ສະບາຍດີທ່ານຜູ່ຟັງທີ່ໂຄລົບ, ຍິນດີຕ້ອນຮັບທ່ານເຂົ້າສູ່ລາຍການອາລະຍະທຳຈີນ. ໃນປະຫວັດສາດຈີນ ຜູ່ຍິງເຂົ້າຮ່ວມການປົກຄອງບ້ານເມືອງແມ່ນມີໜ້ອຍທີ່ສຸດ, ລາຊະບັນລັງຂອງຮ້ອງເຕ້ຍິ່ງເປັນຂອງຜູ່ຊາຍໂດຍຈຳເພາະ. ແຕ່ໃນປີ ຄ.ສ. 690, ພັດໄດ້ມີກໍລະນີພິເສດ, ໃນປີນັ້ນ ບູເຊັກທ່ຽນໄດ້ສະເຫວີຍລາຊະບັນລັງແລະສະຖາປະນາລາຊະວົງໂຈ່ວ, ກາຍເປັນຈັກກະພັດດິນີພຽງຜູ່ດຽວໃນປະຫວັດສາດຈີນ. ຕະຫຼອດຊີວິດຂອງບູເຊັກທ່ຽນແມ່ນເຕັມໄປດ້ວຍຄວາມອັດສະຈັນ, ຄົນຮຸ່ນຫຼັງຍ້ອງຍໍສໍລະເສີນສົມເດັດກໍ່ມີ ຜູ່ຕິຕຽນກໍ່ມີ. ໃນລາຍການພາກນີ້, ຂ້າພະເຈົ້າຂໍສະເໜີບູເຊັກທ່ຽນສູ່ທ່ານຟັງ.
ບູເຊັກທ່ຽນເກີດໃນປີ ຄ.ສ. 624, ເມື່ອນາງອາຍຸ 14 ປີຖືກເລືອກເຂົ້າໃນລາຊະວັງແລະກາຍເປັນນາງສະໜົມຂອງຈັກກະພັດຖາງໄທ້ຈົ່ງ ຮ້ອງເຕ້ອົງທີ 2 ຂອງລາຊະວົງຖາງທີ່ປົກຄອງແຜ່ນດິນຈີນແຕ່ປີ 618 ຮອດປີ 907, ຍ້ອນນາງມີຮູບໂສມສວຍງາມໜ້າຮັກ, ຖາງໄທ້ຈົ່ງໄດ້ພະລາຊະທານນາມວ່າ "ເມິ້ຍໜຽງ". ສ່ວນຊື່ວ່າ "ເຊັກທ່ຽນ" ນີ້ແມ່ນນາງຕັ້ງຂຶ້ນເອົາເອງພາຍຫຼັງໄດ້ຂຶ້ນຄອງລາຊະສົມບັດແລ້ວ, ໝາຍຄວາມວ່າຕ້ອງປົກຄອງບ້ານເມືອງຕາມກົດເກນທຳມະຊາດຂອງຟ້າແລະແຜ່ນດິນ.
ພາຍຫຼັງຖາງໄທ້ຈົ່ງສະຫວັນລະຄົດແລ້ວ, ບູເຊັກທ່ຽນອອກບວດເປັນແມ່ຊີຍ້ອນຄວາມກົດໜີບຈາກຂະໜົບທຳນຽມ, ລາຊະທາຍາດຫຼີຈື້ຂຶ້ນຄອງລາຊະບັນລັງແທນ ເອີ້ນເປັນຈັກກະພັດຖາງກ່າວຈົ່ງ. ຕໍ່ມາບໍ່ດົນ, ຫຼີຈື້ຮ້ອງເຕ້ບໍ່ເອົາຫົວຊານຳການຄັດຄ້ານຂອງເສນາບໍດີທັງຫຼາຍ, ໃຫ້ບູເຊັກທ່ຽນກັບຄືນເມືອລາຊະວັງແລະຕັ້ງເປັນສະໜົມເອກ. ບູເຊັກທ່ຽນຄິດຢາກເປັນພະມະເຫສີທີ່ສຸດ, ຕາມເລົ່າລືກັນວ່າ, ພາຍຫຼັງມາ, ບູເຊັກທ່ຽນໄດ້ໃຊ້ເລ່ກົນທີ່ໂຫດຫ້ຽມຫຼາຍຄືດັ່ງນີ້: ພະມະເຫສີສະກຸນຫວັງຂອງຈັກກະພັດຖາງກ່າວຈົ່ງເປັນໝັນ ບໍ່ມີລູກ, ແລະມັກເດັກນ້ອຍຫຼາຍ. ມີມື້ໜຶ່ງ, ພະມະເຫສີສະກຸນຫວັງໄປຢາມລູກສາວຂອງບູເຊັກທ່ຽນທີ່ຫາກໍ່ເກີດໃໝ່, ພະມະເຫສີຫາກໍ່ຈາກໄປ, ບູເຊັກທ່ຽນກໍ່ຄັ້ນໃຫ້ລູກສາວຂອງຕົນ ຕາຍ, ແລ້ວໂຍນໂທດໃສ່ພະມະເຫສີສະກຸນຫວັງ, ຕໍ່ມາ ຈັກກະພັດຖາງກ່າວຈົ່ງຈຶ່ງປົດພະມະເຫສີສະກຸນຫວັງ, ແລ້ວກັບມາຕັ້ງບູເຊັກທ່ຽນຂຶ້ນເປັນພະມະເຫສີແທນ. ພາຍຫຼັງບູເຊັກທ່ຽນຂຶ້ນເປັນພະມະເຫສີແລ້ວ ກໍ່ສະສາງນາງສະໜົມທີ່ຈັກກະພັດຖາງກ່າວຈົ່ງໂປດຮັກນັ້ນໄປໝົດດ້ວຍພາຫະນະໂຫດຫ້ຽມ.
