ສະຖານີວິທະຍຸສາກົນແຫ່ງປະເທດຈີນພະແນກພາສາລາວ
1/block/ad_banner _21.htm" -->
China Radio International
ຂ່າວ​ພາຍ​ໃນ​
  ປະ​ເທດ
ຂ່າວ​ຕ່າງປະ​ເທດ
   ການເມືອງ
   ເສດຖະກິດ
   ວັດທະນະທຳ
   ສັງຄົມ
   ຮຽນພາສາຈີນ

ຄວາມຈິງ 14 ມີນາຕິເບດ

ປາເລັສຕິນອິສຣາແອນ

ສະຖານະການອິຣັກ

ງານກິລາໂອລິມປິກ
ປັກກິ່ງປີ2008
ອ່ານຕໍ່...>>
(GMT+08:00) 2006-03-24 15:34:46    
ກຳມະການ​ສະພາ​ປຶກ​ສາ​ການ​ເມືອງ​​ສະ​ເໜີ​ໃຫ້​ເພີ່ມ​ທະ​ວີ​ການ​ສ້າງ​ສາ​ກິ​ລາ​ໃນ​ຊົນ​ນະ​ບົດ(ສຽງ)

cri Author: lm

ສະບາຍດີ​ທ່ານ​ຜູ່​ຟັງ​ທີ່​ໂຄລົບ, ຍິນ​ດີ​ຕ້ອນຮັບ​ທ່ານ​ເຂົ້າສູ່​ລາຍການ​ໂລກ​ກິລາ. ຫວ່າງ​ກ່ອນ​ນີ້​ບໍ​ດົນ, ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ແລະ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້​ອັດ​ລົງຢູ່​ທີ່​ປັກ​ກິ່ງ​​ຜົນສຳ​ເລັດ​ເຕັມ​ເມັດ​ເຕັມ​ໜ່ວຍ. ​ໃນ​ກອງ​ປະຊຸມ​ສະ​ໄໝ​ສາມັນ​ຂອງ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ປີ​ນີ້, ກຳມະການ​ຫຼາຍທ່ານ​ໄດ້​ສະ​ເໜີ​ວ່າ, ​ເນື້ອ​ໃນ​ສຳຄັນ​ອັນ​ໜຶ່ງ​ໃນການ​ເພີ່ມ​ທະ​ວີ​ການ​ສ້າງສາ​ພາລະກິດ​ສາທາລະນະ​ໃນ​ຊົນນະບົດ ​ແມ່ນ​ຕ້ອງ​ເພີ່ມ​ທະວີ​ການ​ສ້າງ​ສາ​ກິ​ລາ​ໃນ​ຊົນ​ນະ​ບົດ.

ຢູ່​ຈີນ ຄວາມຜິດ​ໂຕນ​ກັນ​ລະຫວ່າງ​ຕົວ​ເມືອງ​ກັບ​ຊົນນະບົດ​ໄດ້​ຄົງ​ຕົວ​ຢູ່​ໃນ​ບັນ​ດາ​ຂົງ​ເຂດ​ຊີວິດ​ສັງຄົມ, ​ໃນ​ນັ້ນ ກິລາ​ກໍ່​ບໍ່​ນອກ​ເໜືອ. ​ເຖິງ​ວ່າ​ນັກ​ກິລາ​ລະດັບ​ຍອດ​ຢ້ຽມ​ຂອງ​ຈີນ​ຈຳນວນຫຼວງຫຼາຍ​ແມ່ນມາ​ຈາກ​ຊົນນະບົດ​ກໍ່ຕາມ, ​ແຕ່​ການ​ກິລາ​ໃນ​ຊົນ​ນະ​ບົດ​ຈີນ​ພັດ​ບໍ່​ຟົດ​ຟື້ນ​ປານ​ໃດ.

​ເມື່ອ​ທຽບ​ກັບ​ຕົວ​ເມືອງ​ແລ້ວ ກິລາ​ໃນ​ຊົນນະບົດ​ຫຼ້າຫຼັງຢູ່, ນີ້​ແມ່ນ​ຍ້ອນ​ປັດ​ໄຈ​ຕ່າງໆ​ນາ​ນາ, ​ເຊິ່ງລວມທັງ​ສິ່ງ​ກໍ່ສ້າງກິລາ​ໃນ​ຊົນນະບົດ​​ແລະ​ທຶນທີ່​ໃຊ້​ທາງ​ກິລາ​ໃນ​ຊົນ​ນະ​ບົດ​ບໍ່ພໍ, ​​ຊາວ​ກະສິກອນ​ມີເວລາ​ຫວ່າງ​ບໍ່ຫຼາຍ, ລະດັບ​ການຈັດຕັ້ງບໍ່​ສູງ​ທໍ່ຕົວ​ເມືອງ.

