ​ໃສ່​ນຳຄົນ​​ເຈັບ​ຜູ້ເປັນ​ພະ ຍາດ​​ທີ່​ປົວ​ບໍ່​ຫາຍ​ແລະ​ຈະ​ສິ້ນລົມ​ຫາຍ​ໃຈ.ຊ່ອຍ​ໃຫ້​ພວກ​ເຂົາ​ເຈົ້າ​ລືມ​ຄວາມ​ເຈັບ​ປວດແລະ​ຄວາມ​ຢ້ານ​ກົວ​ຕໍ່​ການ​ຕາຍ​ໃນ​ບັ້ນທ້າຍ​ຂອງ​ຊີວິດ,​​ໃຫ້​ພວກ​ເຂົາ​ເຈົ້າຍ່າງ​ສຸດ​ໄລຍະ​ທາງ​ຂອງ​ຊີວິດ​ດ້ວຍ​ຄວາມ​ມ່ວນ​ໃຈ​ໂດຍ​ທຽບ​ຖານ​ແລະ​ມີ​ສັກ​ສີ.ສ່ວນອົງການ​ທີ່​ຮັບ​ປິ່ນປົວ​ຄົນ​ປ່ວຍ​ປະ​ເພດນີ້,​ແລະ​​ໃຫ້ການ​ບໍລິ​ການ​ທີ່​ສະໜອງກັນນັ້ນກໍ​ເອີ້ນກັນ​ວ່າ​ໂຮງໝໍ​​ໃຫ້ຄວາມ​ເອົາ​ໃຈ​ໃສ່​ນຳຊີວິດ.

ເມື່ອຍ່າງເຂົ້າປະຕູໂຮງໝໍຊົ່ງທັງ,​ທ່ານ​ຈະ​ໄດ້​ເຫັນ​ສາລາ​ ນ້ຳພຸ​ ນ້ຳອອກ​ບໍ່ແລະ​ພູທຽມ, ທ່ານ​ອາດ​ຈະ​ເຂົ້າ​ໃຈ​ຜິດ​ວ່າ​​ໂຕໄດ້​ຍ່າ​ງ​ເຂົ້າສວນ​ອຸທິຍານ​​ແຫ່ງ​​ໃດ​ແຫ່ງໜຶ່ງ.ຢູ່​​​ໃນເດີ່ນ​​ໂຮງ ໝໍ​ມີຜູ້​ເຖົ້າຫຼາຍສິບ​ຄົນ​ນັ່ງ​ຕີ​ເປັນ​ວົງ,ບາງ​ຄົ້ນຮ້ອງ​ງິ້ວ,ບາງ​ຄົນ​ຫັດກາຍ,​ແຕ່​ທ່ານ​ຢ່າ​ເຂົ້າ​ໃຈ​ຜິດ​ວ່າ ພວກ​ເພິ່ນແມ່ນ​ຜູ້​ເຖົ້າທຳ​ມະ​ດາ​​,ພວກ​ເພິ່ນແມ່ນ​ຄົນ​​​ເຈັບ​ທີ່​ມໍ່​ຈະ​ສິ້ນຊີວິດ​ແລ້ວ.

