ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-23 17:52:39    
ທ່ານ​ເຈິນ​ດຶກ​ເລື່ອງ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ພົບ​ປະ​ທ່ານ​ເຈຍ​ຊິງ​ລິນ

cri


ທ່ານເຈິນດຶກເລື່ອງ(ຊ້າຍ)ພົບປະທ່ານເຈຍຊິງລິນ

ຕາມ​ຂ່າວCRI,ວັນ​ທີ21​ມີນາ,ຢູ່​ທີ່​ຮາ​ໂນ​ຍ,ທ່ານ​ເຈິ​ນດຶກ​ເລື່ອງ ປະທານ​ປະ​ເທດ​ຫວຽດ​ນາມ​ໄດ້​ພົບ​ປະ​ທ່ານ​ເຈຍ​ຊິງ​ລິນ ປະທານ​ສະພາ​ປຶກສາ​ການ​ເມືອງ​ປະ​ຊາ​ຊົນ​ແຫ່ງ​ຊາດ​ຈີນ​ທີ່​ໄປ​ຢ້ຽມ​ຢາມ.​ສອງ​ຝ່າຍ​ເປັນ​ເອກະສັນ​ກັນ​ກ່າວ​ວ່າ,ຍິນ​ດີ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຕື່ມ​ອີກ.

ໃນ​ການ​ພົບ​ປະ,ທ່ານ​ເຈິ​ນດຶກ​ເລື່ອງກ່າວ​ວ່າ,ຈີນ​ແມ່ນ​ປະ​ເທດ​ໃກ້​ຄຽງ​ແລະ​ເປັນ​ຕະ​ຫຼາດ​ໃຫຍ່​ກວ່າ​ໝູ່​ຂອງ​ຫວຽດນາມ,ບົດຮຽນ​ຂອງ​ຈີນ​ກ່ຽວ​ກັບ​ການ​ຊຳລະ​ບັນຫາ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ປະ​ຕິ​ຮູບ​ແລະ​ໄຂ​ປະ​ຕູ​ສູ່​ພາຍ​ນອກ​ຢ່າງ​ເໝາະ​ສົມ​ແມ່ນ​ເປັນ​ໜ້າ​​ຮ່ຳ ຮຽນ​ແລະ​ຖອດ​ຖອນ​ເອົາ​ສຳ​ລັບ​ຝ່າຍ​ຫວຽດ​ນາມ. ພັກ​ແລະ​ລັດ​ຖະ​ບານ​ຫວຽດ​ນາມ​ຈະ​ສືບ​ທອດ​ແລະ​​ສົ່ງ​ເສີມ​ມິດ​ຕະ​ພາບ​ອັນ​ເປັນ​ມູນ​ເຊື້ອ​ລະ​ຫວ່າງ​ສອງ​ປະ​ເທດ,​ຊຸກ​ຍູ້​ການ​ພົວ​ພັນ​ສອງ​ພັກ​ສອງ​ລັດ​ໃຫ້​ຂະຫຍາຍ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັ້ງ.ທ່ານ​ເຈິ​ນ​ດຶກ​ເລື່ອງ​ຍັງ​ກ່າວ​ວ່າ,​ຫຼັກ​ໝັ້ນ​ຂອງ​ພັກ​ແລະ​ລັດຖະບານ​ຫວຽດນາມ​ທີ່ຍຶດໝັ້ນ​ຫຼັກການ​ປະ​ເທດ​ຈີນ​ດຽວ,​ຄັດ​ຄ້ານ​ທຸກ​ການ​ເຄື່ອນ​ໄຫວ​ທີ່​ແຍກ​ໄຕ້​ຫວັນ​ໃຫ້​ເປັນ​ເອກະລາດ​ນັ້ນ​ບໍ່​ໄດ້​ມີ​ການ​ປ່ຽນ​ແປງ.

ທ່ານ​ເຈຍ​ຊິງ​ລິນສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຫວຽດນາມ​ທີ່​ຍຶດໝັ້ນ​ນະ​ໂຍບາຍ​ຈີນ​ດຽວ.​ທ່ານ​ຍັງ​ໄດ້​ວາງ​ຂໍ້​ສະ​ເໜີ4​ຂໍ້​ກ່ຽວ​ກັບ​ການ​ຊຸກ​ຍູ້​ການ​ພົວພັນ​ຈີນ​ຫວຽດນາມ​ຂະ​ຫຍາຍ​ໄປ​ສູ່​ລະ​ດັບ​ສູງ​ກວ່າ​ເກົ່າ,ຄື,ຮັກສາ​ທ່ວງທ່າ​ທີ່​ຊັ້ນ​ສູງ​ຢ້ຽມຢາມກັນ,ຊຸກ​ຍູ້​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ຕື່ມ​ອີກ,​ເພີ່ມ​ທະວີ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ພາກສ່ວນ​ການ​ຕ່າງປະ​ເທດ,​ການ​ປ້ອງ​ກັນ​ຄວາມ​ປອດ​ໄພ​ເປັນ​ຕົ້ນ,​ເປີດ​ກວ້າງ​ການ​ໄປມາຫາ​ສູ່​ກັນ​ຢ່າງ​ມີ​ໄມຕີ​ຈິດ​ລະ​ຫວ່າງ​ຊາວ​ໜຸ່ມ​ເຍົາວະ​ຊົນ,ຊຸກ​ຍູ້​ການ​ສຳ​ຫຼວດ​ເສັ້ນ​ຊາຍ​ແດນ​​ເທິງບົກ,ການ​ຮ່ວມ​ມື​ດ້ານ​ສຳ​ຫຼວດ​ຂຸດ​ຄົ້ນ​ນ້ຳມັນ​ເຊື້ອ​ໄຟ​ແລະ​ອາຍ​ແກັສ​ແລະ​ດ້ານການ​ປະມົງ​ຢູ່ອ່າວ​ພາກ​ເໜືອ,​ການ​ຮ່ວມ​ກັນ​ພັດ​ທະ​ນາ​ທະ​ເລ​​ໃຕ້​​ໃຫ້​ໄດ້​ຮັບ​ຄວາມ​ຄືບ​ໜ້າ​ຢ່າງ​ຕັ້ງ​ໜ້າ.