ຈັກກະພັດຖາງກ່າວຈົ່ງມີນິໄສຢຸດໆຢ່ອນໆ, ກ່ອນບູເຊັກທ່ຽນຖືກຕັ້ງເປັນພະມະເຫສີກໍ່ໄດ້ຊ່ອຍພະອົງຊຳລະວຽກບ້ານການເມືອງເລື້ອຍໆ, ພາຍຫຼັງຖືກຕັ້ງເປັນພະມະເຫສີແລ້ວ ບູເຊັກທ່ຽນຍິ່ງເຂົ້າຮ່ວມແລະປຶກສາວຽກບ້ານການເມືອງໂດຍກົງ ເຊິ່ງເປັນການທັບມ້າງລະບອບດັ້ງເດີມທີ່ບໍ່ໃຫ້ແມ່ຍິງເຂົ້າຮ່ວມການເມືອງ, ຈົນວ່າຖາງກ່າວຈົ່ງຕ້ອງຫາລືກັບບູເຊັກທ່ຽນໃນບັນຫາສຳຄັນ. ພາຍຫຼັງຈັກກະພັດຖາງກ່າວຈົ່ງສະຫວັນລະຄົດແລ້ວ, ເຈົ້າຟ້າຊາຍສອງອົງໄດ້ຂຶ້ນຄອງລາຊະສົມບັດແທນຕາມໆກັນ, ແຕ່ບູເຊັກທ່ຽນເປັນຜູ່ສຳເລັດລາຊະການແທນ. ໃນເວລາພະຊົນມາຍຸໄດ້ 67 ພັນສາ, ບູເຊັກທ່ຽນໄດ້ປົດຈັກກະພັດຫຸ່ນອອກ, ປ່ຽນຊື່ລາຊະວົງຖາງເປັນລາຊະວົງໂຈ່ວ, ແລະຂຶ້ນຄອງລາຊະສົມບັດຢ່າງເປັນທາງການ, ກາຍເປັນຈັກກະພັດອົງໜຶ່ງທີ່ພະຊົນມາຍຸແກ່ກວ່າໝູ່ໃນເວລາຂຶ້ນຄອງລາຊະສົມບັດໃນປະຫວັດສາດຈີນ, ແລະກໍ່ແມ່ນຈັກກະພັດດິນີອົງໜຶ່ງອົງດຽວໃນປະຫວັດສາດຈີນ. ພາຍຫຼັງບູເຊັກທ່ຽນຂຶ້ນຄອງລາຊະສົມບັດແລ້ວໄດ້ເຂັ່ນຂ້າຜູ່ບໍ່ມີໂທດຫຍັງທົ່ວທີບເພື່ອຊຳລະຜູ່ຄັດຄ້ານ, ປົກຄອງບ້ານເມືອງດ້ວຍພາຫະນະແຂງກ້າ. ແຕ່ບູເຊັກທ່ຽນກໍ່ມີຄວາມປີຊາສາມາດໃນການປົກຄອງບ້ານເມືອງ. ບູເຊັກທ່ຽນຊົງສົ່ງເສີມກະສິກຳ, ຫຼຸດສ່ວຍສາອາກອນ, ແລະຍັງລ້ຽງມ້ອນເຮັດໄຮ່ເຮັດນາໂດຍພະອົງເອງ ເພື່ອເປັນແບບຢ່າງໃຫ້ແກ່ຂຸນນາງທັງຫຼາຍໃນການເຫັນອົກເຫັນໃຈແລະຊ່ອຍເຫຼືອສົງເຄາະສາມັນຊົນ. ບູເຊັກທ່ຽນຮູ້ນຳໃຊ້ຜູ່ມີຄວາມຮູ້ຄວາມສາມາດໂດຍບໍ່ຄຳນຶງເຖິງຖານະຂອງເຂົາ, ປັນຍາຊົນຈຳນວນຫຼວງຫຼາຍທີ່ເກີດໃນຄອບຄົວທຸກຍາກໄດ້ເຂົ້າຮັບລາຊະການ, ອັນໄດ້ກຳເນີດເສນາບໍດີທີ່ມີຄວາມສາມາດແລະຊື່ດັງງວດໜຶ່ງໃນປະຫວັດສາດຈີນ.