ໂຮງໝໍ​ຊົ່ງທັງ​ປັກ​ກິ່ງ​ແມ່ນອົງການ​ທີ່​ເປັນ​ທາງ​ໂຮງໝໍ ​ໂຮງ​ສະຫວັດດີ​ການ​ແລະ​ໂຮງ​ລ້ຽງ​ຜູ້​ເຖົ້າ​ຢູ່​ບ່ອນດຽວກັນ,​ໄດ້​ມີ​ປະຫວັດ​ເກືອບ20​ປີ​ແລ້ວ,​ໂຮງໝໍ​ນີ້​ຮັບ​ເອົາ​ແຕ່ຄົນ​​ເຈັບ​ທີ່​ໂຮງ​ໝໍ​​ໃຫຍ່​ຕ່າງໆ​ບົ່ງມະຕິ​ວ່າ​ປົວ​​ບໍ່​ໄດ້​ແລ້ວ​ນັ້ນໂດຍ​ຈຳ​ເພາະ,​ບໍລິການ​​ປິ່ນປົວ​ພະຍາດ​ຢ່າງ​ຮອບ​ດ້ານ,ລວມທັງການປິ່ນປົວ​ດ້ວຍ​ການຜ່ອນຄາຍທາງ​ຈິດ​ໃຈ​ແລະ​ເບິ່ງ​ແຍງ​ຊີ​ວິດ​ການ​ເປັນ​ຢູ່​.​ຢູ່ໂຮງໝໍ​ຊົ່ງທັງ​ມີ​​ຫ້ອງນອນ​ສຳລັບ​ຄົນ​ເຈັບເກືອບ​ຮ້ອຍ​ຫ້ອງ​ ​ມີນາ​ຍໝໍ​ແລະ​ນາງ​ພະ​ຍາ​ບານ​ຮ້ອຍ​ກວ່າ​ຄົນ.ປະຈຸ​ບັນ​ນີ້​ມີ​ຄົນ​ເຈັບ230​ກວ່າຄົນນອນ​ໂຮງໝໍ,​ໃນ​ນັ້ນສ່ວນ​ຫຼາຍ​ແມ່ນ​ຜູ້​ເຖົ້າ.

ທ່ານຫຼີ​ເຫວີຍ ຫົວໜ້າ​ໂຮງໝໍ​ຊົ່ງທາງ​ເຫັນ​ວ່າ,​ເຖິງ​ວ່າຊາວຈີນ​ມີ​ມູນ​ເຊື້ອ​ທີ່​ກະຕັນຍູ​ຕໍ່ຜູ້​ເຖົ້າ​ກໍ​ຕາມ,​ແຕ່​ສິ່ງ​ທີ່ຄົນ​ເຈັບ​ຜູ້​ມໍ່​ຈະ​ສິ້ນຊີວິດຕ້ອງການ​ນັ້ນບໍ່​ພຽງ​ແຕ່​ແມ່ນ​ການ​ເບິ່ງ​ແຍງ​ດ້ານ​ຊີ​ວິດການ​ເປັນ​ຢູ່​ທໍ່​ນັ້ນ.ທ່ານ​ເວົ້າວ່າ:"​ສິ່ງ​ທີ່​ຜູ້​ເປັນ​ລູກຫຼານ​ເຮັດ​ໄດ້​ນັ້ນ,ກໍ​ແມ່ນ​ໃຫ້​ຄວາມ​ອົບ​ອຸ່ນ​ແກ່ຜູ້​ເຖົ້າທີ່​ເຈັບ​ປ່ວຍ,​ແຕ່​ຜູ້​ເຖົ້າທີ່ມໍ່​ຈະ​ສິ້ນຊີວິດ​ຍັງ​ມີ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ອື່ນໆ​ຫຼາຍ​ຢ່າງ.​​ແຕ່ຄອບຄົວຂອງ​ຄົນ​ເຈັບ,​ສ່ວນ​ຫຼາຍບໍ່​ແມ່ນ​ນາຍ​ໝໍ​,ບໍ່ຊ່າງວາງ​ແຜນການພະ​ຍາ​ບານ​​ແບບ​ວິທະຍາສາດ​​ແລະກໍ​ບໍ່ມີ​ຄຸນ​ທາດ​ຂອງ​ນາຍ​ໝໍ​ຈິດຕະສາດ,​ສະ​ນັ້ນ,​ຄວາມ​ຕ້ອງການຫຼາຍ​ຢ່າງ​ຂອງ​ຄົນ​​ເຈັບ​ຈຶ່ງ​ບໍ່​ສາມາດຕອບ​ສະໜອງໄດ້."