ທີ່​ທ່ານ​ພວມ​ຟັງ​ຢູ່​ນີ້​ແມ່ນຄວາມ​ເຫັນຂອງ​ທ່ານ​ເສິນ​ຢ້າວ​ປ່າງ ອະດີດ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ກະສິກຳ​ຈີນ ກຳມະການ​ສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ, ປັດ​ຈຸ​ບັນ​ ທ່ານ​ຍັງ​ເປັນ​ປະທານ​ສະມາຄົມ​ກິລາ​ຊາວ​ກະສິກອນ​ຈີນອີກ​ດ້ວຍ. ຕາມ​ສະມາຄົມ​ກິລາ​ຊາວ​ກະສິກອນ​ຈີນ​ຄາດ​ຄະ​ເນ​ວ່າ, ບ້ານ​ບໍລິຫານ​ທີ່​ມີ​ສະໜາມກິລາ​​​ແລະ​ສິ່ງ​ກໍ່ສ້າງ​ກິລາ​ທີ່ໄດ້ຕາມ​ມາດຖານ​ແຫ່ງ​ໜຶ່ງ​ຂຶ້ນ​ໄປນັ້ນ ມີ​ພຽງ​ບໍ່​ຮອດ 1/5 ​ໃນ​ທົ່ວ​ປະ​ເທດ, ​ແລະ​ບ້ານ​ບໍລິຫານ​ເຫຼົ່ານີ້​ສ່ວນຫຼາຍ​ຢູ່​ເຂດ​​ພາກ​ຕາ​ເວັນ​ອອກ​ທີ່​ຮັ່ງມີຂອງ​ຈີນ.

​ໃນ​ສາຍຕາ​ຂອງ​ທ່ານ​ເສິນ​ຢ້າວ​ປ່າງ, ບໍ່​ວ່າ​ເງື່ອນ​ໄຂ​ສະໜາມ​ກິລາແລະ​ສິ່ງກໍ່​ສ້າງ​ກິ​ລາ​ເປັນ​ແນວ​ໃດ, ​​ເວົ້າລວມ​ແລ້ວ ສະພາບ​ການ​ກິລາ​ໃນ​ຊົນນະບົດ​ຈີນໃນບໍ່​ເທົ່າ​ໃດ​ປີ​ມາ​ນີ້​ແມ່ນ​ຍັງ​ພໍ​ໄດ້ຢູ່. ດ້ານ​ໜຶ່ງ ກິລາ​ສາມາດ​​ເຮັດ​ໃຫ້​ສຸຂະ​ພາບ​ຂອງ​ຊາວ​ກະ​ສິ​ກອນ​ເຂັ້ມ​ແຂງ​ຂຶ້ນ, ອີກ​ດ້ານ​ໜຶ່ງ ກໍ່​ມີ​ຜົນ​ປະ​ໂຫຍ​ດ ຫຼາຍຕໍ່ການ​ເຮັດ​ໃຫ້​ຊີວິດ​ດ້ານ​ຈິດ​ໃຈ​ຂອງ​ຊາວ​ກະສິກອນສົມບູນ​ຂຶ້ນ. ທ່ານ​ເສິນ​ຢ້າວ​ປ່າງ​ເວົ້າວ່າ:

ດຽວ​ນີ້ ຢູ່​ຊົນນະບົດ​ມີ​ຄວາມ​ຮັບ​ຮູ້​ຄື​ກັນ​ອັນ​ໜຶ່ງ, ນັ້ນກໍ່​ຄື ການຫຼິ້ນ​ກິລາ​​ເຮັດ​ໃຫ້​ສຸ​ຂະ​ພາບ​ຂອງ​ຊາວ​ກະສິກອນ​ເຂັ້ມ​ແຂງແມ່ນ​ສຳຄັນຫຼາຍ. ຢູ່ຫຼາຍ​ບ່ອນ​​ໄດ້​ຈັດ​ໃຫ້​ມີ​ການ​ແຂ່ງຂັນ​ກິລາທີ່​ມີ​ສີສັນ​ພິ​ເສດ ຕົວຢ່າງ​ຄື ຟ້ອນ​ມັງກອນ ​ເຊີດ​ສິງ​ໂຕ ຊ່ວງ​ເຮືອ​ແລະ​ການ​ແຂ່ງຂັນ​ດຶງ​ເຊືອກ​ເປັນຕົ້ນ, ​ແລະ​ກໍ່​ມີ​ກິລາ​ທັນ​ສະ​ໄໝ ​ເຊັ່ນ ບານບ້ວງ ​ແລະ​ປິ່ງ​ປ່ອງ​ເປັນຕົ້ນ, ກິລາ​ເຫຼົ່ານີ້​ແມ່ນ​ໜ່ຽງ​ປັ້ນກຳລັງ​ຈິດ​ໃຈ​ຫຼາຍ. ​ໃນ​ການ​ແຂ່ງຂັນ, ຊາວບ້ານ​ມັກຈະ​ເຂົ້າ​ຂ້າງ​ນັກ​ກິລາ​ຂອງ​ບ້ານ​ຕົນ, ອັນ​ໄດ້​ລະດົມ​ຄວາມ​ຫ້າວຫັນ​ຂອງ​ຄົນ​ທັງຫຼາຍ​ເພື່ອຍາດ​ເອົາ​ກຽດ​ມາ​ໃຫ້​ທົ່ວບ້ານຂອງຕົນ. ສະຕິ​ຕໍ່ກຽດ​ສ່ວນ​ລວມ​ແນວ​ນີ້ ມີ​ບົດບາດທີ່​ສຸດ​ຕໍ່​ການ​ກະ​ຕຸກ​ໃຫ້​ມວນ​ຊົນ​ຮັກ​ບ້ານ​ຕົນ ຮັກໝູ່​ຄະນະ.

ທ່ານ​ເສິນ​ຢ້າວ​ປ່າງ​ເຫັນ​ວ່າ, ນອກຈາກສາມາດ​ໜ່ຽງ​ປັ້ນຈິດ​ໃຈ​ຂອງ​ມວນ​ຊົນ​ແລ້ວ, ກິ​ລາ​ຍັງ​ສາມາດ​ຊ່ອຍ​ເຮັດ​​ໃຫ້​ຮີດ​ສັງຄົມ​ສະອາດ​ບໍລິສຸດອີກ​ດ້ວຍ. ທ່ານ​ເວົ້າວ່າ:

​ເມື່ອ​ຊາວ​ກະສິກອນ​ເຂົ້າຮ່ວມ​ການ​ກິລາຫຼາຍ​ແລ້ວ, ບໍ່​ວ່າຈະຫຼິ້ນກິລາຫຼືວ່າ​ແມ່ນ​ເບິ່ງ​ເຊຍ​ຢູ່​ຂ້າງ, ​ເຂົາ​ເຈົ້າກໍ່​ຈະບໍ່​ໄປ​ກໍ່​ເລື່ອງ​ກໍ່​ລາວ​ອີກ​ແລ້ວ. ຕາມ​ພວກ​ຂ້າພະ​ເຈົ້າ​ໄດ້​ຮູ້​ວ່າ, ​ໃນ​ຕາ​ແສງ​ໃດ​ທີ່​ດຳ​ເນີນ​ການ​ກິລາ​ໄດ້​ດີ​ນັ້ນ, ທຳ​ມະ​ດາ​ແລ້ວ ຢູ່​ຕາ​ແສງ​ນັ້ນ​ການ​ຫຼິ້ນ​ພະ​ນັນ​ກໍ່ໜ້ອຍ. ຄົນ​ທັງຫຼາຍ​ບໍ່​ໃສ່​​ໃຈ​ນຳ​ການຫຼິ້ນພະນັນ​ອີກແລ້ວ, ​​ເພາະ​​ກິລາ​ໄດ້ດຶງ​ດູດ​ເຂົາ​ເຈົ້າ, ທຳ​ມະ​ດາ​ແລ້ວ ​ເຂົາ​ເຈົ້າກໍ່​ຈະ​ມັກ​ເຂົ້າຮ່ວມ​ການ​ກິລາ, ຄວາມ​ນິຍົມ​ກໍ່​ຍ້າຍ​ໄປ​ນຳ​ກິລາ​ແລ້ວ.