ບູເຊັກທ່ຽນເປັນຈັກກະພັດດິນີເປັນເວລາ 15 ປີ, ແຕ່ໄດ້ຄອງອຳນາດໃນຕົວຈິງຕັ້ງເຄິ່ງສະຕະວັດ, ຢູ່ໃຕ້ການປົກຄອງຂອງບູເຊັກທ່ຽນ, ກຳລັງແຫ່ງຊາດຈີນແຂງແຮງ ສັງຄົມມີຄວາມສະຫງົບ ເສດຖະກິດພັດທະນາ, ແລະເຄີຍຜາບແພ້ການຮຸກຮານຈາກຕ່າງປະເທດຫຼາຍເທື່ອ, ເຮັດໃຫ້ຄວາມຈະເລີນຮຸ່ງເຮືອງຂອງລາຊະວົງຖາງທີ່ພວມຢູ່ໃນໄລຍະຈະເລີນຮຸ່ງເຮືອງໄດ້ພັດທະນາຕໍ່ໄປ.
ບູເຊັກທ່ຽນມີຊີວິດ 82 ພັນສາ, ກ່ອນຈະສິ້ນພະຊົນ, ບູເຊັກທ່ຽນໄດ້ສະຫຼະລາຊະບັນລັງໃຫ້ເຈົ້າຟ້າຊາຍ, ແລະຟື້ນຟູຊື່ລາຊະວົງຖາງ. ພາຍຫຼັງບູເຊັກທ່ຽນສະຫວັນລະຄົດແລ້ວ ໄດ້ຝັງຮ່ວມກັບຈັກກະພັດຖາງກ່າວຈົ່ງ ເອີ້ນວ່າສຸສານສຽນຫຼິງຢູ່ແຂວງສ້ານຊີ່ ທາງພາກຕາເວັນຕົກຂອງຈີນ, ແລະໄດ້ຕັ້ງສີລາຈາລຶກທີ່ບໍ່ສະຫຼັກຕົວໜັງສືໃສ່ທີ່ມີຊື່ສຽງດົ່ງດັງຢູ່ຕໍ່ໜ້າສຸສານ. ຕາມປະເພນີໃນສະໄໝນັ້ນ, ບົນສີລາຈາລຶກຢູ່ຕໍ່ໜ້າສຸສານ ຈະສະຫຼັກບົດຄວາມທີ່ຕີລາຄາຜູ່ເຖິງແກ່ກຳ, ແຕ່ສີລາຈາລຶກບູເຊັກທ່ຽນທີ່ສູງເກືອບ 8 ແມັດ ກວ້າງ 2 ແມັດນີ້ ໄດ້ສະຫຼັກຢ່າງສວຍງາມປານີດ, ພັດບໍ່ມີຕົວໜັງສືຈັກຕົວ. ກ່ຽວກັບເລື່ອງນີ້, ຄົນຮຸ່ນຫຼັງມີຄວາມເຫັນຕ່າງໆນານາ. ຄົນສ່ວນຫຼາຍເຫັນວ່າ, ການຕັ້ງສີລາຈາລຶກທີ່ບໍ່ສະຫຼັກຂຽນຕົວໜັງສືໃສ່ແຜ່ນນີ້ອາດຈະແມ່ນຄຳສັ່ງຂອງບູເຊັກທ່ຽນ, ບູເຊັກທ່ຽນຮູ້ວ່າ ຄົນຮຸ່ນຫຼັງຈະມີການຕີລາຄາຕົນເອງຕ່າງໆນານາ, ບົດຄວາມທີ່ສະຫຼັກໄວ້ບົນສີລາຈາລຶກບໍ່ສາມາດສະຫຼຸບຄຸນງາມຄວາມດີໃນຕະຫຼອດຊີວິດຂອງຕົນເອງໄດ້, ສະນັ້ນ ບູເຊັກທ່ຽນຈຶ່ງສັ່ງໃຫ້ຕັ້ງສີລາຈາລຶກດັ່ງກ່າວ, ສ່ວນຈະເປັນຄຸນງາມຄວາມດີຫຼືເປັນຄວາມຜິດພາດໃນຕະຫຼອດຊີວິດຂອງຕົນນັ້ນ ປະໃຫ້ຄົນຮຸ່ນຫຼັງຕີລາຄາ.
|