​ໂຮງໝໍ​ຊົ່ງທັງ​ມີຕົວ​ເລກ​ຕ່າງໆ​ທີ່ໄດ້​ບັນທຶກ​ແຕ່​ລະບາດ​ກ້າວ​ຂອງ​ຕົນ,​ແລະ​ຍັງ​ເປັນ​ສັກຂີ​ພິຍານ​ໃຫ້​ແກ່ການຂະຫຍາຍຕົວຂອງ​ພາລະກິດ​ເອົາ​ໃຈ​ໃສ່​ນຳຜູ້​ຈະ​ສິ້ນຊີວິດ​ຂອງ​ຈີນ:ມີ​ຄົນ​​ເຈັບ1​ໝື່ນ7​ພັນ​ກວ່າຄົນ​ໄດ້​​ຜ່ານ​ຊີວິດ​ບັ້ນທ້າຍ​ຢູ່​ທີ່ນີ້;ຄົນ​​ເຈັບທີ່​​ປິ່ນປົວ​ຢູ່​ນີ້​ມີ​ອາຍຸ​ສະ​ເລ່ຍ​82​ປີ,​ຜູ້​ອາ​ຍຸ​ສູງ​ສຸດ109​ປີ,ຜູ້ນ້ອຍ​ສຸດພຽງ​ແຕ່4​ມື້;ບໍ່​ວ່າ​ວົງ​ຈອນ​ຊີວິດ​ຍາວ​ຫຼືສັ້ນປານ​ໃດ,​ໂຮງໝໍ​ຊົ່ງທັງ​ກໍລ້ວນ​ແຕ່​ພະຍາຍາມ​ແຕ້ມ​ວົງ​ຈອນຂອງ​ພວກ​ເຂົາ​ເຈົ້າ​ໃຫ້​ຄົບຖ້ວນ.

ຍ້ອນ​ວ່າ​ຜູ້​ມາ​ປົວ​ຢູ່​ທີ່​ນີ້​ລ້ວນ​ແຕ່​ແມ່ນ​ຝູງ​ຄົນ​ພິ​ເສດ,​ນັບ​ແຕ່​ເວລາສ້າງຕັ້ງຂຶ້ນ,​ໂຮງ​ໝໍ​ຊົ່ງ​ທັງ​ກໍ​ໄດ້​ວາງ​ລະ​ບອບ​ພະ​ຍາ​ບານ​ທີ່​ປິ່ນ​ປົວ​ແລະ​ເບິ່ງ​ແຍງ​ຮອບ​ດ້ານ​ຕະ​ຫຼອດ​24​ຊົ່ວ​ໂມງ.​ນາງ​ຫຼີ ຫົວ​ໜ້າ​ນາງ​ພະ​ຍາ​ບານ​ເວົ້າ​ວ່າ:"ຜູ້​ພະ​ຍາ​ບານ​ພວກ​ເຮົາ​ຕ້ອງ​ລຸກ​ແຕ່5-6​ໂມງ​ເຊົ້າຊູ່​ມື້,​ລ້າງ​ສ່ວຍ​ໃຫ້​ຜູ້​ເຖົ້າ​ຜູ້​ແກ່​ແລະ​ປ້ອນ​ເຂົ້າ​ປ້ອນ​ນ້ຳ​ພວກ​ເພິ່ນ.​ຫຼັງ​ຈາກ​ນັ້ນ,ພວກ​ເຂົາ​ເຈົ້າກໍ ຊ່ອຍ​ຜູ້​ເຖົ້າ​ທີ່​ລຸກ​ຍ່າງ​ໄດ້​ນັ້ນ​ໄປ​ຫັດ​ກາຍ​ຢູ່​ຊັ້ນ​ລຸ່ມ,​ສຳ​ລັບ​ຜູ້​ທີ່​ລຸກ​ບໍ່​ໄດ້​ກໍ​ຊ່ອຍ​ພວກ​ເພິ່ນ​ພິກ​ຄີງ​ແລະ​ຕົບ​ຫຼັງ​ລູບ​ຫຼັງ​ໃຫ້​ພວກ​ເພິ່ນ​ຊົ່ວ​ໂມງ​ລະ​ເທື່ອ."