ຢາກ​ເຮັດ​ໃຫ້ການ​ກິລາດຳ​ເນີນ​​ໂດຍທົ່ວ​ໄປ​ຢູ່​ຊົນນະບົດ​ຈີນ, ການ​ລົງທຶນ​ແລະ​ການ​ສະ​ໜັບ​ສະໜູນຂອງ​ຊາດ​ແມ່ນ​ຂາດ​ເຂີນ​ບໍ່​ໄດ້. ສະນັ້ນ, ທ່ານ​ຈ່າງ​ຟ່າສຽງ ກຳມະການ​ສະ​ພາ​ປຶກ​ສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ສະ​ເໜີ​ວ່າ, ບົນ​ພື້ນຖານ​ການ​ເງິນ​ສູນ​ກາງ​ອ່າວ​ຫຼາຍ​ໃນ​ປັດຈຸບັນ, ຄວນ​ເພີ່ມ​ການ​ລົງທຶນສ້າງສາ​ສິ່ງ​ກໍ່ສ້າງ​ກິລາ​ຊົນນະບົດ. ທ່ານ​ໄດ້​ຮູ້​ວ່າ, ປີ​ນີ້ ຄະນະ​ກຳມະການປະຕິ​ຮູບ​ແລະ​ພັດທະນາ​ແຫ່ງ​ລັດ​ຈີນ​ຈະ​ເບີກ​ເງິນ 30 ລ້ານ​ຢວນ​ໃຊ້​ເຂົ້າ​ໃນ​ການ​ກໍ່ສ້າງ​ສິ່ງ​ກໍ່ສ້າງ​ກິລາ​ຊົນນະບົດ, ທ່ານ​ສະ​ເໜີ​ໃຫ້​ກົມ​ໃຫຍ່​ກິລາ​ແຫ່ງ​ຊາດ​ຈີນ​ເບີກ​ເງິນ​ຈຳນວນ​ໜຶ່ງ​ຈາກ​ມູນ​ນິທິຫວຍ​ກິລາ ​ໃຊ້​ເຂົ້າ​ໃນ​ພາລະກິດ​ກິ​ລາ​ຊົນ​ນະ​ບົດ.

​ເງິນ​ທຶນ​ສຳຄັນຫຼາຍ, ​ແຕ່ນະ​ໂຍບາຍຍິ່ງ​ສຳຄັນ​ກວ່າ. ​ໃນ​ຂະນະ​ທີ່​ລັດຖະ​ບານ​ຈີນ​ວາງ​ແຜນ​ວຽກ​ງານ​ສຳລັບ 5 ປີ​ຂ້າງ​ໜ້າ, ກໍ່​ເຈາະ​ຈົງ​ຊີ້​ອອກ​ວ່າ ຕ້ອງ​ເພີ່ມ​ທະ​ວີ​ການ​ກໍ່​ສ້າງ​ພື້ນຖານ​​ໂຄງ​ລ່າງ​ຊົນນະບົດ, ​ເພີ່ມ​ທະວີ​ການ​ສ້າງສາ​ພາລະກິດ​ສາ​ທາ​ລະນະ​ຊົນ​ນະ​ບົດ ​ເຊັ່ນ ການ​ສຶກ​ສາ ສາ​ທາ​ລະ​ນະ​ສຸກ​ແລະ​ວັດທະນະທຳ​ເປັນຕົ້ນ. ທ່ານ​ຈ່າງ​ຟ່າສຽງ​​ແລະ​​ກຳມະການສະພາ​ປຶກສາ​ການ​ເມືອງ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ຜູ່ອື່ນໆອີກ 10 ກວ່າ​ທ່ານ​ໄດ້​ຮ່ວມ​ກັນ​ສະ​ເໜີ​​ໃຫ້​ເພີ່ມ​ຕື່ມເນື້ອ​ໃນກ່ຽວ​ກັບການ​ກິລາ​ເຂົ້າ​ໃນພາລະກິດສ້າງສາ​ສາທາ​ລະ​ນະ​ຊົນ​ນະບົດ. ທ່ານ​ຈ່າງ​ຟ່າສຽງ​ເວົ້າວ່າ: ຖ້າ​ລັດຖະບານ​ຮັບ​ເອົາ​ຂໍ້​ສະ​ເໜີ​ດັ່ງ​ກ່າວ, ​ການ​ສ້າງ​ສາ​ຊົນນະບົດ​ແບບ​ໃໝ່​ນັ້ນ ກໍ່​ຈະເລີ່​ມຕົ້ນງ່າຍ ​ຈະ​ມີ​ຜົນ​ໄວ​ທີ່ມວນ​ຊົນ​ໄດ້​ເຫັນ. ຖ້າ​ພວກ​ເຮົາ​ເລີ່​ມລົງມື​ຈາກ​ດ້ານ​ນີ້, ກໍ່​ຈະ​ໄດ້​ຮັບ​ຜົນ​ອ່າວ​ໄວ.