ໂຮງໝໍ​ຊົ່ງທັງ​ຍັງ​ມີຈຸດພິ​ເສດ​ອີກ​ ຄື:ຈົນ​ຮອດ​ປະຈຸ​ບັນ,​ໄດ້​ມີ​200​ກວ່າ​ໂຮງ​ຮຽນ​ຊັ້ນ​ສູງ​ແລະ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ສ້າງ​ການ​ພົວ​ພັນ​ຍາວນານ​ກັບ​ໂຮງ​ໝໍ​ຊົ່ງ​ທັງ,​ໃນ​ເວລາ​ຫວ່າງ,​ຜູ້​ອາ​ສາ​ສະ​ໝັກ​ຂອງ​ໂຮງ​ຮຽນ​ຊັ້ນ​ສູງ​ແລະ​ອົງ​ການ​ຈັດ​ຕັ້ງ​ສັງ​ຄົມ​ດັ່ງ​ກ່າວ​ກໍ​ມາ​ໂຮງ​ໝໍ​ສະ​ແດງ​ລາຍ​ການ​ໃຫ້​ຄົນ​​ເຈັບ​ເບິ່ງ,​ລົມ​ກັບ​ພວກ​ເຂົາ​ເຈົ້າ,​ແລະ​ເບິ່ງ​ແຍງ​ພວກ​ເຂົາ​ເຈົ້າ.​ຜູ້​ອາ​ສາ​ສະ​ໝັກ​ຮູ້​ສຶກ​ວ່າ​ການ​ຊ່ອຍ​ຄົນ​ເຈັບ​ທີ່​ມໍ່​ຈະ​ສິ້ນ​ຊີ​ວິດ​ບັນ​ເທົາ​ຄວາມ​ທຸກ​ທໍ​ລະ​ມານ​ດ້ານ​ຈິດ​ໃຈ​ນັ້ນ​ແມ່ນ​ເລື່ອງ​ທີ່​ມີ​ຄວາມ​ສຸກ​ຫຼາຍ.

ຢູ່​ຫ້ອງ​ຜູ້​ເຖົ້າຜູ້​ໜຶ່ງ,ນັກ​ຂ່າວ​ໄດ້​ພົບ​ຜູ້​ອາສາ​ສະໝັກ​ຫຼາຍຄົນ​ຂອງ​ມະຫາວິທະຍາ​​ໄລ​ສື່​ສານ​ຈີນ.

"ຂ້ອຍ​ມາ​ນີ້​ເລື່ອຍໆ,ປະມານ​ເກືອບທຸກ​ອາທິດ.ຂ້ອຍ​ມັກ​ມາລົມ​ກັບ​​ແມ່​ເຖົ້າ​ຜູ້​ໜຶ່ງ.​ດ້ານ​ໜຶ່ງ​ພາ​ໃຫ້​ເພິ່ນ​ມ່ວນ​ໃຈ,ອີກ​ດ້ານ​ໜຶ່ງ,ຂ້ອຍ​ກໍ່​​ໄດ້​ຮຽນ​ຮູ້​ບາງ​ສິ່ງ​ບາງ​ຢ່າງ​ນຳ​ເພິ່ນ."

ຢູ່ໃນ​ຫ້ອງນີ້​ຫ້ອຍ​ເຕັມ​ໄປ​ດ້ວຍ​ນົກຍາງແລະ​ດາວນ້ອຍໆ​ທີ່ພັບ​ດ້ວຍ​ເຈ້ຍ,ນັກ​ຂ່າວ​ໄດ້​​ເຫັນ​ແມ່​ເຖົ້າ​ຫຼີ​ທີ່​ນັກຮຽນ​ໄດ້​ເວົ້າ​ເຖິງ,​ເພິ່ນ​ອາຍຸ91​ປີ,​​ເປັນມະ​ເຮັງມາຫຼາຍປີ​ແລ້ວ.

"​ແມ່​ເຖົ້າ​ມາ​​ຢູ່​ນີ້​ດົນ​ແລ້ວ,ຄື​ກັບ​ບ້ານ​ຂອງ​​ແມ່​ເຖົ້າ​ເອງ,ດຽວ​ນີ້,​ແມ່​ເຖົ້າ​ແມ່ນ​ສະ​ມາ​ຊິກ​ຜູ້​ໜຶ່ງ​ຂອງ​ຄອບ​ຄົວ​ໃຫຍ່​ຊົ່ງ​ທັງ,​ຢູ່​ນີ້,​ໃຜ​ກໍ​ຮັກ​ແພງ​ແມ່​ເຖົ້າ,​ແມ່​ເຖົ້າ​ກໍ​ຮູ້​ສຶກ​ມ່ວນ​​ຫຼາຍ."

ແມ່​ເຖົ້າທັງ​ຍິ້ມ​​ທັງ​ເວົ້າຕໍ່​ນັກ​ຂ່າວ,ບໍ່​ມີ​ຄວາມ​ໂສກເສົ້າຫຍັງ​ຈັກ​ເມັດ,ບໍ່​ຄືຄົນ​ເຈັບ​ທີ່​ມໍ່​ຈະ​ສິ້ນ ຊີວິດຄື​ນັກ​ຂ່າວ​ຄິດ​ເອົາ​ໄວ້.​ໃນ​ໂຮງໝໍ​ຫຼັງນີ້,ຕາມ​ໃບ​ໜ້າ​ຂອງ​ທຸກໆ​ຄົນ,ທ່ານ​ກໍ​ຈະ​ເຫັນ​ຮອຍ​ຍີ້ມ​ເລື່ອຍໆ​ຄື​ກັນ.

ປະຈຸ​ບັນນີ້,ຢູ່ຈີນ​ໄດ້​ມີ​ຜູ້​ເຖົ້າ130ກວ່າ​ລ້ານ​ຄົນ,ກວມ​10%​ຂອງ​ຍອດ​ຈຳ​ນວນ​ປະ​ຊາ​ກອນ.​ຈະ​ປະ​ຕິ​ບັດ​ຕໍ່​ຜູ້​ເຖົ້າ​ແນວ​ໃດ,​ໂດຍ​ສະ​ເພາະ​ແມ່ນ​ຜູ້​ເຖົ້າ​ທີ່​ເປັນ​ພະ​ຍາດ​ທີ່​ປົວ​ບໍ່​ຫາຍ​,​ໄດ້​ກາຍ​ເປັນ​ບັນ​ຫາ​ທີ່​ວົງ​ການ​ຕ່າງໆ​ໃນ​ສັງ​ຄົມ​ຈີນ​​ເອົາ​ໃຈ​ໃສ່​ນຳ.

ປະຈຸ​ບັນນີ້,ຈີນ​ມີ​ອົງການ​ເອົາ​ໃຈ​ໃສ່​ນຳ​ຜູ້​ຈະ​ສິ້ນ​ຊີ​ວິດ​100​ກວ່າ​ອົງ​ການ,​ມີ​ຜູ້​ປະ​ຕິ​ບັດ​ວຽກ​ງານ​ດ້ານ​ນີ້​ຫຼາຍ​ພັນ​ຄົນ,​ໃນ​ໂຮງ​ຮຽນ​ຊັ້ນ​ສູງ​ວິ​ຊາ​ແພດ​ສາດ​ຈຳ​ນວນ​ໜຶ່ງ​ຍັງ​ໄດ້​ຕັ້ງ​ຫຼັກ​ສູດ​​ເອົາ​ໃຈ​ໃສ່​ນຳ​ຜູ້​ຈະ​ສິ້ນ​ຊີ​ວິດ;​ນອກ​ນີ້,​ຈີນ​ຍັງ​ພວມ​ຕັ້ງ​ໜ້າ​ກະ​ກຽມ​ຈະ​ສ້າງ​ຕັ້ງ​ສະ​ມາ​ຄົມ​ເອົາ​ໃຈ​ໃສ່​ນຳ​ຜູ້​ຈະ​ສິ້ນ​ຊີ​ວິດ,​ເພື່ອ​ທ້ອນ​ໂຮມ​​ເອົາ​ຊັບ​ພະ​ຍາ​ກອນ​ແລະ​ກຳ​ລັງ​ຕ່າງໆ​ໃນ​ສັງ​ຄົມ​ໃຫ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ເອົາ​ໃຈ​ໃສ່​ນຳ​ຄົນ​ເຈັບ​ຜູ້​ຈະ​ສິ້ນ​ຊີ​ວິດ​ໃຫ້​ຫຼາຍ​ກວ່າ​ເກົ່າ.